Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ປກສ ແຂວງຫົວພັນ ເຊື່ອມຊຶມເອກະສານ ການປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024

ປກສ ແຂວງຫົວພັນ ເຊື່ອມຊຶມເອກະສານ ການປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024

ກົມສື່ມວນຊົນ 08/11/2024
466018416_973914781399929_958338935742070435_n copy

ພິທີເຊື່ອມຊືມເອກະສານ ກ່ຽວກັບການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຂອງອົງຄະນະພັກກອງບັນຊາການ ປກສ ແຂວງຫົວພັນ ຈັດຂຶ້ນໃນວັນທີ 7 ພະຈິກ 2024 ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງຫົວພັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານໂດຍ ສະຫາຍ ພົຈວ ເພັດສອນ ອິນສຸພັນ ກຳມະການພັກແຂວງ, ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ມີຄະນະພັກ-ຄະນະບັນຊາ, ເລຂາ-ຄະນະພັກຮາກຖານ, ເລຂາ-ຄະນະໜ່ວຍພັກ ທົ່ວກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ເອກະສານທີ່ນໍາມາເຊື່ອມຊືມໃນຄັ້ງນີ້ ປະກອບມີ ຄໍາສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເອກະສານຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ທັງນີ້, ກໍເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຜົນງານອັນໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງພັກ ແລະ ຍົກສູງຄວາມເປັນແບບຢ່າງນໍາໜ້າຂອງຖັນແຖວສະມາຊິກພັກ, ຮັບປະກັນໃຫ້ພັກ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ ສາມາດເປັນແກນນໍາທີ່ເຂັ້ມແຂງໃນລະບົບການເມືອງຢູ່ຮາກຖານ ເພື່ອຮັບປະກັນເຮັດໃຫ້ການນໍາພາຂອງພັກ ຕອບສະໜອງໄດ້ໃນການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ຈຶ່ງມີຄວາມຈໍາເປັນຕ້ອງກໍ່ສ້າງໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີຄວາມສາມາດນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດວາງອອກ ແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

Continue Reading

Previous: ຕິດຕາມ ຊຸກຍູ້ວຽກງານພາລາທິການ ຢູ່ກອງບັນຊາການ ປກສ ແຂວງອັດຕະປື
Next: ກົມສື່ມວນຊົນ ປກສ ເລົ່າມູນເຊື້ອວັນປະກາດເອກະລາດຄົບຮອບ 79 ປີ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.