Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຕິດຕາມ ຊຸກຍູ້ວຽກງານພາລາທິການ ຢູ່ກອງບັນຊາການ ປກສ ແຂວງອັດຕະປື

ຕິດຕາມ ຊຸກຍູ້ວຽກງານພາລາທິການ ຢູ່ກອງບັນຊາການ ປກສ ແຂວງອັດຕະປື

ກົມສື່ມວນຊົນ 08/11/2024
465856356_973952111396196_3434919573164029830_n copy

ກອງປະຊຸມຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານພາລາທິການປ້ອງກັນຄວາມສະຫງົບ ຢູ່ກອງບັນຊາ ການ ປກສ ແຂວງອັດຕະປື ຈັດຂຶ້ນວັນທີ 4 ພະຈິກ 2024 ຜ່ານມາ, ໂດຍການເປັນປະທານຮ່ວມຂອງ ພົຈວ ພູທອນ ພົນໂພສີລາຫົງ ຮອງຫົວໜ້າກົມໃຫຍ່ພາລາທິການກະຊວງ ປກສ ແລະ ພົຈວ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື, ມີຕ່າງໜ້າຄະນະກົມການເງີນ, ກົມອຸປະໂພກ-ບໍລິໂພກ ທີ່ຂື້ນກັບກົມໃຫຍ່ພາລາທິການ, ມີບັນດາພະນັກງານຫຼັກແຫຼ່ງຂອງຫ້ອງພາລາທິການ ປກສ ແຂວງ ພ້ອມດ້ວຍຄະນະກອງບັນຊາການ ຜຸ້ຊີ້ນໍາວຽກງານພາລາທິການຈາກ ປກສ 5 ເມືອງພາຍໃນແຂວງ ເຂົ້າຮ່ວມ.

ພັທ ວົງສັກ ແກ້ວວົງພີມ ຫົວໜ້າຫ້ອງພາລາທິການ ປກສ ແຂວງອັດຕະປື ໄດ້ຜ່ານບົດລາຍງານການຈັດຕັ້ງວຽກງານພາລາທິການ 7 ເດືອນຕົ້ນປີ ແລະ ທິດທາງແຜນການ 5 ເດືອນທ້າຍປີ 2024 ແລະ ການຈັດຕັ້ງປະຕິບັດບັນດານິຕິກໍາໃນຂົງເຂດພາລາທິການໃນໄລຍະຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນແຜນການຈັດຕັ້ງປະຕິບັດ ລາຍຮັບ -ລາຍຈ່າຍ ໄລຍະ 7 ເດືອນຜ່ານມາ, ການແຍກລາຍຮັບ ປະຕິບັດໄດ້ 695 ລ້ານກວ່າກີບ, ໄດ້ຈາກຄ່າທໍານຽມ 623 ລ້ານກວ່າກີບ, ມອບງົບປະມານຂອງແຂວງ 100% ໄດ້ຈາກຄ່າບໍລິການ 72 ລ້ານກວ່າກີບ, ມອບເຂົ້າບັນຊີສູນກາງກົມໃຫຍ່ພາລາທິການ 100% ປະຕິບັດແຜນລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ 40ຕື້ 800ລ້ານກວ່າກີບ ເທົ່າກັບ 100% ຂອງແຜນການປີ 2024 ປະຕິບັດໄດ້ຕົວຈິງ 21ຕື້ 175 ລ້ານກວ່າກີບ ເທົ່າກັບ 55% ຂອງແຜນການວຽກງານກໍ່ສ້າງພື້ນຖານໂຄງລ່າງ ທີ່ເປັນໂຄງການກໍ່ສ້າງສໍາເລັດແລ້ວ ແຕ່ຍັງສືບຕໍ່ຊໍາລະຄືນ ເຊັ່ນ: ໂຄງການກໍ່ສ້າງຫ້ອງການກອງບັນຊາການ ປກສ ເມືອງຊານໄຊ ແລະ ໂຄງການກໍ່ສ້າງຫ້ອງການ 504 ຍັງສືບຕໍ່ຊໍາລະໃນສອງໂຄງການນີ້ ມູນຄ່າ 9ຕື້ 700ລ້ານກີບ ທີ່ເປັນງົບປະມານຂອງກະຊວງປ້ອງກັນຄວາມສະຫງົບ.

ນອກນີ້, ຍັງໂຄງການກໍ່ສ້າງທີ່ຍັງສືບຕໍ່ຄື: ໂຄງການກໍ່ສ້າງເຮືອນກັກຂັງ ນັກໂທດ-ຜູ້ຖືກຫາ ຄ້າຍຄຸ້ມຂັງດັດສ້າງ ປກສ ແຂວງ ແລະ ໂຄງການກໍ່ສ້າງຮົ້ວກໍາແພງອ້ອມຄ້າຍຄຸ້ມຂັງມີມູນຄ່າ 4 ຕື້ກ່ວາກີບ ເຊິ່ງເປັນງົບປະມານຂອງແຂວງ; ໃນໂອກາດດຽວກັນ, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ ແຈ້ງການ ເພີ່ມທະວີຍົກສູງຄວາມຮັບຜິດຊອບໃນການກໍ່ສ້າງພາລາທິການກັບທີ່ຕາມທິດ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສະບັບເລກທີ 39/ປກສ, ລົງວັນທີ 1 ສິງຫາ 2024; ຄໍາສັ່ງ ວ່າດ້ວຍການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການ, ຄ່າປັບໄໝ່, ຄ່າບໍລິການລະບົບກວດກາຂໍ້ມູນຜູ້ໂດຍສານລ່ວງໜ້າ, ລະບົບບັນທຶກຂໍ້ມຸນຜູ້ໂດຍສານ ແລະ ລາຍຮັບທີ່ເກີດຂື້ນໃໝ່ ເຂົ້າສູ່ລະບົບລວມສູນຜ່ານປະຕູດຽວໃນກໍາລັງປ້ອງກັນຄວາມສະຫງົບ(ສະບັບປັບປຸງ) ສະບັບເລກທີ 37/ປກສ, ລົງວັນທີ 25 ກໍລະກົດ 2024; ຄໍາແນະນໍາ ການຈັດຕັ້ງປະຕິບັດ ຂໍ້ຕົກລົງ ວ່າດ້ວຍອັດຕາການປະກອບເຄື່ອງແບບ, ເຄື່ອງໝາຍ ແລະ ເຄື່ອງອຸປະໂພກຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບເລກທີ 1691/ກພລ, ລົງວັນທີ 24 ມິຖຸນາ 2024 ຈາກບັນດາກົມທີ່ກ່ຽວຂ້ອງ.

ຕອນທ້າຍກອງປະຊູມຍັງໄດ້ຮັບຟັງການໂອ້ລົມ ແລະ ຊີ້ທິດເຢືອງທາງຕໍ່ໜ້າທີ່ວິຊາສະເພາະ ໂດຍສະເພາະແມ່ນວຽກງານພາລາທິການ, ວຽກງານລ້ຽງດູກຳລັງ, ວຽກງານອູປະໂພກ-ບໍລິໂພກ ແລະ ວຽກງານອື່ນໆ.

Continue Reading

Previous: ກອງບັນຊາການ ປກສ ແຂວງອຸດົມໄຊ-ດຽນບຽນ ແລກປ່ຽນບົດຮຽນວຽກງານວິຊາສະເພາະ
Next: ປກສ ແຂວງຫົວພັນ ເຊື່ອມຊຶມເອກະສານ ການປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.