Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກົມ 509 ປະກາດກົງຈັກການຈັດຕັ້ງ ແລະ ປະກາດດັດແກ້ຊັ້ນໃຫ້ພົນຕຳຫຼວດ

ກົມ 509 ປະກາດກົງຈັກການຈັດຕັ້ງ ແລະ ປະກາດດັດແກ້ຊັ້ນໃຫ້ພົນຕຳຫຼວດ

ກົມສື່ມວນຊົນ 17/10/2024
463308001_524542160472115_4185677026128469365_n copy

ໃນຕອນບ່າຍຂອງວັນທີ 16 ຕຸລາ 2024 ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ແລະ ດັດເເກ້ຊັ້ນໃຫ້ພົນຕຳຫຼວດ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍການເປັນປະທານ ຂອງ ພົຈວ ແກ່ນຈັນ ພົມມະຈັກ ຫົວ ໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີຄະນະກົມ, ຫົວໜ້າພະແນກ, ຮອງພະແນກ, ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ.

ພັທ ນາງ ເຂັມຄຳ ໄຊຍະເພັດ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຂໍ່ຕົກລົງວ່າດ້ວຍການຍົກຍ້າຍນາຍຕຳຫຼວດທີ່ຂຶ້ນກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະ ບັບເລກທີ 4435/ກມປສ ນະຄອນຫຼວງວຽງຈັນ ລົງວັນທີ 9 ຕຸລາ 2024 ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຕົກລົງ ຍົກຍ້າຍ ພັທ ທອງພຸດ ພັນວັນ ຈາກກອງກໍ່ສ້າງຮາກ ຖານ 915 ໄປຮັບໜ້າທີ່ໃໝ່ ຢູ່ພະແນກຄຸ້ມຄອງກຳລັງປ້ອງກັນຄວາມສະຫງົບບ້ານ, ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 4436/ກມປສ ນະຄອນຫຼວງວຽງຈັນ ລົງວັນທີ 9 ຕຸລາ 2024, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຕົກລົງ ແຕ່ງຕັ້ງ ພັທ ເສີມໃສ ປິຍະວົງ ເປັນຮອງຫ້ອງການກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ພັທ ທອງພຸດ ພັນວັນ ເປັນຮອງຫົວໜ້າພະແນກຄຸ້ມຄອງກຳລັງປ້ອງກັນຄວາມສະ ຫງົບບ້ານ, ພັທ ເພັດສະໝອນ ສຸລິວົງ ເປັນຮອງຫົວໜ້າ ພະແນກໄອທີ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງໜ່ວຍງານພະແນກໄອທີ ສະບັບເລກທີ5854/ຄກຖ ນະຄອນຫຼວງວຽງຈັນ ລົງວັນທີ 15 ຕຸລາ 2024 ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຕົກລົງ ແຕ່ງຕັ້ງ ສະຫາຍ ຮທ ພູວຽງ ສຸຂະວົງ ເປັນຮອງຫົວໜ້າຄຸ້ມຄອງຖານຂໍ້ມູນ ທີ່ຂຶ້ນກັບພະແນກໄອທີ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການດັດແກ້ຊັ້ນໃຫ້ພົນຕຳຫຼວດ ທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 4292/ກມປສ ລົງວັນທີ 3 ຕຸລາ 2024 ຈຳນວນ 10 ສະ ຫາຍ, ຍິງ 3 ສະຫາຍໃນນີ້ໄດ້ດັດແກ້ຊັ້ນ ສິບໂທ ຂຶ້ນເປັນຊັ້ນ ຮ້ອຍຕີ 8 ສະຫາຍ, ຍິງ 2 ສະຫາຍ, ຊັ້ນສິບໂທ ຂຶ້ນເປັນຊັ້ນ ວາທີຮ້ອຍຕີ 2 ສະຫາຍ, ຍິງ 1 ສະຫາຍ.

ໃນໂອກາດນີ້, ພົວຈ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍໄົດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບພົນຕຳຫຼວດທີ່ໄດ້ຮັບການດັດແກ້ຊັ້ນໃໝ່ ພ້ອມທັງເນັ້ນໜັກໃຫ້ຮັກສາມູນເຊື້ອການປະຕິບັດໜ້າທີ່ວຍກງານຢ່າງຕັ້ງໜ້າ ແລະ ຮັກສາໄດ້ກົດລະບຽບຂອງກຳລັງປ້ອງກັນຄວາມສະຫງົບ, ສາມາດສ້າງຄວາມເຂັ້ມແຂງໄດ້ດ້ວຍຕົນເອງ ເພິ່ງຕົນເອງ ກຸ້ມຕົນເອງ ຕາມທິດຊີ້ນຳຂອງພັກ ແລະ ສືບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສຳເລັດຜົນຕາມເປົ້າໝາຍ.

Continue Reading

Previous: ຖອນຖອດບົດຮຽນການປະສານງານຂອງ 4 ພາກສ່ວນ
Next: ທ່ານຮອງນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ ຄົນໃໝ່

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.