Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມສະພາວິທະຍາສາດປ້ອງກັນຄວາມສະຫງົບ ຂັ້ນກະຊວງ ຄັ້ງທີ 3

ກອງປະຊຸມສະພາວິທະຍາສາດປ້ອງກັນຄວາມສະຫງົບ ຂັ້ນກະຊວງ ຄັ້ງທີ 3

ກົມສື່ມວນຊົນ 03/10/2024
462037740_513625008230497_8493219426206301472_n copy

ກອງປະຊຸມສະພາວິທະຍາສາດປ້ອງກັນຄວາມສະຫງົບ ຂັ້ນກະຊວງ ຄັ້ງທີ 3 ໄດ້ຈັດຂຶ້ນໃນວັນທີ 2 ຕຸລາ 2024, ທີ່ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ, ໂດຍການເປັນປະທານຂອງ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ປະທານສະພາວິທະຍາສາດປ້ອງກັນຄວາມສະຫງົບ, ມີ ພັອ ປອ ຄຳແຝງ ວັນດີໄຊ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດ ສາດ ປກສ, ທັງເປັນຮອງປະທານ ຜູ້ປະຈຳການສະພາວິທະຍາສາດ ປກສ, ມີບັນດາປະທານ-ຮອງປະທານ ແລະ ນັກວິທະ ຍາສາດອ້ອມຂ້າງກະຊວງປ້ອງກັນຄວາມສະ ຫງົບ ເຂົ້າຮ່ວມ.

ພົທ ກົງທອງ ພົງວິຈິດ ໄດ້ກ່າວວ່າ: ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງໃນນີ້, ກໍເພື່ອເປັນການສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານສະພາວິທະຍາສາດປ້ອງກັນຄວາມສະຫງົບ ໃນໄລຍະ 3 ປີຜ່ານມາ ທີ່ສະພາວິທະຍາສາດປ້ອງກັນຄວາມສະຫງົບຮັບ ຮອງເອົາໃນກອງປະຊຸມ ຄັ້ງທີ II ແລະ ວາງທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ ເຮັດໃຫ້ການເຄື່ອນໄຫວຂອງວຽກງານສະພາວິທະຍາສາດມີການຫັນປ່ຽນໃໝ່ ແລະ ເປັນລະບົບ, ມີການຈັດຕັ້ງທີ່ໜັກແໜ້ນເຂັ້ມແຂງ ສາມາດເຮັດສຳເລັດໜ້າທີ່ໃນການເປັນເສນາ ທິການໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບ ສາມາດຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ ຢ່າງມີປະສິດທິຜົນສູງ.

ຈາກນັ້ນ, ໃນກອງປະຊຸມຍັງໄດ້ ຜ່ານຂໍ້ຕົກລົງປະກາດການຈັດຕັ້ງຂອງສະພາວິທະຍາສາດປ້ອງກັນຄວາມສະຫງົບ ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານສະພາວິທະຍາສາດປ້ອງ ກັນຄວາມສະຫງົບ ໄລຍະ 3 ປີ(2022-2024) ແລະ ທິດທາງແຜນ ການປີ 2025-2028 ແລະ ຜູ້ເຂ ົ້າຮ່ວມໄດ້ພ້ອມກັນປຶກສາຫາລື, ປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ, ທິດທາງແຜນການ, ວຽກງານຈຸດສຸມໃນຕໍ່ໜ້າ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງສະພາວິ ທະຍາສາດປ້ອງກັນຄວາມສະຫງົບ ມີການຫັນປ່ຽນໃໝ່, ໂລ່ງລ່ຽນ, ເປັນລະບົບ ແລະ ມີປະສິດທິພາບສູງ, ມີການຈັດຕັ້ງທີ່ໜັກແໜ້ນ ເຂັ້ມແຂງກວ່າເກົ່າ.

ໂອກາດນີ້, ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ປະທານສະພາວິທະຍາສາດ ປກສ ກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະ ບັນດານັກວິທະຍາສາດ ຈົ່ງໃຫ້ຄວາມສໍາຄັນຕໍ່ວຽກງານຄົ້ນຄວ້າວິທະຍາສາດ ປກສ ສູງຂຶ້ນກວ່າເກົ່າ, ພ້ອມກັນນໍາໄປຈັດຕັ້ງປະຕິບັດຢ່າງມີແຜນການອັນລະອຽດ, ມີຜູ້ຮັບຜິດຊອບ, ມີການຕິດຕາມກວດກາ ແລະ ສະຫຼຸບຖອດ ຖອນບົດ ຮຽນເປັນແຕ່ລະໄລຍະ; ເອົາໃຈໃສ່ ປະຕິບັດຕາມພາລະບົດບາດການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດປ້ອງກັນຄວາມສະຫງົບ ທີ່ກຳນົດໄວ້, ເອົາໃຈໃສ່ເຂົ້າຮ່ວມກອງປະຊຸມສະພາວິທະຍາສາດປ້ອງກັນຄວາມສະຫງົບ ຄົ້ນຄວ້າຮັບຮອງເອົາຫົວຂໍ້ວິທະຍາສາດ ແລະ ນິຕິກຳຕ່າງໆ ເຊັ່ນ: ກາໝາຍໂລໂກ້ເຫຼົ່າວິຊາສະເພາະຂອງບັນດາກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນ, ຄົ້ນຄວ້າຂຽນບົດຍຸດທະສາດ ແລະ ວິທະຍາສາດປ້ອງກັນຄວາມສະຫງົບ ທີ່ກະຊວງໄດ້ຕົກລົງໃຫ້ຄົ້ນຄວ້າຂຽນ ເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຂອງກົມກອງ, ການກໍ່ສ້າງ ແລະ ພັດທະນາກໍາລັງປ້ອງກັນຄວາມສະຫງົບ ໃນສະເພາະໜ້າ ແລະ ຍາວນານ, ຄົ້ນຄວ້າບັນດານິຕິກຳຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນ ໄຫວສະພາວິທະຍາ ສາດ ປ້ອງກັນຄວາມສະຫງົບ, ສະເໜີໃຫ້ຄະນະພັກ-ຄະນະນໍາກະຊວງ, ບັນດາກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງສະພາວິທະຍາສາດປ້ອງກັນຄວາມສະຫງົບ ໃຫ້ໄດ້ຮັບໝາກຜົນສູງ, ປະ ສານສົມທົບແຕ່ລະພາກສ່ວນທີ່ກ່ຽວຂ້ອງ ເພື່ອເຕົ້າໂຮມກຳລັງແຮງສັງລວມ ເຮັດຫຼ້ອນໜ້າທີ່ຂອງຕົນ ແລະ ການຊີ້ນໍາຂອງຂັ້ນເທິງ ແລະ ແຜນການໂຄງການ, ເຊິ່ງເປັນມະຕິກອງປະຊຸມນີ້ຈະໄດ້ຮັບການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ; ເພື່ອນໍາເອົາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຮັບປະກັນເຮັດສຳເລັດໜ້າທີ່ການ ເມືອງທີ່ພັກ-ລັດມອບໝາຍ.

Continue Reading

Previous: ກອງບັນຊາການປ້ອງກັນທີ່ຕັ້ງ ຜ່ານແຜນປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45
Next: ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກ ອັງກິດ ປະຈຳ ສປປ ລາວ

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.