Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ເຈົ້າໜ້າທີ່ອາວຸໂສອາຊຽນ + ສປ ຈີນຫາລືກຽມຄວາມພ້ອມໃຫ້ກອງປະຊຸມລັດຖະມົນຕີອາຊຽນ + ສປ ຈີນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ

ເຈົ້າໜ້າທີ່ອາວຸໂສອາຊຽນ + ສປ ຈີນຫາລືກຽມຄວາມພ້ອມໃຫ້ກອງປະຊຸມລັດຖະມົນຕີອາຊຽນ + ສປ ຈີນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ

ກົມສື່ມວນຊົນ 02/09/2024
457258670_486936374232694_4211640094347878011_n copy

ໃນວັນທີ 27 ສິງຫາ 2024 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ + ສປ ຈີນ ເພື່ອປຶກສາຫາລືກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ + ສປ ຈີນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 11, ໂດຍພາຍໃຕ້ການເປັນປະທານຮ່ວມຂອງຫົວໜ້າເຈົ້າໜ້າທີ່ອາວຸໂສ ມາເລເຊຍ ແລະ ສາທາລະນະລັດ ປະຊາຊົນຈີນ, ມີຫົວໜ້າເຈົ້າໜ້າ ທີ່ອາວຸໂສປະເທດສະມາຊິກອາຊຽນ ແລະ ຕີມໍ ເລສເຕ ຮັບຜິດຊອບວຽກ ງານຕ້ານອາຊະຍາກໍາຂ້າມຊາດ, ຮອງເລຂາທິການໃຫຍ່ອາຊຽນ ດ້ານການເມືອງ-ຄວາມໝັ້ນຄົງ, ພ້ອມດ້ວຍຄະນະຜູ້ແທນ ເຂົ້າຮ່ວມ.

ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໄດ້ພ້ອມກັນທົບທວນຄືນຜົນຂອງການຮ່ວມມືຕ້ານອາຊະຍາກໍາຂ້າມຊາດລະຫວ່າງອາຊຽນ ແລະ ສປ ຈີນ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການສະກັດກັ້ນບັນຫາຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການລັກລອບຄ້າຂາຍອາວຸດເສິກ, ອາຊະຍາກໍາທາງເສດຖະກິດ, ການຟອກເງີນ, ອາຊະຍາກໍາທາງຄອມພິວເຕີ, ການໂຈລະກໍາທາງທະເລ, ການຄ້າຂາຍສັດປ່າ ແລະ ໄມ້ຫວງຫ້າມ ແລະ ການລັບລອບນໍາຄົນເຂົ້າ-ອອກເມືອງ.

ນອກນັ້ນ, ໃນກອງປະຊຸມ ຍັງໄດ້ຍົກສູງຄວາມຮັບຜິດຊອບຄົ້ນຄ້ວາບັນຫາທີ່ສໍາຄັນ ເພື່ອເຮັດໃຫ້ການພົວພັນຮ່ວມມືລະ ຫວ່າງອາຊຽນ ແລະ ສປ ຈີນ ໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ໃນຕໍ່ໜ້າມີປະສິດທິພາບສູງຂຶ້ນ; ບັນດາເນື້ອໃນຂອງກອງປະຊຸມໃນຄັ້ງນີ້ຈະໄດ້ນໍາໄປຄົ້ນຄ້ວາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມລັດຖະມົນຕີອາຊຽນ + ສປ ຈີນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 11 ເພື່ອເປັນບ່ອນອີງສໍາຄັນທີ່ຈະເຮັດໃຫ້ການພົວພັນຮ່ວມມືຕ້ານອາຊະຍາກໍາຂ້າມຊາດລະຫວ່າງອາຊຽນ ແລະ ສປ ຈີນ ມີຄວາມແໜ້ນແຟ້ນຂຶ້ນກ່ວາເກົ່າ.

Continue Reading

Previous: ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສສ ຫວຽດ ນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ
Next: ກອງປະຊຸມພົບປະລະຫວ່າງ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.