Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ແຂ່ງຂັນກິລາຍິງປືນຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ແຂ່ງຂັນກິລາຍິງປືນຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ກົມສື່ມວນຊົນ 26/03/2024
DSC_3951 copy

ກະຊວງປ້ອງກັນຄວາມສະຫງົບ ຈັດຂະບວນການແຂ່ງຂັນກິລາຍິງປືນຊີງຂັນທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອ ກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ ໃນວັນ 23 ມີ ນາ 2024 ທີ່ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ, ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ, ມີບັນດາການນຳຂັ້ນສູງພັກ-ລັດ, ການນຳບັນດາກະຊວງ, ອົງການ, ກົມກອງອ້ອມຂ້າງ, ພະນັກງານປະຕິວັດອາວຸໂສບຳນານ, ຄະນະນຳກະຊວງ, ນາຍ ແລະ ພົນຕຳຫຼວດ, ແຂກຮັບເຊີນ ແລະ ຄະນະຮັບຜິດ ຊອບ ເຂົ້າຮ່ວມ.

ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່າວວ່າ: ການແຂ່ງຂັນກິ ລາຍິງປືນຊີງຂັນທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້ມີຄວາມໝາຍສຳຄັນຢ່າງຍິ່ງ; ເຊິ່ງນອກຈາກເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ ແລະ ວັນສຳຄັນຕ່າງໆຂອງພັກ-ຂອງຊາດ ແລ້ວຍັງເປັນການຝຶກເຕັກນິກຄວາມສາມາດ ແລະ ການຮັດແໜ້ນຄວາມສາມັກຄີລະຫວ່າງກະຊວງປ້ອງກັນຄວາມສະຫງົບ ກັບການນໍາຂັ້ນສູງຂອງພັກ-ລັດຢູ່ບັນດາກະຊວງ, ອົງການອ້ອມຂ້າງສູນກາງ-ທ້ອງຖິ່ນ ແລະ ບໍລິສັດໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ແລະ ການແຂ່ງຂັນກິລາຍິງປືນໃນຄັ້ງນີ້ມີ 6 ສາຍ ຄື: ສາຍການນຳຂັ້ນສູງພັກ-ລັດອ້ອມຂ້າງສູນກາງ, ສາຍການນຳກະ ຊວງປ້ອງກັນຄວາມສະຫງົບ, ສາຍກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ, ສາຍອະດີດການນຳປະຕິວັດ, ສາຍຊາຍ ແລະ ສາຍຍິງທົ່ວໄປ, ເຊິ່ງມີນັກກິລາເຂົ້າຮ່ວມ 186 ທ່ານຍິງ 38 ທ່ານ.

ຜ່ານການແຂ່ງຂັນສາຍການນຳຂັ້ນສູງພັກ-ລັດ ໄດ້ລາງວັນທີ 1 ແມ່ນ ທ່ານ ໄກ່ສັກສີ ບົວໃບອ່ອນ ທີ່ປຶກສາບໍລິສັດ IHC, ລາງ ວັນທີ 2 ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ແລະ ລາງວັນທີ 3 ທ່ານ ລາວປ່າວຊົງ ນະວົງໄຊ ຮອງຄະນະໂຄສະນາອົບຮົມສູນກາງພັກ; ສາຍການນຳກະຊວງປ້ອງກັນຄວາມສະຫງົບ ລາງວັນ ທີ 1 ແມ່ນ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ, ລາງວັນທີ 2 ພົຈວ ພອນໄຊ ຍົດສົມບັດ ຮອງຫົວ ໜ້າຫ້ອງວ່າການກະຊວງ ແລະ ລາງວັນທີ 3 ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ສັນຕິບານ; ສາຍກົມກອງອ້ອມຂ້າງກະຊວງ ປກສ ລາງວັນທີ 1 ແມ່ນ ພັອ ອັດສະຈັນ ວົງສາລາດ ຈາກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ລາງວັນທີ 2 ພັອ ພູພອນ ວົງພະໄຕ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ລາງວັນທີ 3 ພັອ ປອ ລິນທອງ ແກ້ວປະພັນ ຮອງຫົວໜ້າຜູ້ອຳນວຍການວິທະຍາຄານສັນຕິບານປະຊາຊົນ; ສາຍອະດີດການນຳປະຕິວັດລາງວັນທີ 1 ແມ່ນ ພົຕ ສົມຫວັງ ທຳມະສິດ ອະດີດຮອງລັດຖະມົນຕີກະຊວງ ປກສ, ລາງວັນທີ 2 ພັອ ລຳພຽງ ພົມມະກອງ ອະດີດຮອງຫົວໜ້າ ກອງບັນຊາການປ້ອງກັນສູນກາງ ແລະ ລາງວັນທີ 3 ພັອ ບຸນພາ ນັນທະວົງ ອະດີດຫົວໜ້າຄຸ້ມຄອງທຸລະກິດກົມໃຫຍ່ຕຳຫຼວດ; ສາຍຍິງທົ່ວໄປລາງວັນທີ 1 ແມ່ນ ພັຕ ນາງ ສຸກສາຄອນ ລາດຊະວົງ ກົມ 504, ທີ 2 ວທ ນາງ ສາຍຝົນ ຈາກວິທະຍາຄານສັນຕິບານປະ ຊາຊົນ ແລະ ທີ 3 ຮທ ນາງ ວຽງສະຫວັນ ພົມມະກອງ ຈາກ ກົມໃຫຍ່ການເມືອງ ແລະ ສາຍ ຊາຍທົ່ວໄປ ລາງວັນທີ 1 ແມ່ນ ພັຕ ສົມໄຊ ສົມພູວັນ ກົມ 504, ທີ 2 ຮອ ໂຍວາທີ ສີສົມບັດ ຈາກ ວິທະຍາຄານສັນຕິບານປະຊາຊົນ ແລະ ທີ 3 ທ່ານ ອາພາຍະກອນ ແກ້ວໄຊຍະຈັກ, ເຊິ່ງແຕ່ລະລາງວັນແມ່ນໄດ້ຮັບຂັນລາງວັນ ພ້ອມດ້ວຍເງິນສົດໃຫ້ກຽດມອບ ໂດຍບັນດາການນຳຂັ້ນສູງພັກ-ລັດ ແລະ ການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບ.

Continue Reading

Previous: ຮອງນາຍົກລັດຖະມົນຕີ ຢ້ຽມຢາມໃຫ້ກຳລັງໃຈຄົນເຈັບ ຢູ່ໂຮງໝໍ 5 ເມສາ
Next: ຮອງນາຍົກລັດຖະມົນຕີຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາເອກອັກຄະລັດຖະທູດ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.