Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ລາວ ແລະ ກຳປູເຈຍ ສືບຕໍ່ເສີມຂະຫຍາຍການຮ່ວມມືວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024

ລາວ ແລະ ກຳປູເຈຍ ສືບຕໍ່ເສີມຂະຫຍາຍການຮ່ວມມືວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024

ກົມສື່ມວນຊົນ 15/03/2024
433239035_929171639212095_2100199621604023099_n

ໃນຕອນບ່າຍ ວັນທີ 14 ມີນາ 2024, ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງ ສູນກາງພັກ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ບົວແກ້ວ ພູມວົງໄຊ ເອກອັກຄະລັດຖະທູດລາວ ປະຈຳກຳປູ ເຈຍ, ມີທ່ານເຈົ້າແຂວງແຂວງອັດຕະປື, ຮອງເຈົ້າແຂວງຈຳປາສັກ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຄື່ອນໄຫວສັນທະວະໄມຕີ ແລະ ເຮັດວຽກຢູ່ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ເພື່ອສືບຕໍ່ເສີມຂະ ຫຍາຍການພົວພັນຮ່ວມມືວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024. ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢູ່ທີ່ກະຊວງພາຍໃນ ຣາຊະອານາຈັກກໍາປູເຈຍ ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ.

ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍກໍໄດ້ເຂົ້້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະ ຫງົບແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳປີ 2024; ໃນກອງປະຊຸມໄດ້ມີການສະ ຫຼຸບທອດຖອນບົດຮຽນ ແລະ ທົບທວນຄືນບົດບັນທຶກການຮ່ວມມືສອງຝ່າຍ ທີ່ໄດ້ຮ່ວມກັນລົງນາມ ໃນປີ 2023; ໃນໄລຍະໜຶ່ງປີຜ່ານມາ ທັງສອງຝ່າຍໄດ້ພ້ອມກັນຈັດຕັ້ງປະຕິ ບັດຕາມເນື້ອໃນຂອງບົດບັນທຶກການຮ່ວມມືປະຈຳປີ 2023 ທີ່ສອງກະ ຊວງໄດ້ລົງ ນາມຮ່ວມກັນ ຢ່າງຫ້າວຫັນ ແລະ ມີຜົນສຳເລັດໃນຫຼາຍດ້ານ ນັບທັງສູນກາງ ແລະ ທ້ອງຖິ່ນ ທີ່ມີເຂດແດນຕິດຈອດກັນ; ເຊິ່ງເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະ ຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນ ລະຫວ່າງສອງກະຊວງ ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ; ຈາກຜົນສຳເລັດດັ່ງກ່າວນັ້ນ ໄດ້ເຮັດໃຫ້ສະພາບສັງຄົມຂອງແຕ່ລະປະເທດມີຄວາມສະຫງົບສຸກ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ນອກນັ້ນ, ຄະນະຜູ້ແທນຂັ້ນສູງ, ຄະນະຫ້ອງວ່າການກະຊວງ, ຂັ້ນກົມ-ກອງວິຊາສະເພາະຂອງສອງກະຊວງ, ຂັ້ນທ້ອງຖິ່ນ ກໍ່ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຕະຫຼອດເຖິງການແລກປ່ຽຂໍ້ມູນຂ່າວສານ ແລະ ປະສານສົມທົບໃນການຮ່ວມມືກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ດ້ານຕ່າງໆ ຢູ່ໃນສັງຄົມ ເພື່ອຮັບປະກັນໃຫ້ສອງປະເທດມີຄວາມສະຫງົບ-ປະຊາຊົນດຳລົງຊີວິດດ້ວຍຄວາມປອດໄພ.

ສຳລັບທິດທາງແຜນການຮ່ວມມືປະຈຳປີ 2024 ທັງສອງຝ່າຍໄດ້ເປັນເອກພະພາບຮ່ວມມືກັນໃນຫຼາຍຂົງເຂດຮັກສາຄວາມສະຫງົບເຊັ່ນ: ການຮ່ວມມືຮັກສາຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ການກວດກາ ແລະ ຄວບຄຸມຢາເສບຕິດ, ວຽກງານຕ້ານການຄ້າມະນຸດ, ວຽກງານຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ການຂ້າມຊາຍແດນ, ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານອາຊະຍາກຳ ທາງໂທລະຄົມ ແລະ ຄອມພິວເຕີ, ການໂອນໂຕນັກໂທດຜູ້ທີ່ຖືກຕັດສິນລົງໂທດ, ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ແລະ ການກໍ່ສ້າງກຳລັງ.

ຕອນທ້າຍພິທີ, ກໍໄດ້ມີການລົງນາມບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ກະ ຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊະ ອານາຈັກກຳປູເຈຍ ປະຈຳປີ 2024; ຝ່າຍກະຊວງປ້ອງກັນຄວາມສະຫງົບລາວ ລົງ ນາມໂດຍ ທ່ານ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຝ່າຍກໍາປູເຈຍ ລົງນາມໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ.

Continue Reading

Previous: ຮັບຮອງເອົາ 213 ໜ່ວຍພັກ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
Next: ຄະນະນຳກະຊວງ ປກສ ລາວ ເດີນທາງສູ່ກຳປູເຈຍ ເພື່ອກະກຽມໃຫ້ແກ່ກອງປະຊຸມຮ່ວມມືສອງຝ່າຍ ປະຈຳປີ 2024

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.