Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ຄັ້ງທີ 46

ກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ຄັ້ງທີ 46

ກົມສື່ມວນຊົນ 10/01/2024
ກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ຄັ້ງທີ 46

ວັນທີ 7 ມັງກອນ 2024, ທີ່ນະຄອນຫຼວງຮ່າໂນ້ຍ ໄດ້ຈັດກອງປະຊຸມຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 46 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາການນໍາຂັ້ນສູງຂອງສອງປະເທດ ຈາກສູນກາງ ແລະ ທ້ອງຖິ່ນ ລວມທັງວິຊາການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍ ແຜນການຮ່ວມມື ປະຈໍາປີ 2023 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ໃນປີ 2023 ແລະ ທິດທາງການຮ່ວມມື ປະຈໍາປີ 2024 ໂດຍໄດ້ມີການແລກປ່ຽນກັນຫຼາຍເນື້ອໃນຢ່າງເລິກເຊິ່ງ, ກົງໄປກົງມາ ດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ບົນຕິດໃຈຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃນໜຶ່ງປີຜ່ານມາ.

ສອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ເອົາໃຈໃສ່ຕິດຕາມການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ ຂອງບັນດາກະຊວງຂະແໜງການ ລວມທັງຢູ່ສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນແມ່ນ ການພົວພັນຮ່ວມມືດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ ແລະ ດ້ານການສຶກສາ, ພັດທະນາຊັບພະຍາກອນມະນຸດ ແລະ ຂົງເຂດອື່ນໆ.

ເຊິ່ງທັງສອງຝ່າຍເຫັນດີຮ່ວມກັນວ່າ ບັນດາວຽກງານການຮ່ວມມືກ່ຽວກັບ ດ້ານການເຊື່ອມໂຍງ-ເຊື່ອມຈອດທາງດ້ານຄົມມະນາຄົມ, ການຮ່ວມມືດ້ານພະລັງງານໄຟຟ້າ ແລະ ດ້ານການສຶກສາ ຍັງສືບຕໍ່ເປັນວຽກບູລິມະສິດໃນການຮ່ວມມືຂອງສອງປະເທດ ທີ່ຈະເປັນກໍາລັງຍູ້ໜູນການພັດທະນາ, ສ້າງສາເສດຖະກິດສັງຄົມຂອງສອງປະເທດ ເພື່ອໃຫ້ຄຽງຄູ່ກັບການພົວພັນທາງການເມືອງ, ຄວາມໝັ້ນຄົງ ແລະ ການຕ່າງປະເທດທີ່ດີເລີດຂອງສອງປະເທດ. ພ້ອມກັນນີ້, ທັງສອງຝ່າຍ ຍັງໄດ້ມີການຮ່ວມກັນລົງນາມຮັບຮອງ ຂໍ້ຕົກລົງ ວ່າດ້ວຍ ແຜນການຮ່ວມມື ປະຈໍາປີ 2024 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.

ສໍາລັບທິດທາງແຜນການຮ່ວມມື ປະຈໍາປີ 2024, ນາຍົກລັດຖະມົນຕີ ຂອງສອງປະເທດ ໄດ້ເນັ້ນໃຫ້ບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ສືບຕໍ່ຢຶດໝັ້ນ ແລະ ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດການຮ່ວມມື ຂອງສອງປະເທດ ໄລຍະ 2021-2030, ສັນຍາ ວ່າດ້ວຍແຜນການຮ່ວມມື ໄລຍະປີ 2021-2025, ແຜນການຮ່ວມມື ປະຈໍາປີ 2024 ກໍຄື ບັນດາຂໍ້ຕົກລົງຕ່າງໆທີ່ກ່ຽວຂ້ອງ ແລະ ຜົນການຢ້ຽມຢາມຂອງການນໍາຂັ້ນສູງຂອງສູນກາງ ແລະ ທ້ອງຖິ່ນ ໃຫ້ເກີດດອກອອກຜົນ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.

ໃນໂອກາດນີ້, ທັງສອງຝ່າຍ ໄດ້ຢັ້ງຢືນທີ່ຈະໃຫ້ການຮ່ວມມືກັນໃນຂອບການຮ່ວມມືພາກພື້ນ ແລະ ສາກົນ ກໍຄື ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

Continue Reading

Previous: ເນັ້ນກຳລັງ ປກສ ເພີ່ມທະວີວຽກງານວິຊາສະເພາະ ໃຫ້ຮັບປະກັນຄວາມປອດໄພຮອບດ້ານ
Next: ຄ້າຍຄຸມຂັງດັດສ້າງ ປກສ ແຂວງ ວຽງຈັນ ຈັດພິທີອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2023 ຈຳນວນ 105 ຄົນ

ຂ່າວອື່ນໆທີ່ກ່ຽວຂ້ອງ

467705930_1114650770664180_1389802830181116684_n copy

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພະຈິກ 2024

ກົມສື່ມວນຊົນ 25/11/2024
467760603_1114839020645355_8462961313288984275_n copy

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ປກສ

ກົມສື່ມວນຊົນ 22/11/2024
462605733_518529817740016_8791036696773817805_n copy

ລາວ-ອີຢູ ປຶກສາຫາລືການຮ່ວມມືສອງຝ່າຍ

ກົມສື່ມວນຊົນ 11/10/2024

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.