Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ເຈົ້າແຂວງອັດຕະປື ເນັ້ນໃຫ້ກຳລັງ ປກສ ແຂວງ ສືບຕໍ່ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະ

ເຈົ້າແຂວງອັດຕະປື ເນັ້ນໃຫ້ກຳລັງ ປກສ ແຂວງ ສືບຕໍ່ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະ

ກົມສື່ມວນຊົນ 18/12/2023
123

ທ້າຍອາທິດຜ່ານມານີ້, ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ໂອ້ລົມຕໍ່ນາຍຕຳຫຼວດຫຼັກແຫຼ່ງກອງບັນຊາການ ປກສ ແຂວງ, ໂດຍການຕ້ອນຮັບຂອງ ພົຈວ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາ ການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ພ້ອມດ້ວຍກອງບັນຊາການ ປກສ 5 ຕົວເມືອງ ແລະ ນາຍຕຳຫຼວດຫຼັກແຫຼ່ງ ເຂົ້າຮ່ວມ.

ໃນພີທີ, ທ່ານເຈົ້າແຂວງອັດຕະປື ແຂວງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງແຕ່ລະເຫຼົ່າວິຊາສະ ເພາະ ຈາກທ່ານຫົວໜ້າກອງ ບັນຊາການ ປກສ ແຂວງ ເປັນຕົ້ນ: ວຽກງານການເຊື່ອມຊຶມມະຕິຂອງພັກ, ຄຳສັ່ງ ແລະ ເອກະສານອື່ນໆຂອງລັດ ກໍຄືຂອງກະຊວງ ປກສ, ການດຳເນີນຊີວິດການ ເມືອງພາຍໃນພັກ, ການກະກຽມການດຳເນີນກອງປະຊຸມສາມຂັ້ນຂອງພັກ, ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານພາຍໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບມີຄວາມກ້າວໜ້າ, ຕັ້ງໜ້າຜັນຂະຫຍາຍວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ເພື່ອເຮັດໃຫ້ຮາກຖານມີຄວາມເຂັ້ມແຂງ ເພື່ອຮັບປະກັນເຮັດໃຫ້ແຂວງອັດຕະປື ມີສະຖຽນລະພາບທາງດ້ານການເມືອງ ສັງ ຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ວຽກງານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ການສະກັດກັ້ນຢາເສບຕິດ, ການລັກ ອບຄ້າ-ຂາຍເຖື່ອນ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ, ການກວດກາຄົນເຂົ້າ-ອອກເມືອງຢູ່ດ່ານ ແລະ ການຄຸ້ມຄອງຄົນຕ່າງປະເທດ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງອັດຕະປື ກໍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍມາຍັງຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດທຸກເຫຼົ່າວິຊາສະເພາະ ທີ່ໄດ້ເສຍສະ ລະເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ, ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີຄວາມສະຫງົບໂດຍພື້ນຖານ ເປັນຕົ້ນແມ່ນໃນໄລຍະການຈັດຕັ້ງປະຕິບັດເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ນອກນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ກໍຄືນາຍ ແລະ ພົນຕຳຫຼວດ ຈົ່ງສືບຕໍ່ເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ. ພ້ອມກັນນີ້, ໃຫ້ສືບຕໍ່ສືກສາອົບຮົມການເມືອງນຳພາແນວຄິດໃຫ້ນາຍ ແລະ ພົນຕຳຫຼວດພາຍໃນກົມກອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ສືບຕໍ່ແກ້ໄຂປາກົດ ການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນກຳລັງ ປກສ ເພື່ອໃຫ້ກາຍເປັນກຳລັງທີ່ປອດໃສຂາວສະອາດສົມກັບເປັນທີ່ໄວ້ວາງໃຈຈາກສັງ ຄົມ, ສືບຕໍ່ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ໄດ້ແກ້ໄຂປາກົດ ການຫຍໍ້ທໍ້ທີ່ເກີດຂຶ້ນທາງສັງຄົມໃຫ້ວ່ອງໄວ ແລະ ທັນການໂດຍອີງໃສ່ມະຕິ, ຄຳສັ່ງ ແລະ ນິຕິກຳອື່ນໆຂອງຂັ້ນເທິງທີ່ກ່ຽວຂ້ອງ.

Continue Reading

Previous: ບໍລິສັດ ບູຢອງ ຈຳກັດ ມອບລົດເມ ຈຳນວນ 600 ຄັນ ໃຫ້ແກ່ລັດຖະບານ ສປປ ລາວ
Next: ສານປະຊາຊົນ ແຂວງວຽງຈັນ ພິຈາລະນາຕັດສີນປະຫານຊີວິດຈຳເລີຍ 2 ຄົນ ໃນຂໍ້ຫາຂົນສົ່ງຢາເສບຕິດ ປະເພດຢາບ້າ ແລະ ຢາໄອ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.