Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ພິທີປະກາດແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ ແລະ ປະກາດນາຍຕຳຫຼວດພັກການ-ຮັບອຸດໜູນບຳນານ

ພິທີປະກາດແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ ແລະ ປະກາດນາຍຕຳຫຼວດພັກການ-ຮັບອຸດໜູນບຳນານ

ກົມສື່ມວນຊົນ 05/12/2023
407254118_857442536385006_6607169872488459015_n

ພິທີປະກາດແຕ່ງຕັ້ງນາຍຕໍາຫຼວດຂັ້ນສູງ ແລະ ປະກາດນາຍຕໍາຫຼວດພັກການ-ຮັບອຸດໜູນບໍານານຂອງກະຊວງ ປກສ ຈັດຂຶ້ນໃນວັນທີ 1 ທັນວາ 2023, ໂດຍການເປັນປະທານຂອງ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ, ມີຮອງລັດຖະມົນຕີ, ຫົວ ໜ້າກົມໃຫຍ່, ພ້ອມດ້ວຍຮອງກົມໃຫຍ່, ຫ້ອງວ່າການ ແລະ ວິທະຍາ ຄານ ກົມກອງ ອ້ອມຂ້າງກະຊວງ ເຂົ້າຮ່ວມ.

ໃນພິທີ, ທ່ານ ສຸລິຍາ ພົມມີສິດ ຮອງ ຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍອະນຸ ມັດໃຫ້ນາຍຕໍາຫຼວດອອກພັກການ-ຮັບ ອຸດໜູນບໍານານ. ໃນນີ້, ອະນຸມັດໃຫ້ ພົຕ ປອ ບົວວັນ ວົງສາວັນທອງ ຫົວໜ້າກົມ ໃຫຍ່ສັນ ຕິບານ ກະຊວງ ປກສ ພັກການ-ຮັບອຸດໜູນບໍານານ.

ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ຕົກ ລົງບົ່ງຕົວແຕ່ງຕັ້ງກຳມະການປະຈຳພັກກະຊວງ, ກຳມະການ ຄະນະພັກກະຊວງ. ໃນນີ້, ບົ່ງຕົວແຕ່ງຕັ້ງ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ແລະ ພົຈວ ຈູມມະນີ ວົງມະນີ ເປັນກຳມະການປະຈຳພັກ ກະຊວງ ປກສ, ພົຈວ ກອງສະ ຫວັດ ບຸນລ້ຽງ ແລະ ພົຈວ ແກ່ນຈັນ ພົມມະຈັກ ເປັນກຳມະການຄະນະພັກກະ ຊວງ ປກສ.

ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍແຕ່ງຕັ້ງນາຍຕຳຫຼວດ ກະຊວງ ປກສ. ໃນນີ້, ແຕ່ງຕັ້ງ ພົຕ ສົມວັນ ສາຍລ້ອງພາ ເປັນຮອງລັດຖະມົນຕີ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ເປັນ ຫົວໜ້າກົມໃຫຍ່ການເມືອງ, ພົຈວ ຈູມ ມະນີ ວົງມະນີ ເປັນຫົວໜ້າກົມໃຫຍ່ ສັນຕິບານ, ພົຈວ ສຸລິນະ ແກ້ວປະເສີດ ເປັນຫົວໜ້າຫ້ອງວ່າການກະຊວງ, ພັອ ສີວັນທາ ເພຍສະຂາ ເປັນຮອງຫົວໜ້າ ຫ້ອງວ່າການ, ພັອ ຫຸມພັນ ຜິວເຂັມພອນ ເປັນຮອງຫົວໜ້າກົມໃຫຍ່ການເມືອງ, ພັອ ລັດສະໝີ ໄຊຍະຄໍາ ເປັນຮອງຫົວ ໜ້າກົມໃຫຍ່ຕໍາຫຼວດ ແລະ ພັອ ພູທອນ ພົນໂພສີລາຫົງ ເປັນຮອງຫົວໜ້າກົມ ໃຫຍ່ພາລະທິການ.

ຜ່ານຂ້ໍຕົກລົງຂອງຄະນະພັກກະ ຊວງ ປກສ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ເປັນເລຂາຄະນະ ພັກກົມໃຫຍ່ການ ເມືອງ, ພົຈວ ຄອນສະຫວັນ ສົມພາໄຊ ເປັນຮອງເລຂາຄະນະພັກກົມໃຫຍ່ການເມືອງ, ພົຈວ ແອນ ອຸ່ນອານົງນຸດ ເປັນຄະນະປະຈໍາພັກ ກົມໃຫຍ່ການເມືອງ, ພົຈວ ຈູມມະນີ ວົງມະນີ ເປັນເລຂາຄະນະພັກກົມໃຫຍ່ ສັນຕິບານ, ພົຈວ ກອງສະຫວັດ ບຸນລ້ຽງ ເປັນຮອງເລຂາຄະນະພັກກົມໃຫຍ່ສັນຕິບານ, ພົຈວ ສຸລິນະ ແກ້ວປະເສີດ ເປັນ ເລຂາຄະນະ ພັກ ຫ້ອງວ່າການ ແລະ ພົຈວ ອານຸເດດ ຄູນຄໍາ ເປັນຮອງເລຂາ.

ຕອນທ້າຍພິທີ, ພົອ ວິໄລ ຫຼ້າຄໍາຟອງ ໄດ້ໂອ້ລົມຕໍ່ນາຍຕໍາຫຼວດທີ່ພັກການ-ຮັບອຸດໜູນບໍານານ ແລະ ນາຍຕໍາຫຼວດ ທີ່ໄດ້ຮັບການແຕ່ງຕັ້ງ; ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ ພັກການ-ຮັບອຸດໜູນບໍານານວ່າ: ໃນໄລຍະການປະຕິບັດໜ້າທີ່ສະຫາຍກໍໄດ້ປະກອບສ່ວນເຮັດສໍາເລັດໜ້າທີ່ຢ່າງໃຫຍ່ ຫຼວງທີ່ພັກ-ລັດໄດ້ມອບໝາຍໃຫ້ ກໍຄື ໃຫ້ກໍາລັງປ້ອງ ກັນຄວາມສະຫງົບ ຈົນມາຮອດມື້ນີ້ແມ່ນມີເງື່ອນໄຂຄົບຖ້ວນກໍໄດ້ຮັບນະໂຍບາຍດັ່ງກ່າວ; ຕໍ່ກັບຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງເປັນຄັນທຸງຮັກສາ ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແໜ້ນໜາ ປະຕິບັດໃຫ້ຖືກຕ້ອງຄົບຖ້ວນຂອງການນໍາພາຂອງພັກ, ຕ້ອງມີ ຄວາມເປັນເອກກະພາບໃນການຕັດສິນ ບັນຫາແບ່ງງານຢ່າງລະອຽດຈະແຈ້ງ ກວດກາຄວາມຖືກຕ້ອງ, ໃນກໍລະນີພົບ ເຫັນວ່າບໍ່ຖືກຕ້ອງກໍຕ້ອງ ແກ້ໄຂເຊື່ອໝັ້ນວ່າບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຈະເຮັດສໍາເລັດທຸກໜ້າທີ່ ທີ່ໄດ້ຮັບການ ມອບໝາຍໃຫ້ເປັນຢ່າງດີ.

ຂ່າວ: ບຸນຖິນ

Continue Reading

Previous: ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄຳໄຊ ປະກາດອະໄພຍະໂທດ ໃຫ້ນັກໂທດກ່ອນກຳນົດຕໍ່ຜູ້ທີ່ມີເງື່ອນໄຂ
Next: ພິທີປະກາດດໍາລັດວ່າດ້ວຍການຈັດຕັ້ງ-ການເຄື່ອນໄຫວ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຊີ້ນໍາຂອງອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດສາມຫຼຽ່ມຄໍາ

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.