Skip to content

ເມນູລັດ

  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວ ປກສ, ປກຊ
  • ຂ່າວການເຄື່ອນໄຫວວິຊາສະເພາະ ວິທະຍຸ ປກສ
  • ຂ່າວເດັ່ນ
  • ນິຕິກຳ
  • ບົດຄວາມ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
  • ໂທລະພາບ ປກສ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ກົມໃຫຍ່ການເມືອງ
      • ວິທະຍຸ ປກສ
        • ຂ່າວ ປກສ, ປກຊ
        • ບົດຄວາມ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ພະລາທິການ
    • ກົມກວດກາ-ກວດການ
    • ກົມສື່ສານ
      • ກົງຈັການຈັດຕັ້ງ
        • ຫ້ອງການກົມ
        • ພະແນກການເມືອງ
        • ພະແນກພະລາ
        • ພະແນກຄຸ້ມຄອງລະບົບຄອມພີວເຕີ
        • ພະແນກຕິດຕັ້ງ-ສ້ອມແປງ
        • ພະແນກຮັບ-ສົ່ງຂ່າວສານ
        • ພະແນກເຕັກນິກ
        • ພະແນກໂທລະສັບ
        • ພະແນກໂທລະເລກ
      • ພາລະບົດບາດ
      • ມູນເຊື້ອ
      • ກອງປະຊຸມ
      • ນິຕິກຳ
      • ພົວພັນ
      • ການເຄື່ອນໄຫວວິຊາສະເພາະ
    • ກົມ504
    • ກົມຄຸ້ມຄອງສຳມະໂນຄົວ
    • ກົມຄົ້ນຄວ້າ ວທສ-ປວສ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
    • ການເຄື່ອນໄຫວວຽກງານການນຳ
    • ການເມືອງ-ສັງຄົມ
    • ຂ່າວ ປກສ
    • ປະກົດການຫຍໍ້ທໍ້
    • ໂທລະພາບ ປກສ
  • ແຈ້ງການ
  • Home
  • ລັດຖະບານ ເລັ່ງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ
  • ການເຄື່ອນໄຫວວຽກງານຂອງການນຳ

ລັດຖະບານ ເລັ່ງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

ກົມສື່ມວນຊົນ 27/06/2022

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງວຽກງານລັດຖະບານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2022 ວ່າ:

ສາເຫດຄວາມຫຍຸ້ງຍາກຂອງສະພາບເສດຖະກິດໃນປະເທດເຮົາ ໃນປັດຈຸບັນນີ້ ແມ່ນເກີດຈາກ 2 ສາເຫດຫຼັກ ຄື: ສາເຫດນອກຕົວ ແມ່ນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບວິກິດເສດຖະກິດໂລກທີ່ເກີດຈາກການຂວໍ້າບາດຂອງປະເທດຕາເວັນຕົກ ທາງເສດຖະກິດຕໍ່ຣັດເຊຍ; ສ່ວນສາເຫດໃນຕົວ ແມ່ນຍ້ອນຢູ່ພາຍໃນພວກເຮົາຍັງບໍ່ມີຄວາມສະດຸ້ງໄວໃນການແກ້ໄຂບັນຫາ ຫຼື ບໍ່ຢາກປ່ຽນແປງໄປສູ່ອັນໃໝ່.

ທ່ານນາຍົກລັດຖະມົນຕີ ກ່າວອີກວ່າ: ແນວໃດກໍຕາມ, ລັດຖະບານ ພວມເອົາໃຈໃສ່ຢ່າງໃກ້ຊິດໃນການແກ້ໄຂບັນຫາຄວາມຫຍຸ້ງຍາກດັ່ງກ່າວ ໂດຍສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການ, ເປົ້າໝາຍ ແລະ ຄາດໝາຍຕ່າງໆທີ່ໄດ້ກໍານົດໄວ້ໃນວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂສະພາບເສດຖະກິດ-ການເງິນ ບົນພື້ນຖານຢຶດໝັ້ນຫຼັກການເດັດຂາດ, ໂປ່ງໃສ ແລະ ມືອາຊີບ ໃຫ້ມີປະສິດທິຜົນ; ສ່ວນບາງມາດຕະການຕົວຈິງໃນສະເພາະໜ້ານັ້ນ, ລັດຖະບານ ໄດ້ເພີ່ມທະວີຄວາມເດັດຂາດໃນການຄຸ້ມຄອງເງິນຕາຕ່າງປະເທດ, ຮ້ານແລກປ່ຽນ ແລະ ປະຕິບັດວິໄນເຂັ້ມງວດຕໍ່ຜູ້ລະເມີດລະບຽບກົດໝາຍ.

ປັດຈຸບັນ, ທະນາຄານແຫ່ງ ສປປ ລາວ ກໍາລັງຫັນເອົາຮ້ານແລກປ່ຽນເງິນຕາທັງໝົດ ໃຫ້ເຂົ້າສັງກັດທະນາຄານທຸລະກິດ ເພື່ອໃຫ້ອັດຕາການແລກປ່ຽນສອດຄ່ອງຕາມອັດຕາຊີ້ນໍາຂອງທະນາຄານແຫ່ງ ສປປ ລາວ; ນອກນີ້, ລັດຖະບານ ຍັງໄດ້ອອກພັນທະບັດຈໍາໜ່າຍແກ່ສັງຄົມ ເພື່ອດຶງດູດແຫຼ່ງທຶນສະກຸນເງິນກີບຈາກສັງຄົມເຂົ້າສູ່ທະນາຄານ, ຈາກການອອກພັນທະບັດດັ່ງກ່າວ ໄດ້ເຮັດໃຫ້ອັດຕາແລກປ່ຽນປັບລົງເລື້ອຍໆ.

ສ່ວນການແກ້ໄຂວິກິດນໍ້າມັນເຊື້ອໄຟນັ້ນ, ລັດຖະບານ ໄດ້ປັບໂຄງສ້າງລາຄານໍ້າມັນຕາມຂອບເຂດທີ່ຄະນະປະຈໍາສະພາແຫ່ງຊາດ ໄດ້ອະນຸມັດໂດຍໄດ້ປັບອາກອນຊົມໃຊ້ຈາກ 11% ມາເປັນຂອບອັດຕາຈັດຕັ້ງປະຕິບັດຕົວຈິງແຕ່ 0-11%, ສ່ວນແອັດຊັງທຳມະດາຈາກ 16% ມາເປັນຂອບຈັດຕັ້ງປະຕິບັດຕົວຈິງແຕ່ 0-16%, ເຊິ່ງຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກລົງໃຫ້ລັດຖະບານກຳນົດເອົາເອງໃນຂອບດັ່ງກ່າວ ພ້ອມທັງໄດ້ໃຫ້ສິນເຊື່ອແກ່ບໍລິສັດນໍ້າມັນເຊື້ອໄຟລາວ ເພື່ອເປັນຕົວແທນຂອງບັນດາບໍລິສັດນຳເຂົ້ານ້ຳມັນ ເພື່ອຈັດຊື້ນໍ້າມັນມາສະໜອງໃຫ້ສັງຄົມ ແລະ ມອບໃຫ້ 4 ບໍລິສັດ ເປັນຕົວແທນນໍາເຂົ້ານໍ້າມັນ ເປັນຜູ້ຄຸ້ມຄອງການຈັດຊື້ນໍ້າມັນເຊື້ອໄຟ ເພື່ອມາສະໜອງໃຫ້ແກ່ສັງຄົມ ເຖິງວ່າຈະບໍ່ປົກກະຕິຄືຜ່ານມາ ແຕ່ກໍຈະຜ່ອນຄາຍລົງ. ນອກນີ້, ລັດຖະບານ ມີແຜນຊອກວິທີທາງອື່ນໃນການຈັດຫານໍ້າມັນເຊື້ອໄຟ ເພື່ອສະໜອງໃຫ້ສັງຄົມໃນໄລຍະຍາວ, ສ່ວນລາຄານໍ້າມັນເຊື້ອໄຟ ແມ່ນຈະໃຫ້ເປັນໄປຕາມລາຄານໍ້າມັນໃນຕະຫຼາດໂລກ.

ລັດຖະບານ ຈະຖອດຖອນບົດຮຽນ ເພື່ອປັບໂຄງສ້າງການນໍາເຂົ້າສິນຄ້າປະເພດຕ່າງໆ ເພື່ອຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ, ໂດຍຈະກໍານົດຕາມຄວາມເປັນຈິງວ່າ ສິນຄ້າປະເພດໃດທີ່ພວກເຮົາມີ ຫຼື ຜະລິດໄດ້ ແມ່ນອາດໂຈະການນໍາເຂົ້າ; ນອກນີ້, ລັດຖະບານ ຈະສືບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆຂອງພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ທີ່ມີພຶດຕິກໍາສວຍໃຊ້ໜ້າທີ່ຕຳແໜ່ງ ສວຍໂອກາດໃນສະພາບທີ່ປະເທດຊາດພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດດັ່ງໃນປັດຈຸບັນນີ້ ແລະ ຢືນຢັນຈະເປີດໃຈຮັບຟັງຄໍາຕໍານິຕິສົ່ງຂ່າວຢ່າງຈິງໃຈ ກົງໄປກົງມາ, ສ້າງສັນ ທີ່ເປັນປະໂຫຍດຈາກສັງຄົມ ເພື່ອເປັນພື້ນຖານໃນການປັບປຸງລະບົບການເຮັດວຽກຂອງລັດຖະບານ ໃຫ້ດີກວ່າເກົ່າໃນຕໍ່ໜ້າ.

ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຍັງໄດ້ຂຶ້ນຊີ້ແຈງກ່ຽວກັບ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ກົດໝາຍ ວ່າດ້ວຍ ທີ່ດິນ, ກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ, ກົດໝາຍ ວ່າດ້ວຍ ຊັບສິນຂອງລັດ ແລະ ກົດໝາຍ ວ່າດ້ວຍ ແຮ່ທາດ.

Continue Reading

Previous: ກະຊວງ ປກສ ຊີ້ແຈງຄຳຊັກຖາມກ່ຽວກັບ ການປະຕິບັດກົດໝາຍຂອງ ອົງການສືບສວນ-ສອບສວນ
Next: ຍ່າງເພື່ອສຸຂະພາບ ເນື່ອງໃນວັນສາກົນຕ້ານຢາເສບຕິດ ຄົບຮອບ 35 ປີ

ຂ່າວທີ່ຄ້າຍຄືກັນ

ປ້ອງກັນທີ່ຕັ້ງ ສຳເລັດກອງປະຊຸມກາງສະໄໝ
  • ການເຄື່ອນໄຫວວຽກງານຂອງການນຳ

ປ້ອງກັນທີ່ຕັ້ງ ສຳເລັດກອງປະຊຸມກາງສະໄໝ

06/06/2023
ກົມໃຫຍ່ຕຳຫຼວດ ປະກາດການແຕ່ງຕັ້ງ-ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ 215 ສະຫາຍ
  • ການເຄື່ອນໄຫວວຽກງານຂອງການນຳ

ກົມໃຫຍ່ຕຳຫຼວດ ປະກາດການແຕ່ງຕັ້ງ-ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ 215 ສະຫາຍ

24/05/2023
2 ພາກສ່ວນ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ
  • ການເຄື່ອນໄຫວວຽກງານຂອງການນຳ
  • ຂ່າວ ປກສ

2 ພາກສ່ວນ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

22/05/2023

ຄົ້ນຫາ

ອ່ານຂ່າວຍ້ອນຫຼັງ

  • ເດືອນມີນາ 2023
  • ເດືອນພຶດສະພາ 2023
  • ເດືອນເມສາ 2023
  • ເດືອນມີນາ 2023
  • ເດືອນກຸມພາ 2023
  • ເດືອນມັງກອນ 2023
  • ເດືອນທັນວາ 2022
  • ເດືອນພະຈິກ 2022
  • ເດືອນຕຸລາ 2022
  • ເດືອນກັນຍາ 2022
  • ເດືອນສິງຫາ 2022
  • ເດືອນກໍລະກົດ 2022
  • ເດືອນມີນາ 2022
  • ເດືອນພຶດສະພາ 2022
  • ເດືອນເມສາ 2022
  • ເດືອນມີນາ 2022
  • ເດືອນກຸມພາ 2022
  • ເດືອນທັນວາ 2021
  • ເດືອນມີນາ 201

ການເມືອງ-ສັງຄົມ

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

30/05/2023
ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

27/01/2023
ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

26/01/2023
ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

01/12/2022
ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

29/11/2022
ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

27/10/2022
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
  • ແຈ້ງການ
ສະຫງວນລິຂະສິດ: © 2014 ກະຊວງປ້ອງກັນຄວາມສະຫງົບ