Skip to content

ເມນູລັດ

  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວເດັ່ນ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
  • ໂທລະພາບ ປກສ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ກົມໃຫຍ່ການເມືອງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ພະລາທິການ
    • ກົມກວດກາ-ກວດການ
    • ກົມສື່ສານ
      • ກົງຈັການຈັດຕັ້ງ
        • ຫ້ອງການກົມ
        • ພະແນກການເມືອງ
        • ພະແນກພະລາ
        • ພະແນກຄຸ້ມຄອງລະບົບຄອມພີວເຕີ
        • ພະແນກຕິດຕັ້ງ-ສ້ອມແປງ
        • ພະແນກຮັບ-ສົ່ງຂ່າວສານ
        • ພະແນກເຕັກນິກ
        • ພະແນກໂທລະສັບ
        • ພະແນກໂທລະເລກ
      • ພາລະບົດບາດ
      • ມູນເຊື້ອ
      • ກອງປະຊຸມ
      • ນິຕິກຳ
      • ພົວພັນ
      • ການເຄື່ອນໄຫວວິຊາສະເພາະ
    • ກົມ504
    • ກົມຄຸ້ມຄອງສຳມະໂນຄົວ
    • ກົມຄົ້ນຄວ້າ ວທສ-ປວສ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
    • ການເຄື່ອນໄຫວວຽກງານການນຳ
    • ການເມືອງ-ສັງຄົມ
    • ຂ່າວ ປກສ
    • ປະກົດການຫຍໍ້ທໍ້
    • ໂທລະພາບ ປກສ
    • ວິທະຍຸ ປກສ
  • ແຈ້ງການ
TV ປກສ ຍ້ອນຫຼັງ
  • Home
  • ອົງການໄອຍະການປະຊາຊົນ ຈະເພີ່ມທະວີແກ້ໄຂບັນຫາຢາເສບຕິດໃຫ້ຮັດກຸມ
  • ການເມືອງ-ສັງຄົມ

ອົງການໄອຍະການປະຊາຊົນ ຈະເພີ່ມທະວີແກ້ໄຂບັນຫາຢາເສບຕິດໃຫ້ຮັດກຸມ

ກົມສື່ມວນຊົນ 24/06/2022

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຊຸດທີ IX ຂອງສະພາແຫ່ງຊາດ ວັນທີ 22 ມິຖຸນາ 2022, ເປັນປະທານໂດຍ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄຳເຫັນໃສ່ບົດລາຍງານຂອງ ອົງການໄອຍະການປະຊາຊົນສູງສຸດ ສໍາເລັດ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໃນຫຼາຍບັນຫາສຳຄັນ ໂດຍສະເພາະການແກ້ໄຂຄະດີຢາເສບຕິດໃຫ້ຖືກຕ້ອງ, ສອດຄ່ອງ ແລະ ຮັດກຸມ.

ທ່ານ ໄຊຊະນະ ໂຄດພູທອນ ໃຫ້ຮູ້ວ່າ:

ອົງການໄອຍະການປະຊາຊົນສູງສຸດ ໄດ້ອອກຄໍາສັ່ງເຖິງ ອົງການໄອຍະການ ໃນຂອບເຂດທົ່ວປະເທດ ໃຫ້ເພີ່ມທະວີດຳເນີນຄະດີຢາເສບຕິດໃຫ້ເຂັ້ມງວດກວ່າເກົ່າ ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ສ້າງກົນໄກປະສານງານ, ເຮັດວຽກຮ່ວມກັນໃນການແກ້ໄຂບັນຫາຢາເສບຕິດ ເຊິ່ງໄດ້ເຫັນດີໃຫ້ພະນັກງານໄອຍະການແຕ່ລະແຂວງ, ແຕ່ລະເຂດ ສາມາດເຂົ້າຮ່ວມຕິດຕາມກວດກາ ການດຳເນີນຄະດີຢາເສບຕິດແຕ່ຫົວທີ ເພື່ອຮັບປະກັນໃຫ້ການກຳເນີນຄະດີສອດຄ່ອງຕາມລະບຽບກົດໝາຍ ແລະ ວ່ອງໄວຂຶ້ນກວ່າເກົ່າ.

ພ້ອມນັ້ນ, ຈະອອກຄຳສັ່ງ, ຄຳເນາະນຳຂອງ ອົງການໄອຍະການ ເພື່ອໃຫ້ ອົງການປະຊາຊົນແຂວງ ໃນຂອບເຂດທົ່ວປະເທດ ຫັນລົງສູ່ເມືອງ, ສູ່ເຂດ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຕື່ມກ່ຽວກັບ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ. ປັດຈຸບັນ, ອົງການໄອຍະການ ກຳລັງສຸມໃສ່ຕີລາຄາຄືນ ການແກ້ໄຂບັນຫາພະນັກງານໄອຍະການເຂດ ໃຫ້ໄປປະຈຳຢູ່ເມືອງ ຫຼື ຫັນໄປເປັນພະນັກງານໄອຍະການປະຈຳເມືອງ, ເພີ່ມບຸກຄະລາກອນ, ເພີ່ມສິດອຳນາດໃຫ້ເຂົາເຈົ້າ ສາມາດອອກຄຳສັ່ງຈັບໂຕ, ປ່ອຍໂຕໄດ້, ຕິດຕາມກວດກາຄ້າຍຄຸມຂັງ, ຕິດຕາມການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ຄືກັບອົງການໄອຍະການປະຊາຊົນເຂດ ພ້ອມທັງປັບປຸງຄືນກົນໄກແບບແຜນວິທີເຮັດວຽກຂອງ ອົງການໄອຍະການປະຊາຊົນເຂດ, ພະນັກງານໄອຍະການ ປະຈຳແຕ່ລະເມືອງຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ.

ໃນຕົ້ນເດືອນສິງຫາ 2022 ນີ້, ອົງການໄອຍະການ ຈະທົດລອງສ້າງ ອົງການໄອຍະການເຂດ ປະຈຳເມືອງປາກງື່ມ ເພື່ອແກ້ໄຂບັນຫາຕ່າງໆ ໂດຍສະເພາະ ການຈັບ, ການປັບໃໝບໍ່ຖືກຕ້ອງ, ການຕິດຕາມ-ກວດກາ, ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ໄອຍະການ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ສຳລັບບຸກຄະລາກອນໃນເບື້ອງຕົ້ນ ແມ່ນ 7 ຄົນ, ຈະປະກອບວັດຖຸ, ອຸປະກອນ, ພາຫະນະ ແລະ ງົບປະມານ ພ້ອມກັບປະກອບສິດອຳນາດໃຫ້ເຂົາເຈົ້າ ສາມາດອອກຄຳສັ່ງຈັບໂຕໄດ້, ກວດຄົ້ນໄດ້, ກັກຂັງໄດ້, ປ່ອຍໂຕໄດ້, ສາມາດຕິດຕາມກວດກາ ຄ້າຍຄຸມຂັງ-ດັດສ້າງ, ຄ້າຍກັກຂັງຊົ່ວຄາວຂອງເມືອງ, ສາມາດຕິດຕາມກວດກາການປະຕິບັດໜ້າທີ່ຂອງ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດໄດ້, ເຊິ່ງຈະທົດລອງຈັດຕັ້ງປະຕິບັດເປັນເວລາ 3 ເດືອນ; ຖ້າການຈັດຕັ້ງປະຕິບັດ ມີປະສິດທິຜົນ, ຮັບປະກັນການປະຕິບັດໜ້າທີ່ຖືກຕາມກົດໝາຍ ອົງການໄອຍະການ ຈະເສີມຂະຫຍາຍອອກໄປບັນດາເມືອງທີ່ມີພື້ນຖານ ແລະ ເງື່ອນໄຂຄົບຖ້ວນ ຕື່ມອີກ. 

Continue Reading

Previous: ສສຊ ສະເໜີລັດຖະບານແກ້ໄຂການຄຸ້ມຄອງເງິນຕາຕ່າງ ປະເທດຢ່າງຈິງໃຈ
Next: ລາວ-ໄທ ຮ່ວມສຳມະນາຜູ້ບໍລິຫານລະດັບສູງ ໃນອົງການຈັດຕັ້ງຂອງລັດ

ຂ່າວທີ່ຄ້າຍຄືກັນ

ສານປະຊາຊົນ 3 ປະເທດ ຈະສືບຕໍ່ຮ່ວມມືສ້າງກົນໄກ ເພື່ອຕອບຕ້ານອາຊະຍາກຳຂ້າມຊາດ
  • ການເມືອງ
  • ການເມືອງ-ສັງຄົມ

ສານປະຊາຊົນ 3 ປະເທດ ຈະສືບຕໍ່ຮ່ວມມືສ້າງກົນໄກ ເພື່ອຕອບຕ້ານອາຊະຍາກຳຂ້າມຊາດ

15/08/2022
ພິທີເຊັນບົດບັນທຶກກ່ຽວກັບ ການແລກປ່ຽນຂໍ້ມູນພົນລະເມືອງ
  • ການເມືອງ
  • ການເມືອງ-ສັງຄົມ

ພິທີເຊັນບົດບັນທຶກກ່ຽວກັບ ການແລກປ່ຽນຂໍ້ມູນພົນລະເມືອງ

04/08/2022
ອົງການໄອຍະການປະຊາຊົນສູງສຸດ ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ
  • ການເມືອງ
  • ການເມືອງ-ສັງຄົມ

ອົງການໄອຍະການປະຊາຊົນສູງສຸດ ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ

03/08/2022

ຄົ້ນຫາ

ອ່ານຂ່າວຍ້ອນຫຼັງ

  • ເດືອນສິງຫາ 2022
  • ເດືອນກໍລະກົດ 2022
  • ເດືອນມີນາ 2022
  • ເດືອນພຶດສະພາ 2022
  • ເດືອນເມສາ 2022
  • ເດືອນມີນາ 2022
  • ເດືອນກຸມພາ 2022
  • ເດືອນທັນວາ 2021
  • ເດືອນມີນາ 201

ການເມືອງ-ສັງຄົມ

ສານປະຊາຊົນ 3 ປະເທດ ຈະສືບຕໍ່ຮ່ວມມືສ້າງກົນໄກ ເພື່ອຕອບຕ້ານອາຊະຍາກຳຂ້າມຊາດ

ສານປະຊາຊົນ 3 ປະເທດ ຈະສືບຕໍ່ຮ່ວມມືສ້າງກົນໄກ ເພື່ອຕອບຕ້ານອາຊະຍາກຳຂ້າມຊາດ

15/08/2022
ພິທີເຊັນບົດບັນທຶກກ່ຽວກັບ ການແລກປ່ຽນຂໍ້ມູນພົນລະເມືອງ

ພິທີເຊັນບົດບັນທຶກກ່ຽວກັບ ການແລກປ່ຽນຂໍ້ມູນພົນລະເມືອງ

04/08/2022
ອົງການໄອຍະການປະຊາຊົນສູງສຸດ ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ

ອົງການໄອຍະການປະຊາຊົນສູງສຸດ ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ

03/08/2022
ລາວ-ໄທ ຮ່ວມສຳມະນາຜູ້ບໍລິຫານລະດັບສູງ ໃນອົງການຈັດຕັ້ງຂອງລັດ

ລາວ-ໄທ ຮ່ວມສຳມະນາຜູ້ບໍລິຫານລະດັບສູງ ໃນອົງການຈັດຕັ້ງຂອງລັດ

02/08/2022
ອົງການໄອຍະການປະຊາຊົນ ຈະເພີ່ມທະວີແກ້ໄຂບັນຫາຢາເສບຕິດໃຫ້ຮັດກຸມ

ອົງການໄອຍະການປະຊາຊົນ ຈະເພີ່ມທະວີແກ້ໄຂບັນຫາຢາເສບຕິດໃຫ້ຮັດກຸມ

24/06/2022
ສສຊ ສະເໜີລັດຖະບານແກ້ໄຂການຄຸ້ມຄອງເງິນຕາຕ່າງ ປະເທດຢ່າງຈິງໃຈ

ສສຊ ສະເໜີລັດຖະບານແກ້ໄຂການຄຸ້ມຄອງເງິນຕາຕ່າງ ປະເທດຢ່າງຈິງໃຈ

16/06/2022
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
  • ແຈ້ງການ
ສະຫງວນລິຂະສິດ: © 2014 ກະຊວງປ້ອງກັນຄວາມສະຫງົບ