Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ຫາລືກຽມສືບຕໍ່ປະຕິບັດ ວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດ 2024-2025

ຫາລືກຽມສືບຕໍ່ປະຕິບັດ ວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດ 2024-2025

ກົມສື່ມວນຊົນ 11/01/2024
ຫາລືກຽມສືບຕໍ່ປະຕິບັດ ວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດ 2024-2025

ກອງປະຊຸມຄະນະກໍາມະການ ແກ້ໄຂບັນຫາຢາເສບຕິດ ລະດັບຊາດ ຄັັ້ງປະຖົມມະລຶກ ເພື່ອປຶກສາຫາລືກ່ຽວກັບ ການກະກຽມຈັດຕັັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2024-2025 ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ 2024, ເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການ ແກ້ໄຂບັນຫາຢາເສບຕິດ ລະດັບຊາດ, ໂດຍມີບັນດາທ່ານຮອງລັດຖະມົນຕີ ຈາກສໍານັກງານນາຍົກ, ບັນດາກະຊວງ ໃນຄະນະກໍາມະການ ແກ້ໄຂບັນຫາຢາເສບຕິດ ລະດັບຊາດ ເຂົ້າຮ່ວມ.

+ ໃນກອງປະຊຸມ, ພົອ ວິໄລ ຫຼ້າຄໍາຟອງ ກ່າວວ່າ:

ບັນຫາຢາເສບຕິດ ເປັນບັນຫາລວມຂອງປະເທດເຮົາ, ເປັນບັນຫາລວມຂອງພາກພື້ນ ແລະ ສາກົນ, ເປັນໄພຂົ່ມຂູ່ກັບຄວາມສະຫງົບປອດໄພ ໂດຍ ສະເພາະຢູ່ຕາມບໍລິເວນຊາຍແດນລະຫວ່າງປະເທດ, ຊາຍແດນລະຫວ່າງແຂວງຕໍ່ແຂວງ, ທ້ອງຖິ່ນຕໍ່ກັບທ້ອງຖິ່ນ, ຕໍ່ກັບຄວາມເປັນລະບຽບຮຽບຮ້ອຍຂອງຄົນໃນສັງຄົມ ແລະ ຕໍ່ກັບຄວາມໝັ້ນຄົງຂອງຊາດ.

ດ້ວຍເຫດນັ້ນ, ສະພາແຫ່ງຊາດ ຈຶ່ງໄດ້ມີມະຕິສະບັບເລກທີ 110/ສພຊ, ລົງວັນທີ 21 ພະຈິກ 2023 ວ່າດ້ວຍ ການຮັບຮອງເອົາຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຂອງລັດຖະບານ ໃນໄລຍະ 3 ປີ (202-2023) ແລະ ໃນມະຕິດັ່ງກ່າວ ແມ່ນໄດ້ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄປຈົນໝົດປີ 2025 ແລະ ນາຍົກລັດຖະມົນຕີ ໄດ້ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການ ແກ້ໄຂບັນຫາຢາເສບຕິດ ລະດັບຊາດ ຢູ່ຂັ້ນທ້ອງຖິ່ນ ກໍໃຫ້ແຕ່ງຕັ້ງຄະນະລະດັບທ້ອງຖິ່ນຂອງຕົນຂຶ້ນເຊັ່ນດຽວກັນ ເພື່ອແກ້ໄຂບັນຫາຢາເສບຕິດ ໃຫ້ໝົດໄປຈາກສັງຄົມລາວ.

ຈາກນັ້ນ, ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຜູ້ປະຈໍາການ ຄະນະກໍາມະການ ແກ້ໄຂບັນຫາຢາເສບຕິດ ລະດັບຊາດ ກ່າວວ່າ: ວິທີຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໃນປີ 2024-2025 ແຕ່ເດືອນມັງກອນ-ມີນາ 2024 (ໄລຍະກະກຽມຄວາມພ້ອມ ແລະ ເຊື່ອມຊຶມເອກະສານ) ເຊັ່ນ:

ກົດໝາຍ ວ່າດ້ວຍ ການປັບປຸງບາງມາດຕາ ຂອງກົດໝາຍ ວ່າດ້ວຍ ຢາເສບຕິດ ສະບັບເລກທີ 02/ສພຊ, ລົງວັນທີ 9 ສິງຫາ 2021;

ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາຜົນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດຂອງລັດຖະບານໃນໄລຍະ 3 ປີ (2021-2023) ສະບັບ ເລກທີ 110/ສພຊ, ລົງວັນທີ 21 ພະຈິກ 2023;

ຂໍ້ຕົກລົຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການ ແກ້ໄຂບັນຫາຢາເສບຕິດ ລະດັບຊາດ ສະບັບເລກທີ 96/ປກສ, ລົງວັນທີ 25 ກໍລະກົດ 2023;

ບົດສະຫຼຸບລາຍງານການຈັດຕ້້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ສະບັບເລກທີ 55/ປກສ, ລົງວັນທີ 23 ພະຈິກ 2023; ຂຶ້ນແຜນງົບປະມານ, ພາຫະນະ, ວັດຖຸອຸປະກອນຮັບໃຊ້ ເພື່ອສະໜອງໃຫ້ແກ່ການຈັດຕັ້ງເຄື່ອນໄຫວປະຕິບັດ ວາລະແຫ່ງຊາດ ໃຫ້ເປັນລະບົບຄົບຊຸດ; ເອກະສານ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງ.

ໂດຍມອບໃຫ້ ຄະນະພັກ-ຄະນະນຳ ແລະ ອົງການປົກຄອງທ້ອງຖິິ່ນແຕ່ລະຂັ້ນ ຈັດຕັ້ງການສ້າງແຜນການ, ເຊື່ອມຊຶມວາລະແຫ່ງຊາດ ແລະ ບັນດາເອກະສານທີ່ກ່າວມາຂ້າງເທິງນັ້ນໃຫ້ສໍາເລັດ ບໍ່ໃຫ້ກາຍເດືອນມີນາ 2024 ລະອຽດດັ່ງນີ້:

  • ການເຊື່ອມຊຶມຂັ້ນກະຊວງ, ອົງການທຽບເທົ່າ, ຂະແໜງການ (ໃຫ້ສໍາເລັດພາຍໃນເດືອນມັງກອນ 2024)
  • ການເຊື່ອມຊຶມຂັ້ນແຂວງ ແລະ ນະຄອນຫຼວງ (ໃຫ້ສໍາເລັດພາຍໃນເດືອນກຸມພາ 2024)
  • ການເຊື່ອມຊຶມຂັ້ນເມືອງ ແລະ ນະຄອນ (ໃຫ້ສໍາເລັດພາຍໃນເດືອນມີນາ 2024)

ເນື້ອໃນໂຄສະນາເຜີຍແຜ່ ແມ່ນເລັ່ງໃສ່ຜົນຮ້າຍຂອງຢາເສບຕິດ ເພື່ອປູກຈິດສໍານຶກໃຫ້ເລິກເຊິ່ງທົ່ວເຖິງ ນັບແຕ່ຂັ້ນກະຊວງ, ຂັ້ນແຂວງ ແລະ ນະຄອນຫຼວງ, ຂັ້ນເມືອງ ແລະ ນະຄອນ ແລະ ເທດສະບານ, ຂັ້ນກຸ່ມບ້ານ, ຂັ້ນບ້ານຜ່ານສື່ໂຄສະນາຕ່າງໆ, ການສ້າງຂະບວນການສະເຫຼີມສະຫຼອງເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ດ້ວຍກິດຈະກໍາທໍາລາຍຢາເສບຕິດ, ການຕິດຕັ້ງປ້າຍຄໍາຂວັນ, ການໂຮມຊຸມນຸມ ແລະ ກິດຈະ ກໍາອື່ນໆ.

Continue Reading

Previous: ກົມສື່ສານ ປກສ ປາຖະກະຖາມູນເຊື້ອວັນສ້າງຕັ້ງກຳລັງສື່ສານ ປກສ ຄົບຮອບ 57 ປີ
Next: ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງຈໍາປາສັກ ມ້າງຄະດີຢາເສບຕິດໄດ້ 1 ຄົນ

ຂ່າວອື່ນໆທີ່ກ່ຽວຂ້ອງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ໝວບຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງ ປກສ ຄັ້ງທີ VI

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 19/05/2025

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຕຳຫຼວດ

ກົມສື່ມວນຊົນ 19/05/2025

ກົມໃຫຍ່ການເມືອງ ປກສ ເປີດບັ້ນດຳເນີນຊີວິດການເມືອງໃນໂອ ກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 64 ປີ

ກົມສື່ມວນຊົນ 16/05/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.