ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ
ຂປລ.ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ
ປະຊາຊົນປະຕິວັດລາວ, ໄດ້ດຳເນີນແຕ່ວັນທີ 18-22 ມັງກອນ 2016
ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ຄຳຂວັນ “ ຍົກສູງຄວາມສາມາດນຳພາ ແລະ
ລັກສະນະນຳ ໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີ ທົ່ວປວງຊົນທັງຊາດ,
ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ຫລັກ ການ, ປົກປັກຮັກສາ ແລະ
ພັດທະນາປະເທດຊາດ ຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ”
ເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນ 685 ສະຫາຍ, ໃນນັ້ນ
ມີຜູ້ແທນບົ່ງຕົວ 1 ສະຫາຍ. ບັນດາຜູ້ແທນກອງປະ ຊຸມໃຫຍ່ ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ
ໃນທົ່ວປະເທດ 252.879 ສະຫາຍ.
ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຕົກລົງບັນຫາສຳຄັນຂອງພັກ ແລະ
ຂອງຊາດ ພາຍໃຕ້ບັນຍາກາດອັນສ້າງສັນ, ມີ ຄວາມຮັບຜິດຊອບ,
ທັງມີຄວາມສາມັກຄີ ເປັນເອກະພາບສູງ ແລະ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ
ເຊິ່ງສະ ແດງອອກດັ່ງນີ້:
I. ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນລາຍງານການເມືອງຂອງ
ຄະນະບໍລິຫານງານສູນກາງພັກ ສະໄໝທີ IX ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ
X ໂດຍໄດ້ສະແດງຄວາມເຫັນດີເຫັນ ພ້ອມນຳການສະຫລຸບຕີລາຄາຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ
IX ຂອງພັກ ເປັນຕົ້ນແມ່ນ ບັນດາຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນຂົງເຂດວຽກງານປ້ອງກັນຊາດ–ປ້ອງກັນຄວາມສະຫງົບ,
ການພັດທະນາເສດ ຖະກິດ–ສັງຄົມ, ການປັບປຸງບູລະນະລະບົບອຳນາດແຫ່ງລັດ,
ວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ, ວຽກງານການຕ່າງປະເທດ
ແລະ ການເຊື່ອມໂຍງສາກົນ, ວຽກງານກໍ່ສ້າງພະນັກງານ,
ບັນດາຜົນສຳເລັດທີ່ບັນລຸໄດ້ໃນ 5 ປີ ຜ່ານມາ, ໄດ້ສ້າງພື້ນຖານ
ແລະ ທ່ວງທ່າໃໝ່ ໃຫ້ແກ່ການສືບຕໍ່ຂະຫຍາຍຕົວຂອງປະເທດຊາດ ພວກເຮົາໄປຕາມ
ທິດທາງ ແລະ ຈຸດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ກ່ຽວກັບຂໍ້ຄົງຄ້າງໃນການນຳພາຊີ້ນຳຂອງພັກ
ເຊິ່ງເປັນ ສາເຫດຕົ້ນຕໍອັນໜຶ່ງ ທີ່ພາໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານຈຸດສຸມ
ໃນບາງດ້ານບໍ່ບັນລຸຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້ ແລະ ໄດ້ເລັ່ງທວງໃຫ້ມີມາດຕະການທີ່ແທດເໝາະ
ເພື່ອດຳເນີນການແກ້ໄຂຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ ແນ່ໃສ່ສ້າງການຫັນປ່ຽນອັນຕັ້ງໜ້າຫລາຍຂຶ້ນ
ໃນການຈັດຕັ້ງປະຕິບັດແນວທາງຂອງພັກຕໍ່ໄປ.
ກອງປະຊຸມໃຫຍ່ໄດ້ຮັບຮອງເອົາຂໍ້ສະຫລຸບ 7 ປະການ ເຊິ່ງເປັນບົດຮຽນອັນປະເສີດ
ທີ່ຖອດຖອນໄດ້ຈາກພຶດ ຕິກຳແຫ່ງການຈັດຕັ້ງນຳພາປະຕິບັດກອງປະຊຸມໃຫຍ່ຄັ້ງທີ
IX ແລະ 30 ປີແຫ່ງການປ່ຽນແປງໃໝ່; ພ້ອມກັນນັ້ນ
ກໍໄດ້ກຳນົດ 7 ທິດທາງໜ້າທີ່ໃຫຍ່ສຳລັບໄລຍະຕໍ່ໜ້າ, ກອງປະຊຸມໃຫຍ່ໄດ້ມອບໃຫ້ຄະນະບໍລິຫານງານສູນກາງພັກ
ສະໄໝທີ X ຊີ້ນຳ, ຈັດຕັ້ງການຄົ້ນຄວ້າຮໍ່າຮຽນກອງປະຊຸມໃຫຍ່ຄັ້ງນີ້
ຢ່າງເປັນລະບົບເລິກເຊິ່ງ ໂດຍສະເພາະແມ່ນໃຫ້ ພະນັກງານສະມາຊິກພັກ
ຜູ້ທີ່ເປັນຫລັກແຫລ່ງ ຢູ່ໃນທຸກອົງການ, ຂະແໜງການ, ທຸກທ້ອງຖິ່ນ,
ທຸກຂົງເຂດວຽກງານ ແລະ ທຸກຂັ້ນໃຫ້ເຂົ້າໃຈຢ່າງຖືກຕ້ອງ ເພື່ອສາມາດຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຢ່າງສອດຄ່ອງ
ແລະ ນຳພາປະຕິ ບັດໃຫ້ເກີດໝາກຜົນຕົວຈິງ ທີ່ໃຫຍ່ຫລວງຂຶ້ນໄປເລື້ອຍໆ;
ພ້ອມກັນນີ້ ກໍມອບໃຫ້ຄະນະບໍລິຫານງານສູນກາງພັກສືບ ຕໍ່ຄົ້ນຄວ້າຫັນທິດທາງໜ້າທີ່ຈຸດສຸມໃນບາງດ້ານ
ເປັນມະຕິຂອງຄະນະບໍລິຫານງານສູນກາງພັກ ເພື່ອໃຫ້ຄະນະພັກຂັ້ນ
ຕ່າງໆ ມີບ່ອນອີງອັນລະອຽດຈະແຈ້ງຕື່ມອີກສຳລັບການຈັດຕັ້ງປະຕິບັດ;
ຂະນະດຽວກັນນັ້ນ ກໍຊີ້ນຳອົງການລັດໃຫ້ຫັນ ເປັນນິຕິກຳ, ເປັນແຜນງານ
ແລະ ໂຄງການວຽກງານລະອຽດໃຫ້ໄວ ເພື່ອຍາດແຍ່ງເວລາຈັດຕັ້ງປະຕິບັດເລີ່ມແຕ່ຫົວທີ
ແລະ ໃຫ້ໄດ້ຮັບຜົນສຳເລັດອັນສະຫງ່າງາມ.
II. ກອງປະຊຸມໃຫຍ່ໄດ້ຟັງລາຍງານກ່ຽວກັບວິໄສທັດຮອດປີ
2030, ຍຸດທະສາດການພັດທະນາເສດຖະກິດ–ສັງ ຄົມໃນໄລຍະ 10 ປີ
(2016-2025) ແລະ ແຜນພັດທະນາເສດຖະກິດ–ສັງຄົມແຫ່ງຊາດ 5
ປີຄັ້ງທີ 8 (2016-2020) ເຊິ່ງຄຳຂວັນ ວິໄສທັດ ແລະ ຍຸດທະສາດຂອງການພັດທະນາແມ່ນ
“ສູ້ຊົນພັດທະ ນາປະເທດເຮົາໃຫ້ຫລຸດພົ້ນ ອອກຈາກສະຖານະພາບດ້ອຍພັດທະນາໃນປີ
2020, ກ້າວໄປສູ່ປະເທດກຳລັງພັດທະນາ ມີລາຍຮັບປານກາງສູງຕາມ
ທິດການພັດທະນາສີຂຽວ ແລະ ຍືນຍົງ ເມື່ອເຖິງປີ 2030”.
ກອງປະຊຸມໃຫຍ່ໄດ້ ສະແດງຄວາມຄິດເຫັນດີເຫັນພ້ອມ ກັບວິໄສທັດ,
ຍຸດທະສາດ ແລະ ການພັດທະນາດັ່ງກ່າວ ໂດຍມອບໃຫ້ຄະນະບໍລິຫານງານສູນກາງພັກຊີ້ນຳລັດຖະ
ບານ ໃຫ້ຕັ້ງໜ້າຜັນຂະຫຍາຍເປັນແຜນງານ, ໂຄງການລະດັບຊາດ,
ລວມທັງກຳນົດຂອບການລົງທຶນສຳລັບໂຄງການ ເຫລົ່ານັ້ນ ພ້ອມທັງປຸກລະດົມບັນດາພາກສ່ວນເສດຖະກິດ
ແລະ ທົ່ວປວງຊົນ ເຂົ້າສູ່ການຈັດຕັ້ງປະຕິບັດໃຫ້ເປັນຈິງ.
III. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາ ບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ
ສະໄໝທີ IX ໂດຍໄດ້ຕີລາຄາສູງ ຕໍ່ຄວາມພະຍາຍາມອັນຕັ້ງໜ້າ ແລະ
ຄວາມເປັນເຈົ້າການປະດິດ ສ້າງໃນການເສີມຂະຫຍາຍ ມູນເຊື້ອ
ແລະ ບົດຮຽນຂອງພັກ ສາມາດນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ
IX ໄດ້ຮັບຜົນສຳເລັດອັນ ສຳຄັນໃນຫລາຍດ້ານ ແລະ ມີບາງດ້ານກໍລື່ນຄາດໝາຍ;
ພ້ອມກັນນັ້ນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການເປັນຄະນະນຳ
ທີ່ມີຄວາມສາມັກຄີເປັນເອກະພາບໜັກແໜ້ນ, ເປັນແກ່ນສານ ໃຫ້ແກ່ຄວາມສາມັກຄີເປັນເອກະພາບໃນທົ່ວພັກ,
ທົ່ວ ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ; ທັງມີຄວາມເປັນເຈົ້າການແກ້ໄຂບັນຫາການເສື່ອມຖອຍ
ດ້ານຄຸນ ທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ການກະທຳທີ່ຝືນກົດລະບຽບຂອງພັກໃນຖັນແຖວການ
ນຳຂັ້ນຕ່າງໆ, ພະນັກງານ ແລະ ສະມາຊິກພັກຈຳນວນໜຶ່ງ.
ກອງປະຊຸມໃຫຍ່ເລັ່ງທວງໃຫ້ຄະນະບໍລິຫານງານສູນກາງພັກ
ສະໄໝທີ X ອອກແຮງເສີມຂະຫຍາຍຈຸດດີໃນດ້ານ ຕ່າງໆຢ່າງແຂງແຮງ,
ພ້ອມກັນນັ້ນ ກໍວາງມາດຕະການຈຳກັດ ແກ້ໄຂຈຸດບົກພ່ອງ ແລະ
ຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ, ຍົກສູງຄວາມສາມາດນຳພາ
ແລະ ຄວາມເປັນແບບຢ່າງນຳໜ້າຂອງຄະນະນຳຂອງພັກ ໃຫ້ເດັ່ນຂຶ້ນຕື່ມອີກ.
IV. ກອງປະຊຸມໃຫຍ່ໄດ້ຮັບຟັງການລາຍງານກ່ຽວກັບການດັດແປງກົດລະບຽບຂອງພັກ
ແລະ ໄດ້ຮັບຮອງເອົາກົດ ລະບຽບສະບັບປັບປຸງ ສະໄໝທີ X ເພື່ອເປັນແນວທາງທາງດ້ານການຈັດຕັ້ງ
ຮັບຮອງການຈັດຕັ້ງປະຕິບັດແນວທາງການ ເມືອງໃຫ້ເປັນຈິງ. ກົດລະບຽບຂອງພັກປະຊາຊົນປະຕິວັດລາວ
ສະບັບປັບປຸງ ໄດ້ຖືກຮັບຮອງເອົາຢ່າງເປັນທາງການ ໂດຍ ກອງປະຊຸມໃຫຍ່ຄັ້ງທີ
X ແລ້ວ ແລະ ມີຜົນບັງຄັບໃຊ້ນັບແຕ່ມື້ກອງປະຊຸມໃຫຍ່ຮັບຮອງເປັນຕົ້ນໄປ.
V. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ
X ເຊິ່ງປະກອບດ້ວຍກຳມະການສົມ ບູນ 69 ສະຫາຍ ແລະ ກຳມະການສຳຮອງ
8 ສະຫາຍ ເພື່ອເປັນແກ່ນສານນຳພາທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບ
ອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ
X ຂອງພັກ ໃຫ້ມີຜົນສຳເລັດໃໝ່, ສ້າງບາດ ກ້າວບຸກທະລຸ ໃນການພັດທະນາໃຫ້ເປັນຈິງ
ແລະ ພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ.
ກອງປະຊຸມຄົບຄະນະຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານສູນກາງພັກ
ສະໄໝທີ X ທີ່ດຳເນີນໃນຕອນເຊົ້າ ຂອງວັນທີ 22 ມັງກອນ 2016
ໄດ້ເປັນເອກະພາບ ເລືອກຕັ້ງກຳມະການກົມການເມືອງສູນກາງພັກ
ເຊິ່ງປະກອບດ້ວຍ 11 ສະຫາຍ; ເປັນເອກະພາບຢ່າງສູງ ເລືອກເອົາສະຫາຍ
ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ;
ພ້ອມກັນນັ້ນ ກໍເລືອກເອົາກຳມະການຄະນະເລຂາທິການສູນກາງພັກ 9
ສະຫາຍ; ກອງປະຊຸມໄດ້ ເລືອກເອົາ ສະຫາຍ ພັນຄຳ ວິພາວັນ ເປັນຜູ້ປະຈຳການ
ຄະນະເລຂາທິການສູນກາງພັກ; ໃນກອງປະຊຸມຄັ້ງນີ້ ຍັງໄດ້ ເລືອກປະທານ,
ບັນດາຮອງປະທານຄະນະກວດກາສູນກາງພັກ ປະກອບດ້ວຍ 9 ສະຫາຍ ໂດຍແມ່ນສະຫາຍ
ບຸນທອງ ຈິດມະນີ ເປັນປະທານ. ສຳລັບການແຕ່ງຕັ້ງທີ່ປຶກສາ
ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X, ກອງປະຊຸມ ໄດ້ມອບໃຫ້ກົມການເມືອງສູນກາງພັກ
ເປັນຜູ້ຕົກລົງແຕ່ງຕັ້ງພ້ອມທັງກຳນົດພາລະບົດບາດໜ້າທີ່ລະອຽດຕາມຫລັງ.
VI ກອງປະຊຸມໃຫຍ່ສະແດງຄວາມຊົມເຊີຍ
ສັນລະເສີນພະນັກງານ, ສະມາຊິກພັກ, ທະຫານ, ຕຳຫລວດ, ຜູ້ປະ ກອບການຜະລິດ,
ນັກທຸລະກິດ, ບໍລິການ ສັງກັດໃນທຸກພາກສ່ວນເສດຖະກິດ ແລະ
ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ໃນຂອບເຂດທົ່ວປະເທດ
ແລະ ພີ່ນ້ອງເຊື້ອຊາດລາວທີ່ຮັກຊາດທີ່ດຳລົງຊີວິດ ແລະ
ທຳມາຫາກິນຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ
ເຂົ້າໃນພາລະກິດປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດ
ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ IX ຕະຫລອດໄລຍະ 5
ປີຜ່ານມາ ໃຫ້ບັນລຸຜົນສຳເລັດອັນສຳຄັນໃນຫລາຍດ້ານ ອັນເປັນການສ້າງພື້ນຖານ
ແລະ ທ່ວງທ່າໃໝ່ ໃຫ້ແກ່ການນຳເອົາປະເທດເຮົາສືບຕໍ່ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້.
ພ້ອມກັນນັ້ນ ກໍຂໍສະແດງຄວາມຂອບອົກຂອບໃຈ ຢ່າງຈິງໃຈ
ແລະ ຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງມາຍັງບັນດາປະເທດອ້າຍນ້ອງ,
ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນລຳ້ຄ່າ
ແກ່ພາລະກິດພັດທະນາ ສ້າງສາປະເທດຊາດຂອງປະຊາຊົນເຮົາໃນ 5
ປີຜ່ານມາ.
ກອງປະຊຸມໃຫຍ່ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ
ຈົ່ງເຊີດຊູຄວາມເປັນແບບຢ່າງນຳໜ້າໃນທຸກດ້ານ ນຳພາມະຫາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້
ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້ ກໍຮຽກຮ້ອງມາຍັງພະນັກງານ,
ນັກຮົບ ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດ
ທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນໍ້າໃຈຮັກຊາດ,
ເສີມຂະຫຍາຍມານະຈິດບາກບັ່ນບຸກບືນ ເຂົ້າໃສ່ການປະຕິບັດໜ້າທີ່
ທຳມາຫາກິນ ແລະ ສ້າງສາພັດທະນາເພື່ອສ້າງປະເທດລາວ
ໃຫ້ມັ່ງຄັ່ງເຂ້ັມແຂງ, ປະຊາຊົນມີຄວາມຮັ່ງມີຜາສຸກ,
ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ
ສີວິໄລ. ພ້ອມກັນນັ້ນ ກໍປະກອບສ່ວນຢ່າງສົມກຽດ ເຂົ້າໃນການສ້າງຄວາມຈະເລີນ
ວັດທະ ນາຂອງປະຊາຄົມອາຊຽນ ກໍຄື ໃນພາລະກິດແຫ່ງການເສີມສ້າງສັນຕິພາບ,
ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ
ແລະ ສາກົນ.
|