
ແຂວງວຽງຈັນ ໄດ້ຈັດພິທີຈູດທຳລາຍຢາເສບຕິດ ໃນວັນທີ
16
ຕຸລາ
2020
ໃນໂອກາດ ສະຫຼອງວັນແຫ່ງຊາດ
ຕ້ານຢາເສບຕິດ ຄົບຮອບ
19
ປີ
( 12
ຕຸລາ
2001-12
ຕຸລາ
2020 )
ໂດຍມີ ທ່ານ ບຸນສອນ ເພັດລາວັນ ຮອງ ເຈົ້າແຂວງໆວຽງຈັນ
ປະທານຄະນະກໍາມະການກວດກາ ແລະ ຄອບຄຸມຢາເສບຕິດຂັ້ນແຂວງ,
ມີ ພົຈວ ປອ ທອງ
ເຄນ ບຸນໜັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ,
ຕາງໜ້າພະແນກການ,
ອົງການ,
ກົມກອງ,
ອຳນາດ ການປົກຄອງບ້ານອ້ອມຂ້າງເຂົ້າຮວ່ມ.
ພັທ ຄໍາຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ
ກ່າວວ່າ:
ຢາເສບຕິດ
ແມ່ນໄດ້ສົ່ງຜົນກະທົບໃຫ້ແກ່ທຸກພາກສ່ວນຂອງສັງຄົມໃນແຕ່ລະປະເທດໂດຍສະເພາະຕໍ່ເສລີພາບ
ແລະ ການພັດທະ
ນາຊາວໝຸ່ມ-ເຍົາວະຊົນເປັນສິ່ງທ້າທາຍ
ແລະ ໜ້າເປັນຫ່ວງ ສະນັ້ນ ພັກ-ລັດ
ພວກເຮົາກໍໄດ້ນຳໃຊ້ກາລະໂອກາດ
ທີ່ດີວາງແນວທາງແກ້ໄຂບັນຫາຢາເສບຕິດ
ໂດຍສະເພາະ ຄະນະພັກ,
ອຳນາດການປົກຄອງແຕ່ລະຂັ້ນ
ພາຍໃນແຂວງ
ວຽງຈັນ ໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາມະຕິຄຳສັ່ງ,
ແຈ້ງການຕ່າງໆວ່າດ້ວຍການສ້າງແຂວງໃຫ້ເປັນຫົວ ໜ່ວຍຍຸດທະສາດ,
ສ້າງເມືອງໃຫ້ ເປັນຫົວໜວ່ຍເຂັ້ມແຂງຮອບດ້ານ,
ສ້າງບ້ານໃຫ້ເປັນຫົວໜວ່ຍພັດທະນາ ແນໃສ່
ລຶບລ້າງຄວາມທຸກຍາກເຮັດໃຫ້
ສປປ ລາວ ແລະ ພາກພື້ນປອດຢາເສບຕິດ.
ສະເພາະຢູ່ແຂວງວຽງຈັນ ໃນປີຜ່ານ ມາ,
ມີຄະດີທີ່ເກີດຂຶ້ນທັງໝົດ
400
ເລື່ອງ,
ມີຜູ້ຖືກຫາ
519
ຄົນຍິງ
74
ຄົນ ແລະ ສາມາດຍຶດຂອງກາງໄດ້ຄື:
ຢາບ້າ
1.083.554
ເມັດ,
ຢາໄອສ໌
275
ກວ່າກິໂລກຣາມ,
ຢາເຄ
302
ກວ່າກິໂລກຣາມ,
ເຮໂຣອິນ
1
ຄູ່,
ກັນຊາອັດແທ່ງ
14
ແທ່ງ,
ໂທລະສັບ
420
ເຄື່ອງ,
ລົດຈັກ
108
ຄັນ,
ລົດໃຫຍ່
13
ຄັນ,
ປືນສັ້ນ
6
ກະບອກ,
ປືນ
AK
ຈໍານວນ
1
ກະບອກ,
ລູກປືນສັ້ນ ຈຳນວນ
90
ລູກ,
ລູກປືນແວ່ງ ຈໍານວນ
20
ລູກ,
ລູກປືນ
AK
ຈຳນວນ
32
ລູກ,
ໝາກແຕກຂຽບ ຈຳນວນ
1
ໜ່ວຍ,
ໝາກຝ່າ ຈຳນວນ
2
ໜ່ວຍ,
ເງິນກີບ
184
ລ້ານກວ່າກີບ,
ເງິນບາດ
23
ພັນກວ່າບາດ,
ເງິນໂດຣາ
1.000
ກວ່າໂດລາ,
ເງິນຢວນ
2.100
ຢວນຄະດີສົ່ງ ໃຫ້ອົງການ
ໄອຍະການປະຊາຊົນມີ ທັງໝົດ
222
ເລື່ອງ,
ມີຜູ້ຖືກຫາ
255
ຄົນ ຍິງ
42
ຄົນ.
ປັດຈຸບັນຄະດີພວມດໍາເນີນການສຶບສວນ-ສອບສວນ
ມີທັງໝົດ
178
ເລື່ອງ,
ມີຜູ້ຖືກຫາ
264
ຄົນ,ຍິງ
32
ຄົນສ່ວນຢາເສບຕິດທີ່ສານຕັດສິນແລ້ວນັບ ແຕ່ປີ
2019-2020
ມີຢາບ້າທັງໝົດ
127.859
ເມັດ,
ຢາໄອສ໌
72
ກຣາມ ແມ່ນໄດ້ນຳມາຈູດທຳ ລາຍໃນວັນທີ
16
ຕຸລາ
2020
ທີ່ເດີ່ນຫ້ອງວ່າການປົກຄອງແຂວງວຽງຈັນ.
|