Skip to content

Connect with Us

Social menu is not set. You need to create menu and assign it to Social Menu on Menu Settings.

ເມນູທາງລັດ

  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ
  • ຂ່າວ ປກສ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ
  • ແຈ້ງການ
  • Home
  • 2023
  • ເດືອນພະຈິກ
  • 13
  • ກະຊວງ ປກສ ຊີ້ແຈງການປະຕິບັດກົດໝາຍຂອງ ອົງການສືບສວນ-ສອບສວນ

ກະຊວງ ປກສ ຊີ້ແຈງການປະຕິບັດກົດໝາຍຂອງ ອົງການສືບສວນ-ສອບສວນ

ກົມສື່ມວນຊົນ 13/11/2023

ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຊີ້ແຈງໃຫ້ຄວາມກະຈ່າງແຈ້ງກ່ຽວກັບ ການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ທີ່ຕິດພັນກັບ ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ຕໍ່ສະມາຊິກສະພາແຫ່ງຊາດ ໃນກອງ ປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ພະຈິກ, ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ພົທ ກົງທອງ ພົງວິຈິດ ໄດ້ຊີ້ແຈງກ່ຽວກັບການປະຕິບັດກົດໝາຍຂອງ ອົງການສືບສວນ-ສອບສວນ ໃນການກັກຕົວ ຕາມມາດຕາ 138 ແລະ ການຈັບຕົວ ຕາມມາດຕາ 139, ການກັກຂັງພາງ ຕາມມາດຕາ 142, ສາເຫດທີ່ບໍ່ພາໃຫ້ເປີດການສືບສວນ-ສອບສວນ ຕາມມາດຕາ 92, ກໍານົດເວລາການສືບສວບ-ສອບສວນ ຕາມມາດຕາ 110 ຂອງກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງ ກະຊວງ ປກສ ວ່າ:

ໃນໄລຍະຜ່ານມາ, ໄດ້ເປັນເຈົ້າການຈັດຕັ້ງປະຕິບັດເຊື່ອມຊຶມ, ກໍາແໜ້ນ, ອອກນິຕິກໍາໃຕ້ກົດໝາຍ, ສ້າງປຶ້ມຄູ່ມື ແລະ ຫັນເປັນແຜນການ ແລະ ໂຄງການ ເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ເຊິ່ງມີບາງມາດຕະການດັ່ງນີ້: ມາດຕະການສະກັດກັ້ນ ແລະ ລະບຽບການທົ່ວໄປ ກ່ຽວກັບ ການສືບສວນ-ສອບສວນ ທີ່ກົດໝາຍກໍານົດລວມມີ: ການພາຕົວ, ການກັກຕົວ, ການຈັບຕົວ, ການກັກຂັງພາງ, ການປ່ອຍຕົວພາງ, ການຄຸມຕົວຢູ່ກັບທີ່, ການງົດໜ້າທີ່ ຫຼື ຕໍາແໜ່ງ, ການພິຈາລະນາສາເຫດທີ່ບໍ່ພາໃຫ້ເປີດການສືບສວນ-ສອບສວນ ແລະ ກໍານົດເວລາການສືບສວບ-ສອບ ສວນ.

ຕະຫຼອດໄລຍະທີ່ຜ່ານມາ, ກະຊວງ ປກສ ໄດ້ເອົາໃຈໃສ່ເປັນເຈົ້າການໃນການປະຕິບັດ ກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ຢ່າງເຂັ້ມງວດ, ປະຕິບັດຕາມບົດບັນທຶກກອງປະຊຸມ 4 ພາກສ່ວນ ລະຫວ່າງ ກະຊວງ ປກສ, ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊົນສູງສູດ ແລະ ມະຕິ, ຄຳສັ່ງ, ຄຳແນະນຳ ແລະ ບັນດານິຕິກຳອື່ນໆທີ່ກ່ຽວຂ້ອງ ໃນການດຳເນີນຄະດີ, ນໍາເອົານິຕິກໍາຕ່າງໆຂອງຂັ້ນເທິງທີ່ກ່ຽວຂ້ອງກັບ ການດໍາເນີນຄະດີ ມາສ້າງເປັນແຜນງານອັນລະອຽດ ເຂົ້າໃນຂົງເຂດວຽກງານການດຳເນີນຄະດີຂອງ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດ ແລະ ປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ສືບສວນ-ສອບສວນ ລວມທັງສິດ ແລະ ພັນທະຂອງຜູ້ເຂົ້າຮ່ວມໃນການດຳເນີນຄະດີ.

ກະຊວງ ປກສ ໄດ້ສ້າງນິຕິກຳສະເພາະໃນການຄຸ້ມຄອງ, ຕິດຕາມ, ກວດກາ ການດຳເນີນຄະດີ ເປັນຕົ້ນແມ່ນ ຂໍ້ຕົກລົງ ວ່າດ້ວຍ ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕຳຫຼວດ, ຄຳສັ່ງເລກທີ 630 ວ່າດ້ວຍ ການຊີ້ນຳ, ນໍາພາ, ຕິດຕາມ, ກວດກາ ແລະ ແນະນຳກຳລັງຕຳຫຼວດສືບສວນ-ສອບສວນ ໃນການດຳເນີນຄະດີ, ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ໃນການເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະສືບສວນ-ສອບສວນ; ໄດ້ອອກຄຳສັ່ງແນະນຳ ວ່າດ້ວຍ ການເພີ່ມທະວີເອົາໃຈໃສ່ໃນການສືບສວນ-ສອບສວນຄະດີຈຳນວນຫຼາຍສະບັບ; ໄດ້ສ້າງ ແລະ ພິມປຶ້ມຄູ່ມືວຽກງານສືບສວນ-ສອບສວນ ເພື່ອປະກອບໃຫ້ເຈົ້າໜ້າທີ່ຕໍາຫຼວດທີ່ເຮັດໜ້າທີ່ສືບສວນ-ສອບສວນດໍາເນີນຄະດີ.

ນອກຈາກນີ້, ໄດ້ສຸມໃສ່ສ້າງ ແລະ ຕິດຕັ້ງລະບົບຖານຂໍ້ມູນອາຊະຍາກຳ ໄລຍະທີ 1 ເຊິ່ງລະບົບດັ່ງກ່າວ ສາມາດຕິດຕາມການດໍາເນີນຄະດີແຕ່ສູນກາງລົງຮອດທ້ອງຖິ່ນ ໃນຂອດເຂດທົ່ວປະເທດ; ມາຮອດປັດຈຸບັນ, ໄດ້ຕິດຕັ້ງແລ້ວ 12 ແຂວງ. ພ້ອມນີ້, ຍັງມີການປະຕິບັດບັນດາມາດຕະການອື່ນໆ.

ຜ່ານການຈັດຕັ້ງປະຕິບັດການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ໃນປີ 2023 ສາມາດດໍາເນີນຄະດີເກີດຂຶ້ນທັງໝົດ 6.637 ເລື່ອງ, ສາມາດມ້າງໄດ້ 5.758 ເລື່ອງ, ຜູ້ຖືກຫາ 8.615 ຄົນ ຍິງ 1.132 ຄົນ ແລະ ຄົນຕ່າງປະເທດ 184 ຄົນ ຍິງ 13 ຄົນ.

ເພື່ອຮັບປະກັນການຈັດຕັ້ງປະຕິບັດບັນດາມາດຕະການສະກັດກັ້ນ ຕາມກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ເຂົ້າສູ່ລວງເລິກ, ກວ້າງຂວາງ ແລະ ຖືກຕ້ອງຕາມກົດໝາຍ, ຕາມແນວທາງ ແລະ ຫຼັກການວິຊາສະເພາະ ກະຊວງ ປກສ ຈະສືບຕໍ່ເພີ່ມທະວີຍົກສູງວຽກງານສຶກສາອົບຮົມນໍາພາການເມືອງ ແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດເປັນກົກ, ເປັນຮາກຖານທີ່ສໍາຄັນ ເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ຕໍ່ລັດ, ມີຈັນຍາບັນ-ຈັນຍາທໍາ, ເປັນກໍາລັງຕໍາຫຼວດຂອງປະຊາຊົນ, ໂດຍປະຊາຊົນ ເພື່ອຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແລະ ຮັບປະກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ນໍາພາ-ຊີ້ນຳວຽກງານຂອງ ອົງການສືບສວນ-ສອບສວນ ໂດຍສະເພາະ ນໍາເອົາຕົວຜູ້ກະທໍາຜິດມາລົງໂທດຕາມລະບຽບກົດໝາຍ.

ຢາກເຮັດໄດ້ແນວນັ້ນ ຕ້ອງໄດ້ເພີ່ມທະວີການນໍາພາ-ຊີ້ນຳທີ່ເດັດດ່ຽວເດັດຂາດ, ປັບປຸງນິຕິກໍາ, ປັບປຸງກົນໄກການບໍລິຫານຂອງ ອົງການສືບສວນ-ສອບສວນ ໃຫ້ເປັນມາດຕະຖານຕາມກົດໝາຍ ແລະ ຫຼັກການວິຊາສະເພາະ ເພື່ອກ້າວເຂົ້າສູ່ຄຸນນະພາບໃໝ່, ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ບໍາລຸງ-ຍົກລະດັບ ເຈົ້າໜ້າທີ່ສືບສວນ-ສອບສວນ ໃຫ້ກໍາແໜ້ນກົດໝາຍແນວທາງ, ຫຼັກການວິຊາສະເພາະກາຍ ເປັນອົງການທີ່ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ເກັ່ງທາງດ້ານວິຊາສະເພາະ, ມີວິໄນ ແລະ ຫັນເປັນທັນສະໄໝ ແລະ ອື່ນໆ.

Continue Reading

Previous: ຕິດຕາມກວດກາ ແລະ ຊຸກຍູ້ວຽກງານປ້ອງກັນກໍາລັງຢູ່ ປກສ ແຂວງບໍລິຄໍາໄຊ
Next: ກົມໃຫຍ່ການເມືອງ ປກສ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມວິທະຍາສາດຮັບຮອງບົດຍຸດທະສາດ ຫົວຂໍ້: ສະພາບແວດລ້ອມຄວາມໝັ້ນຄົງໃນພາກພື້ນ ອາຊີ-ປາຊິຟິກ

ກອງປະຊຸມວິທະຍາສາດຮັບຮອງບົດຍຸດທະສາດ ຫົວຂໍ້: ສະພາບແວດລ້ອມຄວາມໝັ້ນຄົງໃນພາກພື້ນ ອາຊີ-ປາຊິຟິກ

07/12/2023
ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມວິທະຍາຄານການເມືອງ ປກສ

ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມວິທະຍາຄານການເມືອງ ປກສ

07/12/2023
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຮອງລັດຖະມົນຕີ ກະຊວງ ປກສ ຫວຽດນາມ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຮອງລັດຖະມົນຕີ ກະຊວງ ປກສ ຫວຽດນາມ

07/12/2023

ອ່ານຂ່າວຕາມໝວດ

  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ
  • ຂ່າວ ປກສ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ ລາວ ຕ້ອນຮັບ ທ່ານ ຮອງລັດຖະມົນຕີ ກະຊວງ ປກສ ຫວຽດນາມ

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ ລາວ ຕ້ອນຮັບ ທ່ານ ຮອງລັດຖະມົນຕີ ກະຊວງ ປກສ ຫວຽດນາມ

08/12/2023
ຮອງ ລມຕ ກະຊວງ ປກສ ຕ້ອນຮັບ ຮັກສາການເລຂາທິການ ສຳນັກງານປ້ອງກັນ ແລະ ປາບປາມຢາເສບຕິດ ແຫ່ງຣາຊະອານາຈັກໄທ

ຮອງ ລມຕ ກະຊວງ ປກສ ຕ້ອນຮັບ ຮັກສາການເລຂາທິການ ສຳນັກງານປ້ອງກັນ ແລະ ປາບປາມຢາເສບຕິດ ແຫ່ງຣາຊະອານາຈັກໄທ

08/12/2023
ຮອງລັດຖະມົນຕີກະຊວງ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ

ຮອງລັດຖະມົນຕີກະຊວງ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ

08/12/2023
ພິທີປະກາດການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງຫົວພັນ

ພິທີປະກາດການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງຫົວພັນ

08/12/2023

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານຕ່າງໆ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານຕ່າງໆ.

ເວັບໄຊ້ທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດວ້ຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ