Skip to content

Connect with Us

Social menu is not set. You need to create menu and assign it to Social Menu on Menu Settings.

ເມນູທາງລັດ

  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ
  • ຂ່າວ ປກສ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ
  • ແຈ້ງການ
  • Home
  • 2023
  • ເດືອນພະຈິກ
  • 9
  • ຮອງລັດຖະມົນຕີກະຊວງ ປກສ ເນັ້ນກຳລັງວິຊາສະເພາະ ຕ້ອງຫັນໄປສູ່ລະບົບທີ່ທັນສະໄໝ

ຮອງລັດຖະມົນຕີກະຊວງ ປກສ ເນັ້ນກຳລັງວິຊາສະເພາະ ຕ້ອງຫັນໄປສູ່ລະບົບທີ່ທັນສະໄໝ

ກົມສື່ມວນຊົນ 09/11/2023

ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ ໄດ້ເນັ້ນໃຫ້ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ກົມຄຸ້ມຄອງຄົນຕ່າງປະເທດ ແລະ ກົມຕໍາຫຼວດທ່ອງທ່ຽວ ທີ່ຂຶ້ນກັບກົມໃຫຍ່ສັນຕິບານ, ຈົ່ງສືບຕໍ່ພັດທະນາກໍາລັງວິຊາສະເພາະໃຫ້ຫັນໄປສູ່ຄວາມທັນສະໄໝ, ເຊິ່ງເປັນວຽກງານທີ່ຈໍາເປັນໃນການປະຕິບັດໜ້າທີ່ບໍລິການຮັບໃຊ້ສັງຄົມ ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຮັບໃຊ້ວິ ຊາສະເພາະໃຫ້ມີຜົນສໍາເລັດ.

ທ່ານຮອງລັດຖະມົນຕີກະຊວງ ປກສ ໄດ້ເນັ້ນວ່າ: ກົມວິຊາສະເພາະທັງ 3 ກົມ ຄະນະ ພັກ-ຄະນະບັນຊາ ຈົ່ງສືບຕໍ່ເອົາໃຈໃສ່ພັດທະນາບຸກຄະລາກອນທີ່ປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຄວາມຮູ້ຄວາມສາມາດ ເພື່ອຈະມາຮອງຮັບກັບການຫັນໄປສູ່ລະບົບທີ່ທັນສະໄໝ, ເຊິ່ງຄະນະພັກ-ຄະນະບັນຊາຈະຕ້ອງມີແຜນການທີ່ຈະພັດທະນາບຸກຄະລາກອນ ແລະ ມີກໍານົດເວລາທີ່ແນນອນບໍ່ໃຫ້ແກ່ຍາວ, ເຊິ່ງການຫັນໄປສູ່ວຽກງານທີ່ທັນສະໄໝແມ່ນວຽກງານຄວາມສໍາຄັນ, ຈໍາເປັນ ແລະ ພາວະວິໃສ ເພື່ອຮອງຮັບກັບສະພາບຕົວຈິງໃນປັດຈຸບັນ ເປັນຕົ້ນແມ່ນການຂຶ້ນທະບຽນພັກເຊົາໃຫ້ຄົນຕ່າງປະ ເທດ, ການແຕ່ງດອງ, ການມາດໍາເນີນທຸລະກິດ, ມາທ່ອງທ່ຽວ ແລະອື່ນໆ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບ ປອດໄພ.

ກອງປະຊຸມໄດ້ຮັບຟັງບົດສະຫຼຸບລາຍງານຫຍໍ້ຕໍ່ວຽກງາມວິຊາສະເພາະຂອງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງກ່ຽວກັບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ລາຍງານຄວມຄືບຂອງການຄົ້ນຄ້ວາສຶກສາໂຄງການອີບໍເດີພຣາດ, ການຈັດ ຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ຄວາມຄືບໜ້າຂອງໂຄງການພັດທະນາລະບົບລົງທະບຽນພັກເຊົາຊົ່ວຄາວຕາມໂຮງແຮມ ແລະ ເຮືອນພັກ ໃນຂອບເຂດທົ່ວປະເທດ, ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຄວາມຄືບໜ້າຂອງການລະບົບສ້າງຖານຂໍ້ມູນອອກບັດພັກເຊົາແບບທັນສະໄໜ.

ການໂອ້ລົມດັ່ງກ່າວ ມີຂຶ້ນໃນວັນທີ 8 ພະຈິກ 2023, ໂດຍມີ ພົຕ ປອ ບົວວັນ ວົງສາວັນທອງ ຫົວໜ້າກົມໃຫຍ່ສັນຕິບານ, ມີຕາງໜ້າຫ້ອງວ່າການກະຊວງ ປກສ, ກົມໃຫຍ່ພະລາທິການ, ຫົວໜ້າກົມ-ຮອງກົມ, ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມຮັບຟັງການໂອ້ລົມ.

Continue Reading

Previous: ປກສ 4 ແຂວງພາກເໜືອ ສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈຳໄຕມາດ III
Next: ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໜຂອງຄະ ນະບໍລິຫານງານສູນກາງພັກ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມວິທະຍາສາດຮັບຮອງບົດຍຸດທະສາດ ຫົວຂໍ້: ສະພາບແວດລ້ອມຄວາມໝັ້ນຄົງໃນພາກພື້ນ ອາຊີ-ປາຊິຟິກ

ກອງປະຊຸມວິທະຍາສາດຮັບຮອງບົດຍຸດທະສາດ ຫົວຂໍ້: ສະພາບແວດລ້ອມຄວາມໝັ້ນຄົງໃນພາກພື້ນ ອາຊີ-ປາຊິຟິກ

07/12/2023
ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມວິທະຍາຄານການເມືອງ ປກສ

ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມວິທະຍາຄານການເມືອງ ປກສ

07/12/2023
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຮອງລັດຖະມົນຕີ ກະຊວງ ປກສ ຫວຽດນາມ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຮອງລັດຖະມົນຕີ ກະຊວງ ປກສ ຫວຽດນາມ

07/12/2023

ອ່ານຂ່າວຕາມໝວດ

  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ
  • ຂ່າວ ປກສ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ ລາວ ຕ້ອນຮັບ ທ່ານ ຮອງລັດຖະມົນຕີ ກະຊວງ ປກສ ຫວຽດນາມ

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ ລາວ ຕ້ອນຮັບ ທ່ານ ຮອງລັດຖະມົນຕີ ກະຊວງ ປກສ ຫວຽດນາມ

08/12/2023
ຮອງ ລມຕ ກະຊວງ ປກສ ຕ້ອນຮັບ ຮັກສາການເລຂາທິການ ສຳນັກງານປ້ອງກັນ ແລະ ປາບປາມຢາເສບຕິດ ແຫ່ງຣາຊະອານາຈັກໄທ

ຮອງ ລມຕ ກະຊວງ ປກສ ຕ້ອນຮັບ ຮັກສາການເລຂາທິການ ສຳນັກງານປ້ອງກັນ ແລະ ປາບປາມຢາເສບຕິດ ແຫ່ງຣາຊະອານາຈັກໄທ

08/12/2023
ຮອງລັດຖະມົນຕີກະຊວງ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ

ຮອງລັດຖະມົນຕີກະຊວງ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ

08/12/2023
ພິທີປະກາດການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງຫົວພັນ

ພິທີປະກາດການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງຫົວພັນ

08/12/2023

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານຕ່າງໆ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານຕ່າງໆ.

ເວັບໄຊ້ທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດວ້ຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ