Skip to content

Connect with Us

Social menu is not set. You need to create menu and assign it to Social Menu on Menu Settings.

ເມນູທາງລັດ

  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ
  • ຂ່າວ ປກສ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ
  • ແຈ້ງການ
  • Home
  • 2023
  • ເດືອນຕຸລາ
  • 31
  • ລາວ-ໄທ ສືບຕໍ່ຮັດແໜ້ນ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື

ລາວ-ໄທ ສືບຕໍ່ຮັດແໜ້ນ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື

ກົມສື່ມວນຊົນ 31/10/2023

ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ຕຸລາ 2023 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ເເລະ ການພັດທະນາເເບບຍືນຍົງ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດທີ່ສຳນັກງານນາຍົກລັດຖະມົນຕີ, ໃຫ້ກຽດຕ້ອນຮັບໂດຍ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ, ພາຍຫຼັງສໍາເລັດພິທີຕ້ອນຮັບ ສອງຝ່າຍກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມພົບປະຢ່າງເປັນທາງການ.

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈກັນ, ເຊິ່ງ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ພະນະທ່ານ ນາຍົກລັດຖະມົນຕີ ເສດຖາ ທະວີສິນ ທີ່ໄດ້ນຳພາຄະນະຜູ້ແທນມາຢ້ຽມຢາມທາງການຢູ່ ສປປ ລາວ ເປັນຄັ້ງທຳອິດ ພາຍຫຼັງທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີໄທ ຄົນໃໝ່, ເຊິ່ງຈະເປັນການປະກອບສ່ວນອັນສຳຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃຫ້ໄດ້ຮັບການຮັດແໜ້ນຍິ່ງໆຂຶ້ນຢ່າງບໍ່ຢຸດຢັ້ງ.

ໃນໂອກາດນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ພ້ອມທັງກໍານົດແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ສອງຝ່າຍຈະສືບຕໍ່ປຶກສາຫາລືກັນ ເພື່ອເພີ່ມບໍລິມາດທາງດ້ານການຄ້າສອງຝ່າຍໃຫ້ຫຼາຍຂຶ້ນຕື່ມ, ການເຊື່ອມຈອດຂົວ-ທາງ ແລະ ທາງລົດໄຟ ກໍຄື ການສ້າງຂົວລົດໄຟສະເພາະ, ການທ່ອງທ່ຽວ ລວມທັງການທ່ອງທ່ຽວຕາມເມືອງ ແລະ ແຂວງ ຕາມຊາຍແດນ ລາວ-ໄທ, ພະລັງງານ, ການຮ່ວມມື ເພື່ອການພັດທະນາ, ການສ້າງຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ແຮງງານ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລວມທັງການຮ່ວມມືກັນໃນການຄຸ້ມຄອງບັນຫາເລື່ອງໝອກຄວັນຂ້າມແດນຮ່ວມກັນ.

ສອງຝ່າຍເຫັນດີຊຸກຍູ້ກົນໄກການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ຂອງລາວ ແລະ ກະຊວງພານິດ ຂອງໄທ ເພື່ອປຶກສາຫາລືກັນສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການສົ່ງເສີມການຄ້າ-ການລົງທຶນຂອງສອງປະເທດ ໃຫ້ຫຼາຍຂຶ້ນອີກໃນຕໍ່ໜ້າ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືດ້ານພະລັງງານໄຟຟ້າ ທີ່ໄດ້ເປັນເອກະພາບຮ່ວມກັນໃນການຊື້-ຂາຍໄຟຟ້າ ຈຳນວນ 10.500 ເມັກກາວັດ (MW), ສາມາດປະຕິບັດໄດ້ແລ້ວ 5.929 (MW) ແລະ ຈະສືບຕໍ່ສະໜອງໃຫ້ໄດ້ຕາມກໍານົດໃນຕໍ່ໜ້າ ແລະ ປຶກສາຫາລືກັນ ເພື່ອເພີ່ມຂຶ້ນຕື່ມ; ສອງຝ່າຍຍັງເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນປີ 2024 ທີ່ລາວຈະເປັນປະທານກອງປະຊຸມອາຊຽນ.

ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າ-ການລົງທຶນ ລາວ-ໄທ ທີ່ສືບຕໍ່ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຊິ່ງປັດຈຸບັນ ໄທເປັນຄູ່ຄ້າອັນດັບຕົ້ນຂອງລາວ, ເປັນຜູ້ລົງທຶນອັນດັບ 3 ຂອງການລົງທຶນຈາກຕ່າງປະເທດໃນລາວ ແລະ ມີບົດບາດສໍາຄັນໃນການພັດທະນາພື້ນຖານໂຄງລ່າງ, ເຊິ່ງສອດຄ່ອງກັບເປົ້າໝາຍການຫັນປະເທດຈາກບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບອະນຸພາກພື້ນ ແລະ ພາກພື້ນ.

ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຫຼວງຫຼາຍ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານ ແລະ ປະຊາຊົນໄທ ຈະສືບຕໍ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ສປປ ລາວ ຕື່ມອີກໃນຕໍ່ໜ້າ ໂດຍສະເພາະການກະກຽມການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ.

ໃນຂະນະດຽວກັນ, ພະນະທ່ານ ນາຍົກລັດຖະມົນຕີ ເສດຖາ ທະວີສິນ ກໍໄດ້ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມພົບປະສອງຝ່າຍ ລາວ-ໄທ ຄັ້ງນີ້ ພ້ອມທັງຈະສືບຕໍ່ຊຸກຍູ້ໃຫ້ບັນດາຂະແໜງການກ່ຽວຂ້ອງຂອງຝ່າຍໄທ ນຳເອົາຜົນຂອງການພົບປະຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ, ແນໃສ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ກວ້າງຂວາງກວ່າເກົ່າ.

ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີໄທ ໄດ້ເຊື້ອເຊີນ ພະນະທ່ານ ນາຍົກລັດຖະມົນຕີລາວ ໄປຢ້ຽມຢາມທາງການ ທີ່ຣາຊະອານາຈັກໄທ ໃນປີ 2024, ເຊິ່ງພະນະທ່ານ ນາຍົກລັດຖະມົນຕີລາວ ກໍໄດ້ຕອບຮັບ ແລະ ໃຫ້ສືບຕໍ່ປຶກສາກັນລະອຽດຜ່ານຊ່ອງທາງການທູດຕື່ມ.

ພາຍຫຼັງສຳເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ-ໄທ ກໍໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານການຮ່ວມມືສອງຝ່າຍ ຈຳນວນ 2 ສະບັບ ຄື:

1. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການແລກປ່ຽນດ້ານວັດທະນະທຳ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທຳ ແຫ່ງ ຣາຊະອານາຈັກໄທ

2. ບົດບັນທຶກ ວ່າດ້ວຍ ການສ້າງຄວາມອາດສາມາດ ແລະ ແຜນພັດທະນາທຸລະກິດການບໍລິການລົດໄຟ ລາວ-ໄທ ລະຫວ່າງ ບໍລິສັດ ລັດວິສາຫະກິດລົດໄຟແຫ່ງຊາດ ແລະ ອົງການນີດາ (NEDA).

ຫຼັງຈາກນັ້ນ, ກໍໄດ້ມີພິທີມອບ-ຮັບ ໂຄງການຊ່ວຍເຫຼືອຈາກລັດຖະບານໄທ, ກ່າວມອບໂດຍ ພະນະທ່ານ ນາຍົກລັດຖະມົນຕີ ເສດຖາ ທະວີສິນ ແລະ ຮັບໂດຍ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເຊິ່ງປະກອບມີ:

1. ມອບ-ຮັບ ສູນຮຽນຮູ້ ເພື່ອການພັດທະນາກະສິກໍາແບບຍືນຍົງ (ຢູ່ໂຮງຮຽນເຕັກນິກ-ວິຊາຊີບ ແຂວງອັດຕະປື)

2. ມອບ-ຮັບ ສວນພຶກສາສາດມິດຕະພາບ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 70 ປີ

ໃນວັນດຽວກັນນີ້, ສອງນາຍົກລັດຖະມົນຕີ ລາວ ແລະ ໄທ ຍັງໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ສະຖານີລົດໄຟວຽງຈັນ (ຄຳສະຫວາດ) ອີກດ້ວຍ.

Continue Reading

Previous: ຄະນະຜູ້ແທນຕຳຫຼວດອາຊຽນ-ຄູ່ເຈລະຈາ ຫາລືວຽກງານການສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ
Next: ສະມາຄົມ ເພື່ອການພັດທະນາເສດຖະກິດ-ສັງຄົມ ລາວ-ຣັດເຊຍ ເຂົ້າຢ້ຽມຂໍ່ານັບ ຮອງລັດຖະມົນຕີ ກະຊວງ ປກສ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມວິທະຍາສາດຮັບຮອງບົດຍຸດທະສາດ ຫົວຂໍ້: ສະພາບແວດລ້ອມຄວາມໝັ້ນຄົງໃນພາກພື້ນ ອາຊີ-ປາຊິຟິກ

ກອງປະຊຸມວິທະຍາສາດຮັບຮອງບົດຍຸດທະສາດ ຫົວຂໍ້: ສະພາບແວດລ້ອມຄວາມໝັ້ນຄົງໃນພາກພື້ນ ອາຊີ-ປາຊິຟິກ

07/12/2023
ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມວິທະຍາຄານການເມືອງ ປກສ

ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມວິທະຍາຄານການເມືອງ ປກສ

07/12/2023
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຮອງລັດຖະມົນຕີ ກະຊວງ ປກສ ຫວຽດນາມ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຮອງລັດຖະມົນຕີ ກະຊວງ ປກສ ຫວຽດນາມ

07/12/2023

ອ່ານຂ່າວຕາມໝວດ

  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ
  • ຂ່າວ ປກສ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ ລາວ ຕ້ອນຮັບ ທ່ານ ຮອງລັດຖະມົນຕີ ກະຊວງ ປກສ ຫວຽດນາມ

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ ລາວ ຕ້ອນຮັບ ທ່ານ ຮອງລັດຖະມົນຕີ ກະຊວງ ປກສ ຫວຽດນາມ

08/12/2023
ຮອງ ລມຕ ກະຊວງ ປກສ ຕ້ອນຮັບ ຮັກສາການເລຂາທິການ ສຳນັກງານປ້ອງກັນ ແລະ ປາບປາມຢາເສບຕິດ ແຫ່ງຣາຊະອານາຈັກໄທ

ຮອງ ລມຕ ກະຊວງ ປກສ ຕ້ອນຮັບ ຮັກສາການເລຂາທິການ ສຳນັກງານປ້ອງກັນ ແລະ ປາບປາມຢາເສບຕິດ ແຫ່ງຣາຊະອານາຈັກໄທ

08/12/2023
ຮອງລັດຖະມົນຕີກະຊວງ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ

ຮອງລັດຖະມົນຕີກະຊວງ ປກສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ

08/12/2023
ພິທີປະກາດການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງຫົວພັນ

ພິທີປະກາດການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງຫົວພັນ

08/12/2023

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານຕ່າງໆ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານຕ່າງໆ.

ເວັບໄຊ້ທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດວ້ຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ