ຂໍ້ຕົກລົງ
ວ່າດ້ວຍການຈັດຕັ້ງ ແລະ ຫານເຄື່ອໄຫວ
ຂອງພະແນກການເມືອງກົມສື່ສານ ປ້ອງກັນຄວາມສະຫົງບ
ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ
ໝວດທີ I
ທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 1. ທີ່ຕັ້ງ
ພະແນກການເມືອງ ກົມສື່ສານກະຊວງປ້ອງກັນຄວາມສະຫງົບ (ຂຽນເປັນຕົວອັກສອນ ຫຍໍ້ ພກມ ແລະ ລະຫັດ 01) ແມ່ນການຈັດຕັ້ງວິຊາສະເພາະໜຶ່ງໃນໂຄງປະກອບການຈັດຕັ້ງຂອງກົມ ສື່ສານ ມີຖານະບົດບາດທຽບເທົ່າກັບຫ້ອງ, ບັນດາພະແນກອ້ອມຂ້າງທີ່ເກີດຂື້ນກັບກົມ ໄດ້ຮັບການ ສ້າງຕັ້ງ ຫຼື ລົບລ້າງຕາມພາລະບົດບາດຂອງກົມສື່ສານ ປ້ອງກັນ ຄວາມສະຫງົບ.
ມາດຕາ 2. ພາລະບົດບາດ
ພະແນກການເມືອງມີພາລະບົດບາດເປັນເສນາທິການໃຫ້ແກ່ກົມສື່ສານ ໃນການສຶກສາອົບ ຮົມການເມືອງນຳພາແນວ ຄິດ, ຄົນຄວ້າສ້າງແຜນການວຽກງານກໍ່ສ້າງຈັດຕັ້ງພັກ, ກໍ່ສ້າງພະນັກ ງານ, ອົງການຈັດຕັ້ງມະຫາຊົນ, ຄົ້ນຄວ້າປັບປຸງ ອົງ ການຈັດຕັ້ງ, ຄົ້ນຄວ້າປະຕິບັດນະໂຍບາຍ ຕ່າງໆ ໂຄສະນາເຜີຍແຜ່ ແລະ ຄຸ້ທຄອງ, ປ້ອງກັນ-ກວດກາສະມາຊິກພັກ, ພະ ນັກງານ-ນັກຮົບ, ທັງຕິດຕາມຊຸກຍູ້, ການປະຕິບັດແຜນການວຽກພັກ, ວຽກງານການເມືອງຂອງກົມສື່ສານ ແລະ ກະຊວງ ປ້ອງກັນຄວາມສະຫງົບວາງອອກແຕ່ລະໄລຍະໃຫ້ມີປະສິດຕິພາບສູງ.
ໝວດທີ II
ໜ້າທີ່ ແລະ ຂອບເຂດສິດ
ມາດຕາ 3. ໜ້າທີ່
ພະແນກການເມືອງມີໜ້າທີ່ດັ່ງນີ້:
1. ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິຄຳສັ່ງ, ຄຳແນະນຳຕ່າງໆ ຂອງກົມ ວາງອອກໃນແຕ່ລະໄລຍະ ເພື່ອຫຫັນເປັນແຜນການ, ແຜນງານອັນລະ ອຽດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
2. ສຶກສາອົບຮົມການເມືອງ ນຳພາແນວຄິດ ໃຫ້ພະນັກງາ-ນັກຮົບ ມີແນວຄິດຫຼັກໝັ້ນ ອຸດົມການສັງຄົມໜັກແໜ້ນ, ມີຄວາມຈົງຮັກພັກດີ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຈັນຍະບັນ, ຈັນຍະທຳ, ໃນການປະຕິບັດໜ້າທີ່, ມີແບບແຜນດຳລົງຊີວິດປອດໃສຂາວສະອາດ ແລະ ມີຄວາມສາມະຄີປັນເອກະພາບ.
3. ຄົ້ນຄວ້າສ້າງນິຕິກຳຕ່າງໆ ຮັບໃຊ້ໃນຂົງເຂດຂອງຕົນ ເພື່ອນຳສະເໜີຂັ້ນເທິງພິຈາລະນາ.
4. ຄົ້ນຄວ້າ ນຳສະເໜີ ປັບປຸງ ບັນດາຫ້ອງ, ບັນດາພະແນກ, ອ້ອມຂ້າງກົມໃຫ້ເຂັ້ມແຂງ ໜັກແໜ້ນທາງດ້ານການ ຈັດຕັ້ງ, ການເມືອງ, ວິຊາສະເພາະ ແລະ ແບບແຜນວິທີເຮັດວຽກຂອງພະ ນັກງານ, ນັກຮົບ ຢ່າງມີວິທະຍາສາດເທື່ອ ລະກ້າວ.
5. ຄົ້ນຄວ້າ ວາງແຜນການ ໃຫ້ກົມສື່ສານກ່ຽວກັບວຽກງານກໍ່ສ້າງພັກ, ສ້າງພະນັກງານ, ອົງການຈັດຕັ້ງມະຫາຊົນ ແລະ ຊຸກຍູ້ຂະບວນການຕ່າງໆ ຂອງກຳມະບານ, ຊາວໝຸ່ມແມ່ຍິງ.
6. ຄົ້ນຄວ້າແຜນການກຳນົດການກໍ່ສ້າງ, ບຳລຸງ, ຍົກລະດັບໃຫ້ພະນັກງານ-ນັກຮົບທາງ ດ້ານທິດສະດີ, ວວິຊາສະ ເພາະ, ວິຊາການ, ພາສາຕ່າງປະເທດ, ກໍ່ສ້າງພະນັກງານຫຼັກແຫ່ງ-ສືບ ທອດປ່ຽນແທນ ເພື່ອເຮັດໃຫ້ຖັນແຖວຕິດພັນຮັບ ປະກັນ ລັກສະນະສືບທອດຕໍ່ເນື່ອງຢ່າງເປັນລະບົບ.
7. ຄົ້ນຄວ້າ, ວາງແຜນ, ປັບປຸງ, ລະບອບວິທີເຮັດວຽກ, ລະບອບດຳເນີນຊີວິດການເມືອງ ໃຫ້ພະນັກງານ-ນັກຮົບ ພາຍໃນກົມ.
8. ຄຸ້ມຄອງ, ຕິດຕາມ, ກວດກາ, ນຳສະເໜີຂັ້ນທິງປັບປຸງ, ກຳລັງໃຫ້ມີຄວາມເຂັ້ມແຂງ ດ້ານການຈັດຕັ້ງ, ໜັກແໜ້ນ ທາງດ້ານການເມືອງ ແນວຄິດມີຄວາມຊຳນິຊຳນານທາງດ້ານວິຊາສະ ເພາະ ແລະ ແບບວິທີເຮັດວຽກຢ່າງມີວິທະຍາສາດ.
9. ກະກຽມ ບັນດາເນື້ອໃນ, ພິທີການຮັບໃຊ້ກອງປະຊຸມ, ສົມທົບກວດຜ່ານເນື້ອໃນເອກະ ສານກອງປະຊຸມ ຂອງ ບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນ ທີ່ຂື້ນກັບຄະນະພັກຮາກ ຖານ ກົມສື່ສານ.
10. ຮັບສ່ອງແສງ, ສະຫຼຸບ ສັງລວມການເຄື່ອໄຫວວຽກງານພັກ ເພື່ອລາຍງານໃຫ້ຄະນະ ພັກຮາກຖານ ກົມສື່ສານ ແລະ ຂັ້ນເທິງ.
11. ພົວພັນປະສານສົມທົບກັບບັນດາຫ້ອງ, ພະແນກ, ບັນດາກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ, ນະຄອນ, ບັນດາກະຊວງ, ອົງການຈັດຕັ້ງຢູ່ສູນກາງ ແລະ ທ້ອງ ຖິ່ນ.
12. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ ແລະ ກຳນົດໄວໃນລະບຽບກົດ ໝາຍ.
ມາດຕາ 4. ຂອບເຂດ ແລະ ສິດ
ພະແນກການເມືອງ ມີຂອບເຂດ ແລະ ສິດ ດັ່ງນີ້:
1. ນຳສະເໜີມີຄຳເຫັນ, ລາຍງານບັນຫາສຳຄັນຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງ ຕົນຕໍ່ກົມສື່ສານ ເພື່ອຂໍທິດ ຊີ້ນຳ ແລະ ພິຈາລະນາຕົກລົງ.
2. ເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ, ສຳມະນາກ່ຽວກັບວຽກງານການເມືອງ ທີ່ກົມສື່ສານ ກະຊວງປ້ອງກັນຄວາມ ສະຫງົບ ຫຼື ຂະແໜງການອື່ນຈັດຂື້ນຕາມການມອບໝາຍ.
3. ຄົ້ນຄວ້າສ້າງລະບຽບການຕ່າງໆ ທີ່ພົວພັນເຖິງພັກ, ວຽກງານດ້ານການເມືອງ ພາຍໃນ ກົມສື່ສານ ບົນພື້ນຖານຖືກ ຕ້ອງຕາມລະບຽບກົດໝາຍຂອງລັດ
4. ເລືອກເຟັ້ນ ແລະ ນຳສະເໜີກຳລັງໃໝ່ ຕາມຄວາມຮຽກຮ້ອງຕ້ອງການ ຂອງບັນດາວຽກ ງານວິຊາສະເພາະໃນ ແຕ່ລະໄລຍະ.
5. ຄົ້ນຄວ້າສະເໜີຂັ້ນເທິງ ສ້າງຕັ້ງ ຫຼື ລົບລ້າງຫ້ອງ, ບັນດາພະແນກ ທີ່ຂື້ນກັບກົມສື່ສານ ແລະ ປັບປຸງບັນຈຸຊັບຊ້ອນ ພະນັກງານ-ນັກຮົບ ເຂົ້າໃນຂົງເຂດວຽກງານວິຊາສະເພາະໃຫ້ເໝາະສົມ ມີຄວາມວ່ອງໄວຮັບປະກັນດ້ານປະລິມານ ແລະ ຄຸນນະພາບ.
6. ຮຽກເຊີນປະຊຸມ, ຝຶກອົບຮົມ, ສຳມະນາກ່ຽວກັບວຽກງານວິຊາສະເພາະຕາມສາຍຕັ້ງໃນ ຂອບເຂດທົ່ວປະເທດ ຕາມການຕົກລົງຂອງກົມ.
7. ຄົ້ນຄວ້ານຳສະເໜີປະຕິບັດນະໂຍບາຍດ້ວຍຮູບການດ້ານຕ່າງໆ ໃຫ້ແທດເໝາະກັບຜົນ ງານຕົວຈິງ ແລະ ສຶກສາ ອົບຮົມ-ກ່າວເຕືອນ, ສະເໜີວິໄນ ຕໍ່ພະນັກງານ-ນັກຮົບ ທີ່ຂື້ນກັບຄວາມ ຮັບຜິດຊອບຂອງຕົນ ຕາມລະບຽບກົດໝາຍ.
8. ປະສານສົມທົບກັບຫ້ອງ, ພະແນກຕ່າງໆ ພາຍໃນກົມກອງອ້ອມຂ້າງກະຊວງ, ກອງບັນ ຊາການ ປກສ ແຂວງ, ນະຄອນ ແລະ ຂະແໜງການພາກສ່ວນອື່ນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ຕາມການມອບໝາຍຂອງກົມ.
9. ປະຕິບັດສິດອື່ນ ຕາມການມອບໝາຍຂອງຂັ້ນເທິງ ແລະ ຕາມທີ່ໄດ້ກຳນົດໄວ້ໃນລະບຽບ ກົດໝາຍ.
ໝວດທີ III
ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ
ມາດຕາ 5. ໂຄງປະກອບການຈັດຕັ້ງ
ພະແນກການເມືອງ ມີໂຄງປະກອບການຈັດຕັ້ງ ດັ່ງນີ້:
1. ໜ່ວຍງານຈັດຕັ້ງພະນັກງານ.
2. ໜ່ວຍງານພັກ-ອົງການຈັດຕັ້ງມະຫາຊົນ.
3. ໜ່ວຍງານໂຄສະນາອົບຮົມ, ຂ່າວສານ ແລະ ຫໍມູນເຊື້ອ.
4. ໜ່ວຍງານກວດກາ-ປ້ອງກັນກຳລັງ.
ສຳລັບພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ, ການຈັດຕັ້ງຂອງໜ່ວຍງານ ທີ່ຂື້ນກັບ ພະແນກຈະໄດ້ກຳນົດໄວ້ໃນ ລະບຽບການສະເພາະ.
ມາດຕາ 6. ໂຄງປະກອບບຸກຄະລາກອນ
ພະແນກການເມືອງ ມີໂຄງປະກອບບຸກຄະລາກອນ ດັ່ງນີ້:
1. ຫົວໜ້າພະແນກມີ 1 ທ່ານ, ຮອງຫົວໜ້າພະແນກຈະນວນໜຶ່ງ .
2. ບັນດາໜ່ວຍງານ ມີຫົວໜ້າ 1 ທ່ານ, ຮອງຫົວໜ້າຈຳນວນໜຶ່ງ ແລະ ປະກອບພະນັກ ງານວິຊາການຕາມຄວາມ ຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ.
ມາດຕາ 7. ການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ
ການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງປະຕິບັດ ດັ່ງນີ້:
1. ຫົວໜ້າ ແລະ ຮອງຫົວໜ້າພະແນກ ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ ໂດຍຫົວໜ້າກົມໃຫຍ່ການ ເມືອງ ປ້ອງກັນຄວາມສະຫງົບ ຕາມການສະເໜີຂອງຫົວໜ້າກົມສື່ສານ ປ້ອງກັນຄວາມສະຫງົບ.
2. ຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ ໂດຍຫົວໜ້າກົມສື່ສານ ປ້ອງກັນຄວາມສະຫງົບ ຕາມການສະເໜີຂອງຫົວໜ້າພະແນກ ແລະ ການ ຕົກລົງເຫັນດີຂອງກົມໃຫຍ່ການເມືອງ ປ້ອງກັນ ຄວາມສະຫງົບ.
ມາດຕາ 8. ສິດ, ໜ້າທີ່ ຂອງຫົວໜ້າ ແລະ ຮອງຫົວໜ້າພະແນກການເມືອງ
ຫົວໜ້າ ແລະ ຮອງຫົວໜ້າພະແນກການເມືອງມີສິດ ແລະ ໜ້າທີ່ ດັ່ງນີ້:
1. ຫົວໜ້າພະແນກມີໜ້າທີ່ຮັບຜິດຊອບໂດຍກົງຕໍ່ກົມສື່ສານ ປ້ອງກັນຄວາມສະຫງົບ ໃນ ການຊີ້ນຳ-ນຳພາ, ບັນຊາ, ຄຸ້ມຄອງ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດຂອງຕົນ ມີຄວາມຮັບຜິດ ຊອບຕໍ່ຜົນສຳເລັດ ຫຼື ຂໍ້ຂາດຕົກບົກຜ່ອງຕໍ່ຂັ້ນ ເທິງ ແລະ ເປັນຜູ້ລົງລາຍເຊັນໃນເອກະສານທາງການໃນນາມພະແນກ.
ກໍ່ລະນີຫົວໜ້າພະແນກມີວຽກສຳຄັນ ຈຳເປັນໄປປະຕິບັດໜ້າທີ່ຫ່າງໄກ ຫຼື ບໍ່ສາມາດປະຕິ ບັດໜ້າທີ່ໄດ້ ຕ້ອງມອບສິດໃຫ້ຮອງຫົວໜ້າພະແນກຜູ້ໃດໜຶ່ງຮັກສາການຊົ່ວຄາວ.
2. ຮອງຫົວໜ້າພະແນກ ເປັນຜູ້ຊ່ວຍຫົວໜ້າພະແນກ ໃນການຊີ້ນຳ, ນຳພາ, ບັນຊາ, ຄຸ້ມ ຄອງ, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຕາມພາາລະບົດບາດ, ໜ້າທີ່, ຂອບເຂດຂອງສິດ ຂອງພະແນກ ທັງລົງເລິກຊີ້ນຳວຽກງານໃດໜຶ່ງ ຕາມ ການມອບໝາຍຂອງຫົວໜ້າພະແນກ ແລະ ມີ ຄວາມຮັບຜິດຊອບຕໍ່ຜົນສຳເລັດ ຫຼື ຂໍ້ຂາດຕົກບົກຜ່ອງຕໍ່ຫົວໜ້າ ພະແນກ ກໍ່ຄືຂັ້ນເທິງ.
ເບີໂທຕິດຕໍ່ : 021 970228