ຫ້ອງການກົມ

ຂໍຕົກລົງ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ
ຂອງຫ້ອງການກົມສື່ສານ ປ້ອງກັນຄວາມສະຫງົບ
ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງ:

ໝວດທີ I
ທີ່ຕັ້ງ ແລະ ພາລະບົດບາດ

ມາດຕາ 1. ທີ່ຕັ້ງ
ຫ້ອງການກົມສື່ສານ ປ້ອງກັນຄວາມສະຫງົບ ( ຂຽນເປັນຕົວອັກສອນຫຍໍ້ ຫກ ແລະ ເລກລະຫັດແມ່ນ 07 ) ແມ່ນ ຫ້ອງວິຊາສະເພາະໜຶ່ງ ໃນໂຄງປະກອບກົງຈັກການຈັດຕັ້ງຂອງ ກົມສື່ສານ ມີຖານະບົດບາດທຽບເທົ່າກັບບັນດາພະແນກ ອ້ອມຂ້າງທີ່ຂື້ນກັບກົມ, ໄດ້ຮັບການສ້າງຕັ້ງ ຫຼື ລົບລ້າງ ຕາມພາລະບົດບາດ ຂອງກົມສື່ສານ ປ້ອງກັນຄວາມສະຫງົບ.

ມາດຕາ 2. ພາລະບົດບາດ
ຫ້ອງການສື່ສານ ປ້ອງກັນຄວາມສະຫງົບ ມີບົດບາດເປັນເສນາທິການໃຫ້ກົມສື່ສານ ໃນການເກັບກຳສະພາບຮອບ ດ້ານວຽກງານສື່ສານ, ຄົ້ນຄວ້າວາງ ແຜນການ, ຈັດຕັ້ງປະຕິບັດ, ຮັບສ່ອງແສງ, ສະຫຼຸບລາຍງານສະພາບການຂອງບັນດາ ພະແນກ ຕາມສານຕັ້ງໃນຂອບເຂດທົ່ວ ປະເທດ ເພື່ອໃຫ້ລາຍງານຂໍ້ຄຳເຫັນ ນຳກົມສື່ສສານ ແລະ ກະຊວງປ້ອງກັນ ຄວາມສະຫງົບ ໃນ ແຕ່ລະໄລຍະ.

ໝວດທີ II
ໜ້າທີ່ ແລະ ຂອບເຂດສິດ

ມາດຕາ 3. ໜ້າທີ່
ຫ້ອງການກົມສື່ສານ ປ້ອງກັນຄວາມສະຫງົບ ມີໜ້າທີ່ ດັ່ງນນີ້:

  1. ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິຄຳສັ່ງ, ຄຳແນະນຳຕ່າງໆ ຂອງ ກົມວາງອອກໃນແຕ່ລະໄລຍະ ເພື່ອຫັນເປັນແຜນການ, ແຜນງານອັນລະ ອຽດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
  2. ສຶກສາອົບຮົມການເມືອງ ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີແນວຄິດຫຼັກໜັ້ນ ອຸດົມການສັງຄົມນິຍົມ ໜັກແໜ້ນ, ມີຄວາມຈົງຮັກພັກດີ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໃນເຂັ້ມ ງວດ, ມີຈັນຍາບັນ ຈັນຍາທຳໃນການ ປະຕິບັດໜ້າທີ່, ມີແບບແຜນດຳລົງຊີວິດປອດໃສຂາວສະອາດ ແລະ ມີຄວາມສາມັກຄີເປັນເອກະພາບ.
  3. ຊີນຳ, ນຳພາ, ບັນຊາ ຄຸ້ມຄອງ, ກວດກາ, ປັບປຸງກຳລັງສື່ສານ ໃຫ້ເຂັ້ມແຂງໜັກແໜ້ນ ດ້ານການຈັດຕັ້ງ, ການ ເມືອງ, ວິຊາສະເພາະ ແລະ ແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ ເທື່ອລະກ້າວ.
  4. ຄົ້ນຄ້ວາສ້າງນິຕິກຳຕ່າງໆ ຮັບໃຊ້ໃນຂົງເຂດວຽກງານຂອງຕົນ ເພື່ອນຳສະເໜີຂັ້ນເທິງ ພິຈາລະນາ.
  5. ຄົ້ນຄ້ວາ, ສ້າງ, ຈັດຕັ້ງປະຕິບັດແຜນການ, ແຜນງານ ແລະ ແຜນວຽກລາຍລະອຽດແຕ່ ລະໄລຍະ ໃຫ້ສອດຄ່ອງ ກັບແແຜນຍຸດທະສາດຂອງກົມ ກ່ຽວກັບການປັບປຸງ, ພັດທະນາເສນາທິ ການຫ້ອງການ.
  6. ຮັບສ່ອງແສງ, ສະຫຼຸບສັງລວມສະພາບການຮອບດ້ານວຽກງານສື່ສານ ຂອງບັນດາພະແນກ, ເພື່ອລາຍງານໃຫ້ ກົມສື່ສານ ແລະ ຂັ້ນເທິງ.
  7. ຄົ້ນຄົ້ວ, ກວດກາ, ຕິດຕາມເອກກະສານ, ຈົດໝາຍທາງການທີ່ພົວພັນເຖິງວຽກງານ ວິຊາສະເພາະ, ບັນທຶກ ຂາເຂົ້າ-ອອກ, ເກັບມ້ຽນສຳນວນສຳເນົາ, ຈັດພິມ-ນຳສົ່ງເອກະສານໃຫ້ພາກ ສ່ວນຕ່າງໆ ທີ່ກ່ຽວຂ້ອງ, ຄຸ້ມຄອງ, ນຳໃຊ້ຕາ ປະທັບ, ກາຈ້ຳຂອງກົມ, ຫ້ອງການ ແລະ ຮັກສາ ຄວາມລັບຕາມລະບຽບຫຼັກການກຳນົດໄວ້.
  8. ຝຶກອົບຮົມ, ບຳລຸງ, ປັບປຸງ, ຍົກລະດັບວິຊາສະເພາະວຽກງານຫ້ອງການ ໃຫ້ພະນັກ ງານ-ນັກຮົບ, ມີແບບແຜນ ວິທິເຮັດວຽກທີ່ທັນສະໄໝ ຮູ້ໜູນໃຊ້ວິທະຍາສາດ ເຕັກໂນໂລຊີ ເຂົ້າໃນ ວຽກງານບໍລິຫານນ້າທີ່ຂອງຕົນ.
  9. ກະກ່ຽມບັນດາເນື້ອໃນ ພິທີການ, ງົບປະມານຮັບໃຊ້ກອງປະຊຸມ, ການຈັດງານລ້ຽງ, ການພົບປະ-ຮັບແຂກ, ວັນສຳຄັນຕ່າງໆ ຂອງຊາດພາຍໃນກົມສື່ສານ ແລະ ສົມທົບກວດກາຜ່ານ ເນື້ອໃນເອກະສານຂອງກອງປະຊຸມບັນດາຫ້ອງ, ພະແນກອ້ອມຂ້າງ.
  10. ຈັດຕັ້ງກວດກາເວນຍາມ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພາຍໃນ ສຳນັກງານ ແລະ ນຳພາ ພະນັກງານນັກຮົບ ເຂົ້າຮວ່ມຂະບວນການຂອງກະຊວງປ້ອງກັນຄວາມສະ ຫງົບ.
  11. ພົວພັນປະສານສົມທົບກັບບັນດາພະແນກ, ບັນດາກົມກອງອ້ອມຂ້າງກະຊວງ, ກອງບັນ ຊາການ ປກສ ແຂວງ, ນະຄອນ, ບັນດາກະຊວງ, ອົງການຈັດຕັ້ງສູນກາງ ແລະ ທ້ອງຖິ່ນ.
  12. ພົວພັນ, ຮ່ວມມື, ແລກປ່ຽນບົດຮຽນກັບຕ່າງປະເທດ ຕາມການຕົກລົງເຫັນດີຂອງກົມ ແລະ ລັດຖະມົນຕີວ່າ ການກະຊວງປ້ອງກັນຄວາມສະຫງົບ.
  13. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ ແລະ ກຳນົດໄວ້ໃນລະບຽບກົດ ໝາຍ.

ມາດຕາ 4. ຂອບເຂດ ແລະ ສິດ
ຫ້ອງການກົມສື່ສານ ມີຂອບເຂດສິດ ດັ່ງນີ້:

1. ນຳສະເໜີຄຳເຫັນ, ລາຍງານບັນຫາສຳຄັນຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງ ຕົນຕໍ່ກົມສື່ສານເພື່ອຂໍສິດ ຊີ້ນຳ ແລະ ພິຈາລະນາຕົກລົງ.
2. ເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ, ສຳມະນາ ກ່ຽວກັບວຽກງານຫ້ອງການ ທີ່ກົມສື່ສານ, ກະຊວງປ້ອງກັນຄວາມ ສະຫງົບ ຫຼື ຂະແໜງການຈັດຂື້ນຕາມການມອບໝາຍ.
3. ຄົ້ນຄວ້າສ້າງລະບຽບການຕ່າງໆ ທີ່ພົວພັນເຖິງວຽກງານໃນຄວາມຮັບຜິດຊອບຂອງຕົບ ບົນພື້ນຖານຖຶກຕ້ອງຕາມ ລະບຽບກົດໝາຍ.
4. ນຳສະເໜີຂັ້ນເທິງ ອອກຂໍ້ຕົກລົງ, ຄຳແນະນຳ, ແຈ້ງການ ແລະ ລະບຽບການຕ່າງໆ ທີ່ ກ່ຽວຂ້ອງກັບຄວາມຮັບ ຜິດຊອບຂອງວຽກງານສື່ສານ.
5. ນຳສະເໜີກົມອະນຸມັດການຈັດກອງປະຊຸມ, ເຂົ້າຮ່ວມປະຊຸມ ກ່ຽວກັບວຽກງານວິຊາສະ ເພາະທີ່ຈັດຂື້ນກັບ ຄວາມຮັບຜິດຊອບຂອງຕົນ ຫຼື ການມອບໝາຍຂອງກົມ.
6. ຮຽກເຊີນ, ປະຊຸມ ກ່ຽວກັບວຽກງານວິຊາສະເພາະ ຕາມສາຍຕັ້ງໃນຂອບເຂດທົ່ວປະເທດ ຕາມກາານຕົກລົງ ຂອງລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ.
7. ນຳສະເໜີສ້າງຕັ້ງ ຫຼື ລົບລ້າງບັນດາກົງຈັກການຈັດຕັ້ງໜ່ວຍງານ, ແຕາງຕັ້ງ, ຍົກຍ້າຍ, ບັນຈຸຊັບຊ້ອນ, ໃຫ້ແທດ ເໝາະກັບຄວາມຮູ້ຄວາມສາມາດ ແລະ ງານຕົວຈິງຂອງພະນັກງານ-ນັກ ຮົບ ທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ.
8. ນຳສະເໜີປະຕິບັດນະໂຍບາຍດ້ວຍຮູບການຕ່າງໆ ໃຫ້ແທດເໝາະກຫັບຜົນງານຕົວຈິງ ແລະ ສຶກສາອົບຮົມ-ກ່າວ ເຕືອນ, ສະເໜີວິໄນ ຕໍ່ພະນັກງານ-ນັກຮົບ ພາຍໃນຫ້ອງການຂອງຕົນ ຕາມລະບຽບກົດໝາຍ.
9. ປະສານສົມທົບ ກັບບັນດາຫ້ອງ, ພະແນກ, ກົມກອງອ້ອມຂ້າງກະຊວງ, ກອງບັນຊາ ການ ປກສ ແຂວງ, ນະ ຄອນ, ແລະ ຂະແໜງການພາກສ່ວນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງ ຖິ່ນ ຕາມການມອບໝາຍຂອງກົມ.
10. ປະຕິບັດສິດອື່ນ ຕາມການມອບໝາຍຂອງຂັ້ນເທິງ ແລະ ຕາທີ່ໄດ້ກຳນົດໄວ້ໃນລະບຽບ ກົດໝາຍ.

ໝວດທີ III
ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ

ມາດຕາ 5: ໂຄງປະກອບການຈັດຕັ້ງ
ຫ້ອງການກົມສື່ສານ ມີໂຄງປະກອບການຈັດຕັ້ງ ດັ່ງນີ້:

  1. ໜ່ວຍງານຄົ້ນຄວ້າສັງລວມ-ພົວພັນຕ່າງປະເທດ.
  2. ໜ່ວຍງານການພິມ ແລະ ສຳນວນ-ເອກະສານ.
  3. ໜ່ວຍງານບໍລິຫານ.ສຳລັບບົດບາດ, ໜ້າທີ່ ແລະ ຂອບເຂດສິດ, ການຈັດຕັ້ງຂອງໜ່ວຍງານທີ່ຂື້ນກັບຫ້ອງການ ຈະໄດ້ກຳນົດໄວ້ໃນ ລະບຽບການສະເພາະ.

ສຳລັບບົດບາດ, ໜ້າທີ່ ແລະ ຂອບເຂດສິດ, ການຈັດຕັ້ງຂອງໜ່ວຍງານທີ່ຂື້ນກັບຫ້ອງການ ຈະໄດ້ກຳນົດໄວ້ໃນ ລະບຽບການສະເພາະ.

ມາດຕາ 6. ໂຄງປະກອບບຸກຄະລາກອນ
ຫ້ອງການກົມສື່ສານ ມີໂຄງປະກອບບຸກຄະລາກອນ ດັ່ງນີ້:

  1. ຫົວໜ້າຫ້ອງການ 1 ທ່ານ, ຮອງຫົວໜ້າຫ້ອງການຈຳນວນໜຶ່ງ.
  2. ບັນດາໜວຍງານ ມີຫົວໜ້າ 1 ທ່ານ, ຮອງຫົວໜ້າຈຳນວຍໜຶ່ງ ແລະ ປະກອບພະນັກງານວິຊາການ ຕາມຄວາມ ຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ.

ມາດຕາ 7. ການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງປະຕິບັດ ດັ່ງນີ້:

  1. ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ ໂດຍຫົວໜ້າກົມໃຫຍ່ ການເມືອງປ້ອງກັນຄວາມສະຫງົບ ຕາມການສະເໜີຂອງຫົວໜ້າກົມສື່ສານ.
  2. ຫົວໜ້າ ແລະ ຮອງໜ່ວຍງານ ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ ໂດຍ ຫົວໜ້າກົມສື່ສານ ຕາມ ການສະເໜີຂອງຫົວໜ້າຫ້ອງການ ແລະ ຕົກລົງເຫັນດີຂອງກົມໃຫຍ່ການ ເມືອງປ້ອງກັນຄວາມສະຫງົບ.

ມາຕາ 8. ສິດ, ໜ້າທີ່ ຂອງຫົວໜ້າ ແລະ ຮອງຫົວໜ້າຫ້ອງການ
ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຫົວໜ້າຫ້ອງການ ມີໜ້າທີ່ຮັບຜິດຊອບໂດຍກົງ ຕໍ່ກົມສື່ສານ ໃນການຊີນຳ-ນຳພາ, ບັນຊາ, ຄຸ້ມຄອງ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ, ມີຄວາມຮັບຜິດຊອບຕໍ່ຜົນສຳເລັດ ຫຼື ຂໍ້ຂາດຕົກບົກຜ່ອງຕໍ່ຂັ້ນເທິງ ແລະ ເປັນຜູ້ລົງລາຍເຊັນໃນເອກະສານທາງການໃນນາມຫ້ອງການ.
  2. ຮອງຫົວນ້າຫ້ອງການ ເປັນຜູ້ຊ່ວຍຫົວໜ້າຫ້ອງການ ໃນການຊີ້ນຳ, ນຳພາ, ບັນຊາ, ຄຸ້ມຄອງ, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງ ຫ້ອງການ ທັງລົງເລິກວຽກໃດໜຶ່ງ ຕາມການມອບ ໝາຍຂອງຫົວໜ້າຫ້ອງ ແລະ ມີຄວາມຮັບຜິດ ຊອບຕໍ່ຜົນສຳເລັດ ຫຼື ຂໍ້ຂາດຕົກບົກຜ່ອງຕໍ່ຫົວນ້າຫ້ອງການ.

ໝວດທີ IV
ລະບົບແບບແຜນວິທີເຮັດວຽກ

ມາດຕາ 9. ຫຼັກການເຮັດວຽກ
ຫ້ອງການກົມສື່ສານ ເຮັດວຽກງານຕາມຫຼັກການ ດັ່ງນີ້:

  1. ເຮັດວຽກຕາຫຼັກກການລວມສູນປະຊາທິປະໄຕ ປຶກສາຫາລືເປັນໝູ່ຄະນະ, ມີຄວາມເປັນ ເອກະພາບ ແລະ ແບ່ງ ງານໃຫ້ບຸກຄະລາກອນຮັບຜິດຊອບຢ່າງຈະແຈ້ງ.
  2. ເຮັດວຽກມີແຜນການ, ກຳນົດຄາດໝາຍ, ການຈັດຕັ້ງປະຕິບັດ, ປະສານສົມທົບ, ຕິດຕາມກວດກາເປັນປົກກະຕິ ແທດເຖິງຕົວຈິງ, ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ.
  3. ເຮັດວຽກມີການແບ່ງຂັ້ນຄຸ້ມຄອງ, ແບ່ງງານແຕ່ລະການຈັດຕັ້ງ, ແຕ່ລະຄົນຢ່າງລະອຽດ ການມອບໝາຍວຽກ ຕ້ອງຕິດພັນກັບການມອບສິດ ແລະ ນະໂຍບາຍ, ສ້າງເງື່ອນໄຂອຳນວນຄວາມ ສະດວກໃກ້ແກ່ທຸກຄົນ ເສີມຂະຫຍາຍ ຫົວຄິດປະດິດສ້າງ ແລະ ຍົກສຸງຄວາມຮັບຜິດຊອບເປັນເຈົ້າ ຕົນເອງ.
  4. ການຕົກລົງ ແລະ ການອອກຄຳສັ່ງໃດໜຶ່ງ ຕ້ອງສອດຄ່ອງກັບລະບຽບກົດໝາຍ ແລະ ຂໍທິດຊີ້ນຳຂອງກົມ.
  5. ປະຕິບັດລະບອບປະຈຳການ ແລະ ລະບອບປະຊຸມສ່ອງແສງລາຍງານເປັນປົກກະຕິ.

ມາດຕາ 10. ແບບແຜນວິທີເຮັດວຽກ
ຫ້ອງການກົມສື່ສານ ມີແບບແຜນວິທີເຮັດວຽກ ດັ່ງນີ້:

  1. ມີແບບແຜນວິທີເຮັດວຽກຢ່າງມີວິທະນາສາດ, ມີການຄົ້ນຄວ້າທີ່ແທດເໝາະກັບຄວາມ ສາມາດຕົວຈິງ ແລະ ທັນສະໄໝເທື່ອລະກ້າວ.
  2. ມີແຜນການ, ໂຄງການ, ແຜນຄົນ, ງົບປະມານ, ພາຫະນະ, ວັດຖຸອຸປະກອນເຕັກນິກ, ສະຖານທີ່ເຮັດວຽກ, ແກ້ໄຂວຽກງານຢ່າງມີຈຸດສຸມ, ຖຶກເປົ້າໝາຍ ແລະ ກຳນົດໄລຍະເວລາຢ່າງຈະແຈ້ງ ເມື່ອສຳເລັດໜ້າທີ່ວຽກງານ ການ ສະຫຼຸບຖອດຖອນບົດຮຽນ ພ້ອມທັງຄົ້ນຄວ້າ, ສະເໜີປະຕິບັດນະໂຍບາຍຕາມຄວາມເໝາະສົມ.

ໝວດທີ V
ບົດບັນຍັດສຸດທ້າຍ

ມາດຕາ 11. ຕາປະທັບ
ຫ້ອງການກົມສື່ສານມີຕາປະທັບສະເພາະ ເພື່ອນຳໃຊ້ເຂົ້າໃນວຽກງານທາງລັດຖະການ.

ມາດຕາ 12. ການຈັດຕັ້ງປິຕິບັດ
ມອບໃຫ້ຫ້ອງການກົມສື່ສານຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
ບັນດາການຈັດຕັ້ງ ໃນກຳລັງປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ປະຕິບັດຂໍ້ຕົກ ລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 13. ຜົນສັກສິດ
ຂຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ຂໍ້ກຳນົດ, ບົດບັນຍັດໃດໃນເມື່ອກ່ອນຫາກ ຂັດກັບ ຂໍ້ຕົກລົງສະບັບນີ້ລ້ວນແຕ່ຖຶກລົບລ້າງ.