ກົງຈັການຈັດຕັ້ງ

ຄວາມໝາຍຄວາມສຳຄັນຂອງກົມສື່ສານ.

ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ (ຂຽນເປັນອັກສອນຫຍໍ້ ສສ ແລະ ເລກລະຫັດ 510) ແມ່ນ ກົມ ວິຊາສະເພາະໜຶ່ງ ໃນໂຄງປະກອບກົງຈັກ ການຈັດຕັ້ງຂອງກະຊວງປ້ອງກັນຄວາມສະຫງົບ ມີ ສະຖຽນທຽບ ເທົ່າກັບບັນດາ ກົມເອກະລາດອ້ອມ ຂ້າງກະຊວງ ໂດຍແມ່ນ ນາຍົກລັດຖະມົນຕີ ເປັນຜູ້ສ້າງຕັ້ງ ແລະ ລົບ ລ້າງຕາມການສະເໜີຂອງ ລັດຖະມົນຕີວ່າການກະຊວງ ປ້ອງກັນ ຄວາມສະຫງົບ.
ສິດ ແລະ ໜ້າທີ່ ຂອງຫົວໜ້າ ແລະ ຮອງຫົວໜ້າກົມ.

ຫົວໜ້າ ແລະ ຮອງຫົວໜ້າກົມສື່ສານ ປ້ອງກັນຄວາມສະຫງົບ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຫົວໜ້າກົມມີຄວາມຮັບຜິດຊອບໂດຍກົງ ຕໍ່ລັດຖະມົນຕີວ່າການກະຊວງປ້ອງກັນຄວາມ ສະຫງົບ ໃນ ການຊີ້ນຳ, ນຳພາ, ບັນຊາ, ຄຸ້ມຄອງ, ຕິດຕາມການກວດກາການຈັດຕັ້ງປະຕິບັດ ຕາມພາລະບົດບາດ, ໜ້າ ທີ ແລະ ຂອບເຂດສິດຂອງຕົນ, ມີຄວາມ ຮັບຜິດຊອບຕໍ່ຜົນສຳເລັດ ຫຼື ຂໍ້ຂາດຕົກບົກຜ່ອງຂອງກົມຕໍ່ ຂັ້ນເທິງ ແລະ ເປັນຜູ້ລົງລາຍເຊັນໃນເອກະສານທາງການ ໃນນາມກົມ.
    ກໍລະນີໄປປະະຕິບັດໜ້າທີ່ຫ່າງໄກ ຫຼື ບໍ່ສາມາດມາປະຕິບັດໜ້າທີໄດ້ ຕ້ອງມອບສິດ ເປັນລາຍລັກ ອັກ ສອນໃຫ້ຮອງຫົວໜ້າ ກົມ ຜູ້ໃດຜູ້ໜຶ່ງຮັກສາການແທນ
  2. ຮອງກົມເປັນຜູ້ຊ່ວຍຫົວໜເາກົມ ໃນການຊີ້ນຳ, ນຳພາ, ບັນຊາ, ຄຸ້ມຄອງ, ຕິດຕາມ ກວດກາການ ຈັດຕັ້ງປະຕິບັດ ຕາມ ພາລະບົບບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນທັງ ລົງເລິກຊີ້ນຳ ວຽກ ງານໃດໜຶ່ງ ຕາມການໝອບໝາຍຫົວໜ້າກົມ ແລະ ມີ ຄວາມຮັບຜິດຊອບ ຕໍ່ຜົນສຳເລັດ ຫຼື ຂໍ້ຂາດຕົກບົກຜ່ອງຕໍ່ ຫົວໜ້າ ກົມ.