ຄຳຂວັນ ຂອງກຳລັງສື່ສານ ປະກອບດ້ວຍ 3 ທາດແທ້ 4 ມູນເຊື້ອ:
3 ທາດແທ້:
- ຈົ່ງຮັກພັກດີຕໍ່ພັກ ແລະ ຕໍ່ປະເທດຊາດ
- ຮັບໃຊ້ຊາດຮັບໃຊ້ປະຊາຊົນ ຢ່າງສຸດອົກສຸດໃຈ
- ມິດສັດຕູຈະແຈ້ງ
4 ມູນເຊື້ອ:
- ມີນ້ຳໃຈບຸກບຶນ, ສູ້ຊົນ, ອົດທົນ, ໜຽວແໜ້ນ, ຄຽງບ່າຄຽງໄລ່ກັບເລົ່າຮົບວິຊາສະເພາະອື່ນໆ ທັງສູ້ລົບຕີສັດຕູທັງເຮັດ ໜ້າທີ່ ວິຊາສະເພາະ ປະຈຳການຕະຫຼອດ 24 ຊົ່ວໂມງ
- ມູນເຊື້ອໃນການປັບປຸງກໍ່ສ້າງກຳລັງວິຊາສະເພາະ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝເທື່ອລະກ້າວ
- ມູນເຊື້ອດຸໝັ່ນອອກແຮງງານ ແລະ ປະຫຍັດມັດທະຢັດ
- ມູນເຊື້ອໃນການຮ່ວມມືກັບຕ່າງປະເທດ ໂດຍສະເພາະແມ່ນເພື່ອນມິດຍຸດທະສາດ, ຮູ້ການຍາດແຍ່ງເອົາບົດຮຽນ ແລະ ການຊ່ວຍເຫຼືອ ເພື່ອພັດທະນາຕົນເອງ.
ການເຄື່ອນໄຫວວຽກງານ ວິຊາສະເພາະ
ວິຊາການຕິດຕັ້ງກ້ອງວົງຈອນ ແລະ ຕັ້ງຄ່າຂອງລະບົບ





ຍາມໃດບັນດາ ວິຊາງານ ວິຊາສະເພາະ ມັນຮຽກຮ້ອງໃຫ້ ຕ້ອງມີການຄົ້ນຄວ້າ ໃຫ້ຮູ້ເລິກເຖິງຖອງ ໃນ ວຽກງານຂອງຕົນ ໃຫ້ສົມ ກັບພັກ-ລັດ ໄດ້ມອບໝາຍໃຫ້, ເພື່ອນຳເອົາອົງຄວາມຮູ້ທິດສະດີໃໝ່ ແຫ່ງ ໂລກ ເຕັກໂນໂລຊີທີ່ທັນສະໄໝ ນຳເຂົ້າມາພັດທະນາ ແລະ ປັບປຸງໃຫ້ເຂົ້າກັບລະບົບທີ່ມີຢູ່ແລ້ວ ໃຫ້ດີຍິ່ງຂຶ້ນ ເທື່ອລະກ້າວ.