ພາລະບົດບາດ

ກົມສື່ສານປ້ອງກັນຄວາມສະຫງົບ ມີພາລະບົດບາດເປັນເສນາໃຫ້ແກ່ ລັດຖະມົນຕີວ່າການ ກະຊວງປ້ອງກັນ ຄວາມສະຫງົບ ໃນການຄົ້ນຄ້ວາ, ວາງແຜນຍຸດທະສາດ, ປັບປຸງ, ພັດທະນາຮອບດ້ານ ລະບົບເຄືອຂ່າຍ ຕິດຕໍ່ສື່ສານ, ເຕັກນິກ – ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ ແນ່ ໃສ່ເຮັດວຽກຕິດຕໍ່ສື່ສານ ໃນການເຄື່ອປະຕິບັດໜ້າທີ່ ການ ເມືອງ ໃນພາວະປົກກະຕິ ແລະ ສຸກເສີນຂອງ ບັນດາເຫຼົ່າລົບ ວິຊາສະເພາະ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ເພື່ອຮັບປະກັນ ຄວາມວ່ອງໄວ, ຊັດເຈນ ແລະ ປິດລັບ.

ໝວດທີ II ໜ້າທີ່ ແລະ ຂອບເຂດສິດ

ໜ້າທີ່:

ກົມສື່ສານ ປ້ອງກັນຄວາມສະຫງົບ ມີໜ້າທີ່ ດັ່ງນີ້:

1. ຄົ້ນຄ້ວາເຊື່ອມຕໍ່, ກຳແໜ້ນແນວທາງ, ນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ, ມະຕິ, ຄຳສັງ ຂອງຂັ້ນເທິງ, ທິດ ທາງແຜນການ ຂອງ ກຳລັງປ້ອງກັນຄວາມສະຫງົບ ເພື່ອຫັນເປັນ ແຜນການ, ໂຄງການຂອງກົມນຳໄປຈັດຕັ້ງປະຕິບັດ ໃຫ້ປະກົດ ຜົນເປັນຈິງ.
2. ສຶກສາອົບຮົມໃຫ້ແກ່ພະນັກງານ-ນັກຮົບ ມີຄວາມໜັກແໜ້ນທາງດ້ານການເມືອງ, ແນວຄິດ, ມີຄວາມຈົງຮັກພັກດີ, ຕັ້ງຕໍ່ ບໍລິສຸດຕໍ່ພັກ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງສຸດໃຈ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຈັນຍະບັນ ໃນການ ປະຕິບັດໜ້າທີ່, ມີແບບແຜນດຳລົງ ຊີວິດປອດໃສ ຂາວສະ ອາດ, ມີຄວາມສາມັກຄີເປັນເອກະພາບ ພ້ອມກັນເຮັດສຳເລັດໜ້າທີ່ ການເມືອງ.
3. ຄົ້ນຄວ້າສ້າງ ແລະ ປັບປຸງບັນດານິຕິກຳ, ລະບຽບການຕ່າງໆ ທີ່ພົວພັນເຖິງວຽກງານສື່ສານ ປ້ອງກັນຄວາມສະຫງົບ ເພື່ອ ສະເໜີຂັ້ນເທິງອະນຸມັດປະກາດໃຊ້ຢ່າງເປັນທາງການ.
4. ຊີ້ນຳ, ບັນຊາ, ຄຸ້ມຄອງ, ກວດກາ, ປັບປຸງ, ກໍ່ສ້າງພະນັກງານ-ນັກຮົບ ທີ່ເຮັດວຽກງານສື່ສານ ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງທາງດ້ານການຈັດຕັ້ງ, ຊຳນິຊຳນານທາງດ້ານ ວິຊາສະແພາະ, ມີແບບແຜນວິທີເຮັດວຽກຢ່າງມີ ວິທະຍາສາດ ແລະ ທັນສະໄໝ ເທື່ອລະກ້າວ.
5. ຄົ້ນຄ້ວາກຳນົດແຜນຍຸດທະສາດໃນການປັບປຸງ, ພັດທະນາ ແລະ ຂະຫຍາຍຕາໜ່າງ ລະບົບ ເຄື່ອຂາຍຕິດຕໍ່ສື່ສານ, ລະບົບຂໍ້ມູນຂ່າວສານ ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນ ໃຫ້ແກ່ການເຄື່ອນ ໄຫວ ປະຕິບັດນ້າທີ່ຂອງບັນດາເຫຼົ່າລົບ ວິຊາ ສະເພາະໃນທົ່ວກຳລັງປ້ອງກັນຄວາມສະຫງົບ.
6. ຄົ້ນຄວ້າ, ສ້າງ ແລະ ຈັດຕັ້ງປະຕິບັດແຜນການ ຈັດຊື້, ຈັດວາງ, ຕິດຕັ້ງ, ສ້ອມແປງ ແລະ ປະກອບອຸປະກອນເຕັກນິກ, ຂໍ້ມູນຂ່າວສານ, ການຕິດຕໍ່ສື່ສານໃຫ້ແກ້ບັນດາກົມກອງວິຊາສະເພາະ ໃນ ກຳລັງປ້ອງກັນຄວາມສະຫງົບ.
7. ວາງມາດຕະການຄຸ້ມຄອງ, ກວດກາ ການນຳໃຊ້ອຸປະກອນເຕັກນິກຕິດຕໍ່ສືສານ, ເຕັກນິກຂໍ້ມູນ ຂ່າວສານ ໃຫ້ມີຄວາມເປັນ ເອກະພາບໃນທົ່ວກຳລັງປ້ອງກັນຄວາມສະຫງົບ.
8. ຄົ້ນຄ້ວາ, ປັບປຸງກົງຈັກການຈັດຕັ້ງຂອງກົມສື່ສານ, ບັນດາພະແນກ ແລະ ໜ່ວຍງານໃຫ້ສອດ ຄ່ອງກັບຄວາມຮຽກຮ້ອງ ຕ້ອງການຂອງບັນດາການເມືອງໃນແຕ່ລະໄລຍະ.
9. ຄົ້ນຄວ້າການແຕ່ງຕັ້ງ, ຍົກຍ້າຍ, ບັນຈຸ, ຊັບຊ້ອນ, ຄຸ້ມຄອງ, ກວດກາ, ປະຕິບັດນະໂຍບາຍ ດ້ວຍຮູບການຕ່າງໆ ໃຫ້ແທດ ເໝາະກັບຄວາມຮູ້ຄວາມສາມາດ ແລະ ຜົນງານຕົວຈິງຂອງພະນັກງານ-ນັກຮົບໃນຄວາມຮັບຜິດຊອບຂອງກົມ.
10. ກຽມພ້ອມ ແລະ ຈັດວາງກຳລັງວິຊາສະເພາະສື່ສານ ໃຫ້ປະຈຳການປົກກະຕິ ເພື່ອຮັບປະກັນ ໃຫ້ແກ່ການຕິດຕໍ່ສື່ສານ ໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບ ໃນຍາມ ປົກກະຕິ ແລະ ສຸກເສີນ.
11. ບຳລຸງ, ກໍ່ສ້າງ, ຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານທິດສະດີ, ພຶດຕິກຳ ແລະ ວິຊາ ສະເພາະກ່ຽວກັບວຽກງານສື່ສານ ໃຫ້ພະນັກງານ-ນັກຮົບ ໃນຄວາມຮັບຜິດຊອບຂອງຕົນ.
12. ສ້າງແຜນການ, ແຜນງົບປະມານ, ຄຸ້ມຄອງ, ກວດກາການຈັດຕັ້ງປະຕິບັດງົບປະມານ, ປົກປັກ ຮັກສາຊັບສິນ, ພາຫະນະ, ວັດຖຸອຸປະກອນ, ເຄຫາສະຖານ ແລະ ອາວຸດຍຸດໂທຢູ່ໃນຄວາມຮັບຜິດຊອບ ຂອງຕົນ.
13. ປັບປຸງລະບົບແແຜນວິທີເຮັດວຽກພາຍໃນກົມ, ປະຕິບັດລະບອບສ່ອງແສງລາຍງານ ຂອງບັນດາ ພະແນກການຕ່າງໆ ຕາມສານຕັ້ງວິຊາສະເພາະອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ທ້ອງຖິ່ນ ເພື່ອສະຫຼຸບຖອກຖອນບົດຮຽນໃນແຕ່ລະ ໄລຍະ.
14. ຄົ້ນຄວ້າ, ກຳນົດຕົວເລກພິເສດກການຕິດຕໍ່ເຄື່ອຂ່າຍສື່ສານຮັບໃຊ້ການນຳ ແລະ ລະບົບແຈ້ງ ດ່ວນຂອງກະຊວງ ປ້ອງກັນ ຄວາມສະຫງົບ ໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ຮັບປະກັນຄວາມລັບ.
15. ປະສານສົມທົບກັບບັນດາກົມກອງອ້ອມຂ້າງສູນກາງ, ກົມກອງອ້ອມຂ້າງກະຊວງ ປ້ອງກັນຄວາມ ສະຫງົບ, ປກສ ທ້ອງຖິ່ນ ແລະ ຂະແໜງການອື່ນ ເພື່ອຮັບປະກັນເຮັດສຳເລັດໜ້າທີ່ການເມືອງ.
16. ພົວພັນ ຮ່ວມມື, ແລກປ່ຽນບົດຮຽນກັບປະເທດເພື່ອນມິດ ແລະ ສາກົນ ກ່ຽວກັບວຽກງານສື່ສານ ຕາມການ ຕົກລົງຂອງ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ.
17. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ ແລະ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບ ກົດໝາຍ.

ຂອບເຂດສິດ:
ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ ມີຂອບເຂດສິດ ດັ່ງນີ້:
1. ນຳສະເໜີ ລາຍງານບັນຫາສຳຄັນຕ່າງໆ ໃນຄວາມຮັບຜິດຊອບຂອງຕົນຕໍ່ ລັດຖະມົນຕີ ວ່າການ ກະຊວງປ້ອງກັນຄວາມ ສະຫງົບ ເພື່ອພິຈາລະນາຕົກລົງ.
2. ພິຈາລະນາ ຕົກລົງບັນຫາວຽກງານ ໃນຄວາມຮັບຜິດຊອບຂອງຕົນ.
3. ເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ, ສຳມະນາ, ເປັນຄະນະກຳມະການຕ່າງໆ ທີ່ພົວພັນເຖິງວຽກ ງານສື່ສານ ຊຶ່ງ ກະຊວງປ້ອງກັນຄວາມສະຫງົບ, ອົງການຈັດຕັ້ງ ຫຼື ຂະແໜງການຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຈັດຂື້ນ.
4. ຈັດກອງປະຊຸມ, ຮຽກປະຊຸມ ແລະ ຈັດຝຶກອົບຮົມກ່ຽວກັບວຽກງານວິຊາສະເພາະສື່ສານ ທີ່ຂື້ນກັບ ຄວາມຮັບຜິດຊອບ ຂອງຕົນ ຫຼື ຕາມການມອບໝາຍຂອງຂັ້ນເທິງ.
5. ອອກຂໍ້ຕົກລົງ, ຄຳແນະນຳ, ແຈ້ງການ ແລະ ບຽບການຕ່າງໆ ທີ່ກ່ຽວກັບວຽກງານວິຊາສະເພາະ ຂອງຕົນ.
6. ສະເໜີຂັ້ນເທິງຢຸດຕິການນຳໃຊ້ອຸປະກອນເຕັກນິກ, ການຕິດຕໍ່ສື່ສານຂອງບັນດາກົມກອງ ອ້ອມ ຂ້າງກະຊວງ, ປກສ ແຂວງ ທົ່ວປະເທດ ແລະ ຂະແໜງການອື່ນ ທີ່ຂັດກັບລະບຽບຫຼັກການ ແລະ ກົດໝາຍ.
7. ປະກອບອຸປະກອນເຕັກນິກ, ເຄື່ອງຕິດຕໍ່ສື່ສານຮັບໃຊ້ໃຫ້ແກ່ກົມກອງອ້ອມຂ້າງກະຊວງ ແລະ ກອງບັນຊາການປ້ອງກັນ ຄວາມສະຫງົບທ້ອງຖິ່ນ ຕາມການຕົກລົງເຫັນດີຂອງຂັ້ນເທິງ.
8. ຊີນຳ, ຄຸ້ມຄອງ, ຕິດຕາມ, ກວດກາທາງດ້ານວຽກງານວິຊາສະເພາະສື່ສານ ຕາມສາຍຕັ້ງວິຊາ ສະເພາະ ໃນຂອບເຂດທົ່ວ ປະເທດ.
9. ຄົ້ນຄວ້າ, ນຳສະເໜີຂັ້ນເທິງປະຕິບັດນະໂຍບາຍດ້ານຕ່າງໆ ໃຫ້ແກ່ພະນັກງານ-ນັກຮົບຜູ້ມີຜົນງານ ແລະ ປະຕິບັດລະບຽບ ວິໄນຕໍ່ຜູ້ລະເມີດ.
10. ນຳສະເໜີ ແລະ ປະກອບພາຫະນະ, ວັດຖຸອຸປະກອນເຕັກນິກ, ອາວຸດຍຸດໂທປະກອນທີ່ມີຄວາມຈຳເປັນ ເພື່ອຮັບໃຊ້ເຂົ້າ ໃນວຽກງານຂອງກົມສື່ສານ.
11. ປະສານສົມທົບກັບບັນດາກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ, ກອງບັນຊາການ ປ້ອງກັນຄວາມສະຫງົບ ທ້ອງຖິ່ນ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງ.
12. ພົວພັນ ແລະ ຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ສາກົນຕາມການ ຕົກລົງຂອງ ລັດຖະມົນຕີວ່າການ ກະຊວງ ປ້ອງກັນຄວາມສະຫົງບ.
13. ປະຕິບັດຕາມສິດອື່ນໆ ຕາມການມອບໝາຍຂອງຂັ້ນເທິງ ແລະ ຕາມທີ່ໄດ້ກຳນົດໄວ້ໃນລະບຽບ ກົດໝາຍ.