ຂໍ້ຕົກລົງ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ
ຂອງພະແນກຮັບສົ່ງ-ຂ່າວສານກົມສື່ສານ ປ້ອງກັນຄວາມສະຫງົບ
ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງ:
ໜວດທີ I
ທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 1. ທີ່ຕັ້ງ
ພະແນກຮັບສົ່ງ-ຂ່າວສານ ກົມສື່ສານກະຊວງປ້ອງກັນຄວາມສະຫງົບ ( ຂຽນເປັນຕົວອັກສອນຫຍໍ໊ ພຮສ ແລະ ເລກລະຫັດ 06 ) ແມ່ນການຈັດຕັ້ງວວິຊາສະເພາະໜຶ່ງໃນໂຄງປະກອບກົງຈັກການຈັດຕັ້ງ ຂອງກົມສື່ສານ, ມີຖານະບົດບາດທຽບເທົ່າກັບຫ້ອງ, ບັນດາພະແນກອ້ອມຂ້າງທີ່ຂື້ນກັບກົມ, ໄດ້ຮັບການ ສ້າງຕັ້ງ ຫຼື ລົບລ້າງຕາມພາລະບົດບາດ
ມາດຕາ 2. ພາລະບົດບາດ
ພະແນກຮັບສົ່ງ-ຂ່າວສານ ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມສື່ສານ ປ້ອງກັນຄວາມສະ ຫງົບ ໃນການຄົ້ນ:
ໝວດທີ II
ໜ້າທີ່ ແລະ ຂອບເຂດສິດ
ພະແນກຮັບສົ່ງ-ຂ່າວສານມີໜ້າທີ່ດັ່ງນີ້:
1. ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ບັນດາມະຕິຄຳສັ່ງ ຄຳແນະນຳຕ່າງໆ ຂອງກົມວາງອອກໃນແຕ່ລະໄລຍະເພື່ອຫັນເປັນແຜນການແຜນງງານອັນລະອຽດ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.
2. ສຶກສາອົບຮົມການເມືອງ ນຳພາແນວຄິດ ພະນັກງານ-ນັກຮົບ ມີແນວຄິດຫຼັກໜັ້ນອຸດົມການສັງ ຄົມນິຍົມ ໜັກແໜ້ນ ມີຄວາມຈົງຮັກພັກດີ ມີສະຕິຕໍ່ການຈັດຕັ້ງ ມີລະບຽບວິໃນເຂັ້ມງວດມີຈັນ ຍາບັນ ມີຈັນຍາທຳ ໃນການປະຕິບັດໜ້າທີ່ ມີແບບແຜນດຳລົງຊີວິດ ປອດໃສຂາວສະອາດແລະ ມີຄວາມສາມາຄີ ເປັດເອກະ ພາບ.
3. ຊີ້ນຳ ນຳພາບັນຊາ ຄຸ້ມຄອງ ກວດກາ ປັບປຸງກຳລັງວິຊາສະເພາະ ໃຫ້ເຂັ້ມແຂງໜັກແໜ້ນ ດ້ານການຈັດ ຕັ້ງ, ການເມືອງ ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະແລະ ແບບແຜນວິທີ ເຮັດວຽກຢ່າງມີວິທະຍາ ສາດເທື່ອລະກ້າວ.
4. ຄົ້ນຄວ້າຊອກຮູ້ນຳຮຽນ ດ້ານວິທະຍາສາດທີ່ກ້າວໜ້າທັນສະໄໝ ກ່ຽວກັບວຽກງານຮັບສົ່ງ-ຂ່າວສານເພື່ອ ມາປັບປຸງ ພັກທະນາແລະ ຮັບໃຊ້ວຽກງານໃນຕໍ່ໜ້າໃຫ້ມີຄວາມຖືກຕ້ອງແລະ ຊັດເຈນ.
5. ກຽມພ້ອມກຳລັງ ລະບົບຮັບສົ່ງ-ຂ່າວສານ ຮັບປະກັນການຕິດຕໍ່ສື່ສານ> ວ່ອງໄວ ຊັດເຈນແລະ ປິດລັບ ໃນການເຄື່ອນ ໄຫວປະຕິບັດໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບໃນການປົກກະຕິ ແລະ ສຸກເສີນ.
6. ຄຸ້ມຄອງ ນຳໃຊ້ ປົກປັກຮັກສາພາຫະນະເອກະສານດ້ານສື່ສານ ແລະ ເກັບກຳການຕິດຕໍ່ສື່ສານຂອງ ກຳລັງປ້ອງກັນຄວາມສະຫງົບ ໃນຂອບເຂດທົ່ວປະເທດ.
7.ຝຶກອົບຮົມ ບຳລຸງ ຍົກລະດັບວິຊາສະເພາະໃຫ້ພະນັກງານ-ນັກຮົບມີຄວາມຊຳນິຊຳນານໃນການເຄື່ອນ ໄຫວ ປະຕິບັດໜ້າທີ່ວຽກງານຮັບສົ່ງ-ຂ່າວສານໃຫ້ມີປະສິດທິຜົນ.
8. ນຳສະເໜີສ້າງແຜນງົບປະມານແລະ ຈັດຕັ້ງປະຕິບັດງົບປະມານ ການປົກປັກຮັກສາຊັບສິນ ພາຫະນະ ວັດຖຸອຸປະກອນຕ່າງໆ ຢູ່ໃນຄວາມຮັບຜິດຊອບຂອງຕົນ.
9. ພົວພັນປະສານສົມທົບ ກັບບັນດາພະແນກ ບັນດາກົມກອງອ້ອມຂ້າງກະຊວງ ກອງບັນຊາການ ປກສ ແຂວງ ນະຄອນ ບັນດາກະຊວງ ອົງການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນ.
10. ສະຫຼຸບ ສັງລວມ ວຽກງານວິຊາສະເພາະເປັນແຕ່ລະໄລຍະ ເພື່ອລາຍງານສ່ອງແສ່ງໃຫ້ກົມເປັນ ປົກກະຕິ.
11. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ ແລະ ກຳນົດໄວໃນລະບຽບກົດໝາຍ.
ມາດຕາ 4. ຂອບເຂດສິດ
ພະແນກນຮັບສົ່ງ-ຂ່າວສານ ມີຂອບເຂດສິດ ດັ່ງນີ່:
1.ນຳສະເໜີຄຳເຫັນ> ລາຍງານຫາບັນຫາສຳຄັນຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕໍ່ກົມ ສື່ສານ ເພື່ອຂໍທິດຊີ້ນຳ ແລະ ພິຈາລະນາຕົກລົງ.
2.ເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ ສຳມະນາ ເປັນຄະນະກະມະການກ່ຽວກັບວຽກງານວິຊາສະເພາະທີ່ກົມສື່ສານ, ກະຊວງປ້ອງກັນຄວາມສະຫງົບ ຫຼື ຂະແໜງການຈັດຂື້ນຕາມການມອບໝາຍ.
3.ນຳສະເໜີສ້າງຕັ່ງ ຫຼື ລົບລ້າງ ບັນດາກົງຈັກການຈັດຕັ້ງໜ່ວຍງານແຕ່ງຕັ້ງ ຍົກຍ້າຍ ບັນຈຸຊັບຊ້ອມໃຫ້ແທດແໝາະກັບຄວາມຮູ້ຄວາມສາມາດແລະ ຜົນງານຕົວຈິງຂອງພະນັກງານ-ນັກຮົບ ທີ່ຂື້ນກັບຄວາມ ຮັບຜິດຊອບຂອງຕົນ.
4.ຄຸ້ມຄອງ ຊີ້ນຳ ບັນຊາ ກວດກາພະນັກງານ-ນັກຮົບ ພາຍໃນພະແນກຂອງຕົນເພື່ອຮັບປະກັນເຮັດສຳເລັດນ້າທີ່ການເມືອງຕາມການມອບໝາຍຢ່າງມີປະສິດຕິຜົນສູງ.
5.ສະເໜີ ປະກອບດ ນຳໃຊ້ອາວຸດ ອຸປະກອນ ພາຫະນະແລະ ນຳໃຊ້ງົບປະມານ ເຂົ້າໃນວຽກງານຂອງຕົນ.
6.ນຳສະເໜີປະຕິບັດນະໂຍບາຍດ້ວຍຮູບການດ້ານຕ່າງໆໃຫ້ແທດແໝະກັບຜົນງານຕົວຈິງ ແລະ ສຶກສາ ອົບຮົມ-ກ່າວເຕືອນ ສະເໜີວິໃນ ຕໍ່ພະນັກງານ-ນັກຮົບ ພາຍໃນພະແນກຂອງຕົນຕາມລະບຽບກົດໝາຍ.
7.ປະສານສົມທົບກັບບັນດາພະແນກ ກົມກອງອ້ອມຂ້າງກະຊວງ ກອງບັນຊາການ ປກສ ແຂວງ ນະຄອນ ແລະ ຂະແໜງການພາກສ່ວນອື່ນທີກ່ຽວຂ້ອງຢູ່ສູນກາງແລະ ທ້ອງຖິ່ນຕາມການມແບໝາຍຂອງກົມ.
8.ປະຕິບັດສິດອື່ນ ຕາມການມອບໝາຍຂອງຂັ້ນເທິງແລະ ຕາມທີຄ່ໄດ້ກຳນົດໄວໃນລະບຽບກົດໝາຍ
ໝວດທີ III
ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ
ມາດຕາ 5. ໂຄງປະກອບການຈັດຕັ້ງ
ພະແນກຮັບສົ່ງ-ຂ່າວສານປະກອບມີ ດັ່ງນີ້:
1. ໜ່ວຍງານໂທລະເລກ.
2. ໜ່ວຍງານໂຟນີ.
3. ໜ່ວຍງານໄປສະນີ.
ສຳລັບພາລະບົດບາດ ໜ້າທີ່ ແລະ ຂອບເຂດສິດ ການຈັດຕັ້ງຂອງໜ່ວຍງານທີ່ຂື້ນກັບພະແນກ ຈະໄດ້ກຳນົດ ໄວໃນລະບຽບການສະເພາະ.
ມາດຕາ 6. ໂຄງປະກອບບຸກຄະລາກອນ
ພະແນກຮັບສົ່ງ-ຂ່າວສານ ມີໂຄງປະກອບບຸກຄະລາກອນ ດັ່ງນີ້:
1. ຫົວນ້າພະແນກມີ 1 ທ່ານ ຮອງຫົວໜ້າພະແນກຈຳນວນໜຶ່ງ.
2. ບັນດາໜ່ວຍງານ ມີຫົວໜ້າ 1 ທ່ານ ຮອງກຫົວໜ້າຈຳນວນໜຶ່ງແລະ ປະກອບພະນັກງານ ວິຊາການ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານແຕ່ລະໄລຍະ.
ມາດຕາ 7. ການແຕ່ງຕັ້ງ ຍົກຍ້າຍ ແລະ ປົດຕຳແໜ່ງປະຕິບັດ ດັ່ງນີ້:
1. ຫົວໜ້າ ແລະ ຮອງພະແນກໄດ້ຮັບການແຕ່ງຕັ້ງ ຍົດຍ້າຍ ແລະ ປົດຕຳແໜ່ງໂດຍຫົວໜ້າກົມໃຫຍ່ ການເມືອງປ້ອງກັນຄວາມສະຫງົບ ຕາມການສະເໜີຂອງຫົວໜ້າກົມສື່ສານ ປ້ອງກັນຄວາມສະຫງົບ.
2. ຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານໄດ້ຮັບການແຕ່ງຕັ້ງ ຍົກຍ້າຍ ແລະ ປົດຕຳແໜ່ງໂດຍ ຫົວໜ້າກົມສື່ສານປ້ອງກັນ ຄວາມສະຫງົບ ຕາມການສະເໜີຂອງຫົວໜ້າພະແນກແລະ ຕົກລົງເຫັນດີຂອງກົມໃຫຍ່ການເມືອງປ້ອງກັນ ຄວາມສະ ຫງົບ.
ມາດຕາ 8. ສິດ ໜ້າທີ່ ຂອງຫົວໜ້າ ແລະ ຮອງພະແນກ
ຫົວໜ້າ ແລະ ຮອງຫົວໜ້າພະແນກຮັບສົ່ງ-ຂ່າວສານ ມີສິດ ແລະ ໜ້າທີ່ ດັ່ງນີ້:
1. ຫົວນ້າພະແນກ ມີໜ້າທີ່ຮັບຜິເຊອບໂດຍກົງຕໍ່ກົມສື່ສານ ປ້ອງກັນຄວາມສະຫງົບ ໃນການຊີ້ນຳ-ນຳພາ ບັນຊາ ຄຸ້ມ ຄອງ ຕິດຕາມ ກວດກາການຈັດຕັ້ງປະຕິບັດຕາມພາລະບົບບາດ ໜ້າທີ່ ແລະ ຂອບເຂດສິດ ຂອງຕົນ ມີຄວາມຮັບຜິດ ຊອບຕໍ່ຜົນສຳເລັດ ຫຼືຂໍ້ຂາດຕົກບົກຜ່ອງຕໍ່ຂັ້ນເທິງ ແລະ ຜູ້ລົງລາຍເຊັນໃນເອກະ ສານທາງການໃນນາມພະແນກ.
ກໍລະນີຫົວໜ້າພະແນກ ມີວຽກສຳຄັນຈຳເປັນຕ້ອງໄປປະຕິບັດໜ້າທີ່ທາງໄກ ຫຼື ບໍ່ສາມາດປະຕິບັດໜ້າທີ່ ໄດ້ຕ້ອງມອບສິດໃຫ້ຮອງຫົສໜ້າພະແນກຜູ້ໃດຜູ້ໜຶ່ງຮັກສາການແທນຊົ່ວຄາວ.
2. ຮອງຫົວໜ້າພະແນກເປັນຜູ້ຊ່ວຍພະແນກ ໃນການຊີ້ນຳ ນຳພາ ບັນຊາ ຄຸ້ມຄອງ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດພາລະບົດບາດ ໜ້າທີ່ ຂອບເຂດສິດຂອງພະແນກ ທັງລົງລຶກວຊີ້ນຳ ວຽກງານໃດໜຶ່ງ ຕາມການມອບໝາຍຂອງຫົວໜ້າພະແນກ ແລະ ຮັບຜິດຊອບຕໍ່ຜົນສຳເລັດ ຫຼື ຂໍ້ຂາດຕົກບົກຜ່ອງ ຕໍ່ ຫົວໜ້າພະແນກ
ເບີໂທຕິດຕໍ່
021 461864
021 970227
021 212547