ພະແນກຄຸ້ມຄອງລະບົບຄອມພີວເຕີ

ຂໍ້ຕົກລົງ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ
ຂອງພະແນກຄຸ້ມຄອງລະບົບຄອມພິວເຕີ ກົມສື່ສານ ປ້ອງກັນຄວາມສະຫງົບ

ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງ

ໝວດທີ I
ທີ່ຕັ້ງ ແລະ ພາລະບົດບາດ

ມາດຕາ 1. ທີ່ຕັ້ງ

ພະແນກຄຸ້ມຄອງລະບົບຄອມພິວເຕີ (ຂຽນເປັນຕົວອັກສອນຫຍໍ້ ພຄຕ, ເລກລະຫັດ 04) ແມ່ນການຈັດຕັ້ງວິຊາ ສະເພາະໜຶ່ງ ໃນໂຄງປະກອບການຈັດຕັ້ງຂອງກົມສື່ສານ ມີຖານະທຽບເທົ່າ ກັບບັນດາຫ້ອງ, ພະແນກການອ້ອມຂ້າງກົມ, ຊຶ່ງໄດ້ຮັບການສ້າງຕັ້ງ ຫຼື ລົບລ້າງຕາມພາລະບົດ ບາດຂອງກົມສື່ສານ ປ້ອງກັນຄວາມສະຫງົບ.

ມາດຕາ 2. ພາລະບົດບາດ

ພະແນກຄຸ້ມຄອງລະບົບຄອມພິວເຕີ ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມສື່ສານ ປ້ອງກັນຄວາມສະຫງົບ ໃນການຄົ້ນຄວ້າວາງແຜນການ, ລະບຽບການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ, ປ້ອງກັນ ແລະ ຄວບຄຸມລະບົບ ການນຳໃຊ້ລະບົບຄອມພິວເຕີ ໃນກຳລັງ ປ້ອງກັນຄວາມສະຫງົບ ໃຫ້ມີຄວາມຮັບປະກັນທາງດ້ານເຕັກນິກ, ສາມາດປ້ອງ ກັນການຮົ່ວໄຫຼ ຫຼື ການແຊກແຊງທາງດ້ານຄອມພິວເຕີ ຂອງພວກກຸ່ມຄົນບໍ່ດີ ແນ່ໃສ່ການເຄື່ອນໄຫວປະຕິບັດໜ້າທີ່ ການ ເມືອງຂອງບັນດາເຫຼົ່າລົບວິຊາສະເພາະ ໃນກຳລັງປ້ອງກັນຄວາມສະຫງົບ ໄດ້ຢ່າງມີປະສິດທິ ຜົນ.

ໝວດທີ II
ໜ້າທີ່ ແລະ ຂອບເຂດສິດ

ມາດຕາ 3. ໜ້າທີ່
ພະແນກຄຸ້ມຄອງລະບົບຄອມພິວເຕີ ມີໜ້າທີ່ ດັ່ງນີ້:

1. ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍລັດ, ບັນດາມະຕິຄຳສັ່ງ, ຄຳແນະນຳຕ່າງໆ ທີ່ທາງກົມ ວາງອອກໃນແຕ່ລະໄລຍະ ເພື່ອຫັນເປັນແຜນການ, ໂຄງການອັນລະ ອຽດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
2. ສຶກສາອົບຮົມການເມືອງ ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີແນວຄິດອຸດົມຕະຕິ ສັງຄົມນິຍົມໜັກແໜ້ນ, ມີຄວາມຈົງຮັກພັກດີ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໃນເຂັ້ມງວດ, ມີ ຈັນຍະບັນ, ຈັນຍະທຳໃນການປະຕິບັດໜ້າທີ່, ມີແບບແຜນການດຳລົງຊີວິດປອດໃສຂາວສະອາດ ແລະ ມີຄວາມສາມັກຄີເປັນເອກກະພາບ ພ້ອມກັນເຮັດວຽກໜ້າ ທີ່ ການເມືອງ.
3. ຄົ້ນຄວ້າ, ສ້າງນິຕິກຳຕ່າງໆ ທີ່ພົວພັນເຖິງວຽກງານຂອງຕົນ ເພື່ອນຳສະເໜີຂັ້ນເທິງ ພິຈາລະນາອະນຸມັດວິຊາ ສະເພາະປະກາດຢ່າງເປັນທາງການ.
4. ຊີ້ນຳ, ນຳພາ, ບັນຊາ, ຄຸ້ມຄອງ, ກວດກາ, ປັບປຸງກຳລັງວິຊາສະເພາະໃຫ້ເຂັ້ມແຂງ ໜັກແໜ້ນທາງດ້ານ ການຈັດ ຕັ້ງ, ການເມືອງ, ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ ແລະ ແບບແຜນວິທີເຮັດວຽກທີ່ມີວິທະຍາສາດ ເທື່ອລະ ກ້າວ.
5. ຄົ້ນຄວ້າສ້າງແຜນການ, ໂຄງການຍຸດທະສາດປັບປຸງພັດທະນາໂປຼແກມ, ການຄຸ້ມຄອງ ເຄື່ອຂ່າຍ, ການຕິດຕັ້ງ ແລະ ສ້ອມແປງລະບົບຄອມພິວເຕີ ໃນກຳລັງປ້ອງກັນຄວາມສະຫົງບ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວປະຕິບັດ ໜ້າທີ່ການເມືອງໃຫ້ມີປະສິດທິຜົນ.
6. ຄົ້ນຄວ້າ, ສ້າງໂປຼແກມ, ຄຸ້ມຄອງ, ຕິດຕາມກວດກາ ແລະ ຄຸ້ມຄອງການນຳໃຊ້ລະບົບ ຄອມພິວເຕີ ໃຫ້ທົ່ວກຳລັງ ປ້ອງກັນຄວາມສະຫງົບ.
7. ຄົ້ນຄວ້າ, ກຳນົດການຈັດຕັ້ງ-ສ້ອມແປງລະບົບຕາໜ່າງເຄືອຂ່າຍຄອມພິວເຕີ ຮັບໃຊ້ໃຫ້ ແກ່ບັນດາກົມກອງອ້ອມ ຂ້າງກະຊວງ ແລະ ປກສ ທ້ອງຖິ່ນ.
8. ຄົ້ນຄວ້າ, ຂື້ນແຜນການຈັດຊື້ວັດຖຸ, ອຸປະກອນຮັບໃຊ້ ກ່ຽວກັບລະບົບຄອມພິວເຕີ ທີ່ ເຫັນວ່າມີຄວາມຈຳເປັນ.
9. ຝຶກອົບຮົມທາງດ້ານເຕັກໂນໂນຊີຄອມພິວເຕີໃໝ່ ແລະ ທັນສະໄໝໃຫ້ແກ່ພະນັກງານ ນັກຮົບພາຍໃນ, ກົມກອງ ອ້ອມຂ້າງກະຊວງ ແລະ ປກສ ທ້ອງຖິ່ນທົ່ວປະເທດ.
10. ຄົ້ນຄວ້າສ້າງແຜນງົບປະມານ ແລະ ຈັດຕັ້ງປະຕິບັບງົບປະມານ, ປົກປັກຮັກສາຊັບ ສິນ, ພາຫະນະ, ວັດຖຸອຸປະ ກອນຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອຕົນ.
11. ພົວພັນປະສານສົມທົບກັບບັນດາຫ້ອງ, ພະແນກ, ບັນດາກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ, ນະຄອນ, ບັນດາກະຊວງ, ອົງການຈັດຕັ້ງສູນກາງ ແລະ ທ້ອງ ຖິ່ນ.
12. ພົວພັນ, ຮ່ວມມື, ແລກປ່ຽນບົດຮຽນກັບຕ່າງປະເທດຕາມການຕົກລົງເຫັນດີຂອງກົມ ແລະ ລັດຖະມົນຕີວ່າ ການກະຊວງປ້ອງກັນຄວາມສະຫງົບ.
13. ປະຕິບັດນ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ ແລະ ຕາມທີ່ໄດ້ກຳນົດໄວ້ໃນລະ ບຽບກົດໝາຍ.

ມາດຕາ 4. ຂອບເຂດ ແລະ ສິດ
ພະແນກຄຸ້ມຄອງລະບົບຄອມພິວເຕີ ມີຂອບເຂດສິດ ດັ່ງນີ້:

1. ນຳສະເໜີ, ລາຍງານບັນຫາຕ່າງໆ ໃນຄວາມຮັບຜິດຊອບຂອງຕົນ ຕໍ່ຫົວໜ້າກົມສື່ສານ ເພື່ອຊີ້ນຳພິຈາລະນາຕົກລົງ.
2. ເຂົ້າຮ່ວມກອງປະຊຸມຝຶກອົບຮົມ, ສຳມະນາ, ເປັນຄະນະກຳມະການຕ່າງໆ ກ່ຽວກັບ ວຽກງານຄຸ້ມຄອງລະບົບ ຄອມພິວເຕີ ທີ່ທາງກົມສື່ສານ, ກະຊວງປ້ອງກັນຄວາມສະຫງົບ ຫຼື ອົງ ການຈັດຕັ້ງອື່ນຈັດຂື້ນຕາມການມອບໝາຍ.
3. ນຳສະເໜີສ້າງຕັ້ງ ຫຼື ລົບລ້າງບັນດາກົງຈັກການຈັດຕັ້ງໜ່ວຍງານ, ແຕ່ງຕັ້ງ, ຍົກຍ້າຍ, ບັນຈຸຊັບຊ້ອນ, ໃຫ້ແທດ ເໝາະກັບຄວາມຮູ້ຄວາມສາມາດ ແລະ ແຜນງານຕົວຈິງຂອງພັກນັກງານ ນັກຮົບ ທີ່ຂື້ນກັບຄວາມຮັບຜຜິດຊອບຂອງຕົນ.
4. ນຳສະເໜີປະກອບ ແລະ ນຳໃຊ້ອາວຸດຍຸດໂທປະກອນ, ອຸປະກອນ, ພາຫະນະເຕັກນິກ ແລະ ການໃຊ້ງົບປະມານ ວິຊາສະເພາະເຂົ້າໃນວຽກງານຂອງຕົນ.
5. ຮຽກເຊີນ, ປະຊຸມ, ຝຶກອົບຮົມສຳມະນາ ກ່ຽວກັບວຽກງານວິຊາສະເພາະຕາມການຕົກ ລົງເຫັນດີຂອງກົມ.
6. ສະເໜີປະຕິບັດນະໂຍບາຍດ້ານຕ່າງໆ ໃຫ້ແທດເໝາະກັບຜົນເປັນຈິງ ແລະ ສຶກສາອົບ ຮົມ-ກ່າວເຕືອນ, ສະເໜີ ວິໄນ ຕໍ່ພະນັກງານ-ນັກຮົບ ພາຍໃນພະແນກຂອງຕົນ ຕາມລະບຽບກົດ ໝາຍ.
7. ພົວພັນ, ປະສານສົມທົບກັບບັນດາຫ້ອງ, ພະແນກ, ກົມກອງອ້ອມຂ້າງກະຊວງ, ກອງ ບັນຊາການ ປກສ ແຂວງ, ນະຄອນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ຕາມການມອບໝາຍຂອງກົມ.
8. ປະຕິບັດສິດອື່ນ ຕາມການມອບໝາຍຂອງຂັ້ນເທິງ ແລະ ຕາມທີ່ໄດ້ກຳນົດໄວ້ໃນລະ ບຽບກົດໝາຍ.

ໝວດທີ III
ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ

ມາດຕາ 5. ໂຄງປະກອບການຈັດຕັ້ງ
ພະແນກຄຸ້ມຄອງລະບົບຄອມພິວເຕີ ມີໂຄງປະກອບການຈັດຕັ້ງ ດັ່ງນີ້:

1. ໜ່ວຍງານພັດທະນາໂປຼແກມ.
2. ໜ່ວຍງານຄຸ້ມຄອງເຄືອຂ່າຍຄອມພິວເຕີ.
3. ໜ່ວຍງານຕິດຕັ້ງ ແລະ ສ້ອມແປງ.
ສຳລັບພາລະ ແລະ ບົດບາດ, ໜ້າທີ່, ຂອບເຂດສິດ, ການຈັດຕັ້ງໜ່ວຍງານ ທີ່ຂື້ນກັບພະ ແນກໄດ້ມີການກຳນົດໄວ້ ໃນລະບຽບການສະເພາະ.

ມາດຕາ 6. ໂຄງປະກອບບຸກຄະລະກອນ
ພະແນກຄຸ້ມຄອງລະບົບຄອມພິວເຕີ ມີໂຄງປະກອບບຸກຄະລາກອນ ດັ່ງນີ້:
1. ມີຫົວໜ້າພະແນກ 1 ທ່ານ, ຮອງຈຳນວນໜຶ່ງ.
2. ແຕ່ລະໜ່ວຍງານມີຫົວໜ້າ 1 ທ່ານ, ຮອງຈຳນວນໜຶ່ງ ແລະ ພະນັກງານ-ນັກຮົບ ຢູ່ ພາຍໃຕ້ການຄຸ້ມຄອງຂອງຕົນ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ.

ມາດຕາ 7. ການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ
ການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ ປະຕິບັດ ດັ່ງນີ້:

1. ຫົວໜ້າ ແລະ ຮອງພະແນກ ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງໂດຍຫົວ ໜ້າກົມໃຫຍ່ກ່ນເມືອງ ປ້ອງກັນຄວາມສະຫງົບ ຕາມການສະເໜີຂອງຫົວໜ້າກົມສື່ສານ.
2. ຫົວໜ້າ ແລະ ຮອງໜ່ວຍງານ ໄດ້ນັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງໂດຍ ຫົວໜ້າກົທມສື່ສານ ຕາມ ການສະເໜີຂອງຫົວໜ້າພະແນກຄຸ້ມຄອງລະບົບຄອມພິວເຕີ ແລະ ການ ເຫັນດີ ຂອງກົມໃຫຍ່ການເມືອງປ້ອງກັນຄວາມ ສະຫງົບ.

ມາດຕາ 8 ສິດ, ໜ້າທີ່ຂອງຫົວໜ້າ ແລະ ຮອງພະແນກຕິດຕັ້ງ-ສ້ອມແປງ
ຫົວໜ້າ ແລະ ຮອງພະແນກ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ຫົວໜ້າພະແນກ ມີຄວາມຮັບຜິດຊອບໂດຍກົງ ຕໍ່ກັບຫົວໜ້າກົມສື່ສານ ໃນການຊີ້ນຳ, ນຳພາ, ບັນຊາ, ຄຸ້ມຄອງ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດພາລະບົບບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ, ມີຄວາມຮັບຜິດຊອບຕໍ່ຜົນສຳ ເລັດ ຫຼື ຂໍ້ຂາດຕົກບົກຜ່ອງຂອງຕົນຕໍ່ກົມ ແລະ ເປັນຜູ້ລົງລາຍເຊັນໃສ່ເອກະສານທາງການຕ່າງໆ ໃນນາມພະແນກ.
ໃນກໍ່ລະນີໄປປະຕິບັດນ້າທີ່ຫ່າງໄກ ຫຼື ບໍ່ສາມາດປະຕິຍບັດໜ້າທີ່ໄດ້ ຕ້ອງມອບສິດເປັນ ລາຍລັກອັກສອນ ໃຫ້ຮອງ ຫົວໜ້າພະແນກຜູ້ໃດຜູ້ໜຶ່ງຮັກສາການແທນຊົ່ວຄາວ.
2. ຮັງພະແນກ ເປັນຜູ້ຊວຍວຽກຫົວໜ້າພະແນກ ໃນການປະຕິບັດໜ້າທີ່ວຽກງານ, ຄຸ້ມຄອງ, ບັນຊາ, ຕິດຕາມ, ກວດກາຕາມບົດບາດ, ໜ້າທີ່ ແລະ ຂອບເຂດສິດ ທີ່ໄດ້ຖືກມອບ ໝາຍ ທັງລົງເລິດວຽກງານໃດໜຶ່ງ ຕາມການແບ່ງປັນ ຕາມຫົວໜ້າພະແນກ ແລະ ຄວາມຮັບຜິດ ຊອບຕໍ່ຜົນສຳເລັດ ຫຼື ຂໍ້ຂາດຕົກບົກຜ່ອງຕໍ່ຫົວໜ້າພະແນກ ແລະ ຫົວໜ້າກົມ.

ເບີໂທຕິດຕໍ່:
021 970051