ຂໍ້ຕົກລົງ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ
ຂອງພະແນກໂທລະສັບ ກັມສື່ສານ ປ້ອງກັນຄວາມສະຫງົບ
ຫົວໜ້າກົມໃຫຍ່ຫານເມືອງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງ:
ໝວດທີ I
ທີ່ຕັ້ງ ແລະພາລະບົດບາດ
ມາດຕາ 1. ທີ່ຕັ້ງ
ພະແນກໂທລະສັບ ກົມສື່ສານປ້ອງກັນຄວາມສະຫງົບ (ຂຽນເປັນຕົວອັກສອນຫຍໍ້ ພທສ ແລະ ເລກ ລະຫັດ 03) ແມ່ນການຈັດຕັ້ງວິຊາສະເພາະໜຶ່ງ ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງກົມສື່ສານ ມີຖານະ ທຽບເທົ່າກັບບັນດາຫ້ອງ, ພະແນກອ້ອມຂ້າງທີ່ຂື້ນກັບກົມ, ໄດ້ຮັບການສ້າງ ຕັ້ງ ຫຼື ລົບລ້າງ ຕາມພາລະ ບົດ ບາດ ຂອງກົມສື່ສານ ປ້ອງກັນຄວາມ ສະຫງົບ.
ມາດຕາ 2 ພາລະບົດບາດ
ພະແນກໂທລະສັບ ມີພາລະບົດບາດເປັນເສນາທິການໃຫ້ກົມສື່ສານ ປ້ອງກັນຄວາມສະຫງົບ ໃນການ ຄົ້ນຄວ້າ, ວາງ ແຜນການ, ລະບຽບການ, ໃນການພັດທະນາການຄຸ້ມຄອງ, ກວດກາລະ ບົບເຄືອຂ່າຍໂທລະ ສັບ, ສຳຫຼວດອອກແບບ, ຍົກຍ້າຍ, ຂື້ນບັນຊີ ແລະ ສຳລະຄ່າບໍລິການຕ່າງໆ ທາງດ້ານໂທລະຄົມຂອງກຳລັງ ປ້ອງກັນຄວາມສະຫງົບ.
ໝວດທີ II
ໜ້າທີ່ ແລະ ຂອບເຂດສິດ
ມາຕາ 3. ໜ້າທີ່
ພະແນກໂທລະສັບ ມີນ້າທີ່ ດັ່ງນີ້:
1. ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິຄຳສັ່ງ, ຄຳແນະນຳ ຕ່າງໆ ຂອງ ກົມວາງອອກໃນແຕ່ລະໄລຍະ ເພື່ອຫັນເປັນແຜນການ, ແຜນງານອັນລະອຽດ ແລະ ຈັດຕັ້ງ ປະຕິບັດໃຫ້ປະກົດຜົນເປັນຈິງ.
2. ສຶກສາປອົບຮົມການເມືອງ ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີແນວຄິດຫຼັກໜັ້ນ ອຸດົມການ ສັງຄົມນິຍົມ ໜັກແໜ້ນ, ມີຄວາມຈົງຮັກພັກດີ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໃນເຂັ້ມ ງວດ, ມີຈັນຍະບັນ ຈັນຍະທຳໃນການ ປະຕິບັດໜ້າທີ່, ມີແບບແຜນດຳລົງຊີວິດປອດໃສຂາວສະອາດ ແລະມີຄວາມສາມັກຄີເປັນ ເອກະພາບ.
3. ຄົ້ນຄວ້າສ້າງນິຕິກຳຕ່າງໆ ຮັບໃຊ້ໃນຂົງເຂດວຽກງານຂອງຕົນ ເພື່ອນຳສະເໜີຂັ້ນເທິງ ພິຈາລະນາ.
4. ຊີ້ນຳ, ນຳພາ, ບັນຊາ ຄຸ້ມຄອງ, ກວດກາ, ປັບປຸງກຳລັງວິຊາສະເພາະ ໃນຄວາມຮັບຜິດຊອບຂອງຕົນໃຫ້ເຂັ້ມແຂງ ໜັກແໜ້ນດ້ານການຈັດຕັ້ງ, ການເມືອງ, ວິຊາສະເພາະ ແລະ ແບບແແຜນວິທີເຮັດວຽກຢ່າງ ມີວິທະຍາສາດເທື່ອລະກ້າວ.
5. ຄົ້ນຄວ້າສ້າງແຜນຍຸດທະສາດ, ລະບົບເຄືອຂ່າຍ, ຊອກຫາຂໍ້ມູນດ້ານເຕັກນິກທີ່ທັນສະ ໄໝກ່ຽວກັບ ລະບົບສູນ ກາງໂທລະສັບ ແລະ ອຸປະກອນໃນການຕິດຕັ້ງ ເພື່ອຮັບໃຊ້ເຂົ້າໃນວຽກງານ ວິຊາສະເພາະຂອງ ກຳລັງປ້ອງກັນຄວາມສະ ຫງົບຢ່າງມີປະສິດທິຜົນ.
6. ຄົ້ນຄວ້າສ້າງແແຜນງົບປະມານໄລຍະສັນໄລຍະຍາວ ກ່ຽວກັບຄ່າໃຊ້ຈ່າຍດ້ານການບໍລິ ການຂອງ ວຽກງານ ໂທລະຄົມ ( ໂທລະສັບ, ອິນເຕີເນັດ ) ຂອງກຳລັງປ້ອງກກັນຄວາມສະຫງົບ.
7. ຂຶ້ນບັນຊີດ ຄຸ້ມຄອງ, ຕິດຕາມ, ກວດກາການນຳໃຊ້ລະບົບໂທລະສັບ ຂອງກະຊວງ ແລະ ລະບົບ ໃຊ້ບໍລິການຂອງ ບັນດາບໍລິສັດ ຕາມລະບຽບຫຼັກການ.
8. ຄົ້ນຄວ້າ, ສຳຫຼວດ, ກວດກາ, ຕິດຕັ້ງ, ສ້ອມແປງ, ຍົກຍ້າຍ ລະບົບເຄືອຂ່າຍໂທລະສັບ ສະເພາະ ຂອງກຳລັງປ້ອງ ກັນຄວາມສະຫງົບ.
9. ນຳສະເໜີປະຕິບັດນະໂຍບາຍດ້ວຍຮູບການດ້ານຕ່າງໆ ໃຫ້ແທດເໝາະກັບຜົນງານຕົວ ຈິງ ແລະ ສຶກສາອົບຮົມ-ກ່າວເຕືອນ, ສະເໜີວິໄນ ຕໍ່ພະນັກງານ-ນັກຮົບ ພາຍໃນພະແນກຂອງຕົນ ຕາມລະບຽບກົດໝາຍ.
10. ປະສານສົມທົບ ກັບບັນດາຫ້ອງ, ພະແນກ, ກົມກອງອ້ອມຂ້າງກະຊວງ, ກອງບັນຊາ ການ ປກສ ແຂວງ, ນະ ຄອນ ແລະ ຂະແໜງການພາກສ່ວນອື່ນ ທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ຕາມການມອບໝາຍຂອງກົມ.
11. ປະຕິບັດສິດອື່ນ ຕາມການມອບໝາຍຂອງຂັ້ນເທິງ ແລະ ຕາມທີ່ໄດ້ກຳນົດໄວ້ໃນລະ ບຽບກົດໝາຍ
ໝວດທີ II
ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ
ມາດຕາ 5. ໂຄງປະກອບບຸກຄະລາກອນ
ພະແນກໂທລະສັບ ມີໂຄງປະກອບການຈັດຕັ້ງ ດັ່ງນີ້:
1. ໜ່ວຍງານຄຸ້ມຄອງລະບົບສູນກາງໂທລະສັບຂອງກຳລັງ ປກສ.
2. ໜ່ວຍງານຄຸ້ມຄອງບັນຊີໂທລະສັບ.
3. ໜ່ວຍສຳຫຼວດອອກແບບທາງສາຍຕິດຕັ້ງ ແລະ ສ້ອມແປງ.
ສຳລັບພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ, ການຈັດຕັ້ງໜ່ວຍງານທີ່ຂື້ນກັບພະແນກ ຈະໄດ້ກຳນົດໄວ້ໃນລະ ບຽບການສະເພາະ.
ມາດຕາ 6. ໂຄງປະກອບບຸກຄະລາກອນ
ພະແນກໂທລະສັບ ມີໂຄງປະກອບບຸກຄະລາກອນ ດັ່ງນີ້:
1. ຫົວໜ້າພະແນກມີ 1 ທ່ານ, ຮອງຫົວໜ້າພະແນກຈຳນວນໜຶ່ງ.
2. ບັນດາໜ່ວຍງານ ມີຫົວໜ້າ 1 ທ່ານ, ຮອງຫົວໜ້າຈຳນວນໜຶ່ງ ແລະ ປະກອບພະນັກງານວິຊາການ ຕາມຄວາມ ຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ.
ມາດຕາ 7. ການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ
ການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງປະຕິບັດດັ່ງນີ້:
1. ຫົວໜ້າ ແລະ ຮອງຫົວໜ້າພະແນກ ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ ໂດຍຫົວໜ້າກົມໃຫຍ່ການ ເມືອງປ້ອງກັນຄວາມສະຫງົບ ຕາມການສະເໜີຂອງຫົວໜ້າກົມສື່ສານ ກະ ຊວງປ້ອງກັນຄວາມສະຫງົບ.
2. ຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ ໂດຍຫົວໜ້າກົມສື່ສານ ປ້ອງກັນຄວາມສະຫງົບ ຕາມການສະເໜີຂອງຫົວໜ້າພະແນກ ແລະ ການ ຕົກລົງເຫັນດີຂອງກົມໃຫຍ່ການເມືອງ ປ້ອງ ກັນຄວາມສະຫົງບ.
ມາດຕາ 8. ສິດ, ໜ້າທີ່ ຂອງຫົວໜ້າ ແລະ ຮອງຫົວໜ້າຫ້ອງການ
ຫົວໜ້າ ແລະ ຮອງຫົວໜ້າພະແນກໂທລະສັບ ມີສິດ ແລະ ໜ້າທີ່ ດັ່ງນີ້:
1. ຫົວໜ້າພະແນກ ມີໜ້າທີ່ຮັບຜິດຊອບໂດຍກົງຕໍ່ກົມສື່ສານ ປ້ອງກັນຄວາມສະຫງົບ
ເບີໂທຕິດຕໍ່:
021 970011
021 970043
021 970001