ຂໍ້ຕົກລົງ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ
ຂອງພະແນກໂທລະເລກ ກົມສື່ສານ ປ້ອງກັນຄວາມສະຫງົບ
ຫົວໜ້າກົມໃຫຍ່ຫານເມືອງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງ
ໝວດທີ I
ທີ່ຕັ້ງ ແລະ ພາລະບົບບາດ
ມາດຕາ 1. ທີ່ຕັ້ງ
ພະແນກໂທລະເລກ ກົມສື່ສານປ້ອງກັນຄວາມສະຫງົບ (ຂຽນເປັນຕົວອັກສອນຫຍໍ້ ພທລ ແລະ ເລກລະຫັດ 05) ແມ່ນການຈັດຕັ້ງວິຊາສະເພາະໜຶ່ງ ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງກົມສື່ສານ ມີຖານະທຽບເທົ່າກັບຫ້ອງ, ພະ ແນກ, ທີ່ຂື້ນກັບກົມ ຊຶ່ງໄດ້ຮັບການສ້າງຕັ້ງ ຫຼື ລົບ ລ້າງ ຕາມພາລະບົບບາດຂອງກົມສື່ສານ ປ້ອງກັນຄວາມສະຫງົບ.
ມາດຕາ 2. ພາລະບົບບາດ
ພະແນກໂທລະເລກ ມີພາລະບົບບາດເປັນເສນາທິການໃຫ້ກົມສື່ສານ ປ້ອງກັນຄວາມສະ ຫງົບ ໃນການຄົ້ນຄວ້າ, ວາງແຜນ, ລະບຽບການຕິດຕໍ່ສື່ສານ, ຄຸ້ມຄອງ, ກວດກາຕາໜ່າງຄື້ນ ຄວາມທີ່, ເອກະສານ, ກົດຕິດຕໍ່ໂທລະເລກ, ວິທະຍຸຕິດຕໍ່ສື່ສານຂອງກຳລັງປ້ອງກັນຄວາມສະ ຫງົບ.
ໝວດທີ II
ໜ້າທີ່ ແລະ ຂອບເຂດສິດ
ມາດຕາ 3. ໜ້າທີ
ພະແນກໂທລະເລກມີນ້າທີ່ ດັ່ງນີ້:
1. ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດມາຍຂອງລັດ, ບັນດາມະຕິຄຳສັ່ງ, ຄຳແນະນຳຕ່າງໆ ຂອງກົມ ວາງອອກໃນແຕ່ລະໄລຍະ ເພື່ອຫັນເປັນແຜນການ, ແຜນງານອັນລະ ອຽດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
2. ສຶກສາອົບຮົມການເມືອງ ນຳພາແນວຄິດ ໃຫ້ພະນັກງານ-ນັດຮົບ ມີແນວຄິດຫຼັກໜັ້ນອຸ ດົມການສັງຄົມນິຍົມໜັກ ແໜ້ນ, ມີຄວາມຈົ່ງຮັກພັກດີ, ມີສະຕິຕໍ່ການຈັດຕັ້ງ, ທີລະບຽບວິໃນເຂັ້ມ ງວດ, ມີຈັນຍະບັນ, ຈັນຍະທຳໃນການປະຕິບັດ ໜ້າທີ່, ມີແບບແຜນດຳລົງຊີວິດປອດໃສຂາວສະ ອາດ ແລະ ມີຄວາມສາມັກຄີເປັນເອກະພາບ.
3. ຄົ້ນຄວ້າສ້າງນິຕິກຳຕ່າງໆ ຮັບໃຊ້ໃນຂົງເຂດວຽກງານຂອງຕົນ ເພື່ອນຳສະເໜີຂັ້ນເທິງ ພິຈາລະນາ;
4. ຊີ້ນຳ, ນຳພາ, ບັນຊາ, ຄຸ້ມຄອງ, ກວດກາ, ປັບປຸງກຳລັງສື່ສານໃຫ້ເຂັ້ມແຂງໜັກແໜ້ນ ດ້ານການຈັດຕັ້ງ, ການ ເມືອງ, ວິຊາສະເພາະ ແລະ ແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ ເທື່ອລະກ້າວ.
5. ຄົ້ນຄວ້າກຳນົກແຜນການ ແລະ ຈັດວາງລະບົບຕາໜ່າງຕິດຕໍ່, ບັນຈຸກຳລັງວິຊາສະ ເພາະສື່ສານເຂົ້າໃນຈຸປ້ອງກັນ ຕ່າງໆ ເພື່ອນຮັບປະກັນໃຫ້ແກ່ການຊີ້ນຳບັນຊາຂອງຂັ້ນເທິງ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ຂອງກຳລັງປ້ອງກັນ ຄວາມສະຫງົບ.
6. ຄົ້ນຄສ້າ, ປັບປຸງ, ສ້າງເອກະສານ, ກົດຕິດຕໍ່ ແລະ ຂໍ້ກຳນົດລະບຽບຕິດຕໍ່ສື່ສານ ໃຫ້ ແທດເໝາະກັບສະພາບ ຕົວຈິງໃນແຕ່ລະໄລຍະ.
7. ຄຸ້ມຄອງລະບົບຄື້ນຄວາມຖີ່ ວິທະຍຸຕິດຕໍ່ສື່ສານຂອງກຳລັງປ້ອງກັນຄວາມສະຫງົບ ໃນ ຂອບເຂດທົ່ວປະເທດ.
8. ຄົ້ນຄວ້າສ້າງແຜນງົບປະມານ ແລະ ຈັດຕັ້ງປະຕິບັດງົບປະມານ, ປົກປັກຮັກສາຊັບສິນ, ພາຫະນະ, ວັດຖຸອຸປະກອນ ຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
9. ພົວພັນປະສານສົມທົບກັບບັນດາຫ້ອງ, ພະແນກ, ກົມກອງອ້ອມຂ້າງກະຊວງ, ກອງບັນ ຊາການ ປກສ ແຂວງ, ນະຄອນ, ບັນດາກະຊວງ, ອົງການຈັດຕັ້ງຢູ່ໃນສູນກາງ ແລະ ທ້ອງຖິ່ນ.
10. ພົວພັນ, ຮ່ວມມື, ແລກປ່ຽນບົດຮຽນກັບຕ່າງປະເທດ ຕາມການຕົກລົງເຫັນດີຂອງກົມ ແລະ ລັດຖະມົນຕີວ່າ ການກະຊວງປ້ອງກັນຄວາມສະຫງົບ.
11. ສະຫຼຸບ ສັງລວມວຽກງານວິຊາສະເພາະ ເປັນແຕ່ລະໄລຍະ ພ້ອມທັງສ່ອງແສງລາຍ ງານໃຫ້ກົມເປັນປົກກະຕິ.
12. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ ແລະ ກຳນົດໄວ້ໃນລະບຽບກົດ ໝາຍ.
ມາດຕາ 4. ຂອບເຂດ ແລະ ສິດ
ພະແນກໂທລະເລກ ມີຂອບເຂດສິດ ດັ່ງນີ້:
1. ນຳສະເໜີຄຳເຫັນ, ລາຍງານບັນຫາສຳຄັນຕ່າາງໆ ໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ ຕໍ່ກົມສື່ສານ ເພື່ອຊີ້ນຳ ແລະ ພິຈາລະນາຕົກລົງ.
2. ເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ, ສຳມະນາ, ເປັນຄະນະກຳມະການກ່ຽວກັບວຽກງານ ຕ່າງໆ ທີ່ກົມສື່ສານ, ກະຊວງປ້ອງກັນຄວາມສະຫງົບ ຫຼື ຂະແໜງການຈັດຂື້ນຕາມການມອບ ໝາຍ.
3. ຄົ້ນຄວ້າສ້າງລະບຽບການຕ່າງໆ ທີ່ພົວພັນເຖິງວຽກໂທລະເລກ ພາຍໃນກົມສື່ສານບົນ ພື້ນຖານຖຶກຕ້ອງຕາມ ກົດລະບຽບຂອງກົດໝາຍຂອງລັດ
4. ນຳສະເໜີສ້າວຕັ້ງ ຫຼື ລົບລ້າງບັນດາກົງຈັກການຈັດຕັ້ງໜ່ວຍງານ, ແຕ່ງຕັ້ງ, ຍົກຍ້າຍ, ບັນຈຸຊັບຊ້ອນ, ໃຫ້ເທດ ເໝາະກັບຄວາມຮູ້ຄວາມສາມາດ ແລະ ຜົນງານຕົວຈິງຂອງພະນັກງານ- ນັກຮົບ ທີ່ຂື້ນກັບຄວາມຮັບຜຜິດຊອບຂອງຕົນ.
5. ວາງມາດຕະການຄຸ້ມຄອງ, ຕິດຕາມ, ກວດກາຊີ້ນຳວຽກງານວິຊາສະເພາະຕາມສາຍຕັ້ງ ແຕ່ສູນກາງລົງຮອດ ທ້ອງຖິ່ນໃນທົ່ວປະເທດ.
6. ເຂົ້າຮ່ວມໃນຄະນະກຳມະການຕ່າງໆ ທີ່ພົວພັນເຖິງວຽກງານສື່ສານ ຕາມການມອບໝາຍ ຂອງຫົວໜ້າກົມ.
7. ນຳສະເໜີປະກອບ ແລະ ນຳໃຊ້ອາວຸດຍຸດໂທປະກອບມີຄວາມຈຳເປັນ, ອຸປະກອນ, ພາຫະນະເຕັກນິກ ແລະ ນຳໃຊ້ງົບປະມານເຂົ້າໃນວຽກງານຂອງຕົນ.
8. ຄົ້ນຄວ້າ ນຳສະເໜີປະຕິບັດນະໂຍບາຍດ້ວຍຮູບການຕ່າງໆ ໃຫ້ແທດເໝາະກັບຜົນງານ ຕົວຈິງ ແລະ ສຶກສາອົບ ຮົມ-ກ່າວເຕືອນ, ສະເໜີວິໄນ, ຕໍ່ພະນັກງານ-ນັກຮົບພາຍໃນພະແນກຂອງ ຕົນ ຕາມລະບຽບກົດໝາຍ.
9. ປະສານສົມທົບກັບບັນດາຫ້ອງ, ພະແນກ, ກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ, ນະຄອນ ແລະ ຂະແໜງການພາກສ່ວນອື່ນ ທີ່ກ່ຽວຂ້ອງກັບສູນກາງ ແລະ ທ້ອງ ຖິ່ນຕາມການມອບໝາຍຂອງກົມ.
10. ປະຕິບັດສິດອື່ນ ຕາມການມອບໝາຍຂອງຂັ້ນເທິງ ແລະ ຕາມທີ່ໄດ້ກຳນົດໄວ້ໃນລະ ບຽບກົດໝາຍ.
ໝວດທີ III
ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ
ມາດຕາ 5. ໂຄງປະກອບການຈັດຕັ້ງ
ພະແນກໂທລະເລກ ມີໂຄງປະກອບການຈັດຕັ້ງ ດັ່ງນີ້:
1. ໜ່ວຍງານຄົ້ນຄວ້າຕາໜ່າງການຕິດຕໍ່ສືສານ.
2. ໜ່ວຍງານຄຸ້ມຄອງຕາໜ່າງຄື້ນສັ້ນ-ຄື້ນຍາວ.
3. ໜ່ວຍງານຄຸ້ມຄອງເອກະສານ ແລະ ສ້າງກົດຕິດຕໍ່
ສຳລັບພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ, ການຈັດຕັ້ງໜ່ວຍງານທີ່ຂື້ນກັບພະແນກ ຈະໄດ້ກຳນົດໄວ້ໃນ ລະບຽບການສະເພາະ.
ມາດຕາ 6. ໂຄງປະກອບບຸກຄະລາກອນ
ພະແນກໂທລະເລກ ມີໂຄງປະກອບບຸກຄະລາກອນ ດັ່ງນີ້:
1. ຫົວໜ້າພະແນກມີ 1 ທ່ານ ແລະ ຮອງຈຳນວນໜຶ່ງ.
2. ໜ່ວຍງານມີຫົວໜ້າ 1 ທ່ານ ແລະຮອງຈຳນວນໜຶ່ງ ມີພະນັກງານ-ນັກຮົບ ຢູ່ໃນການຄຸ້ມ ຄອງຂອງຕົນ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄບຍະ.
ມາດຕາ 7. ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ
ການແຕ່ງຕັ້ງ, ຍົກຍ້າຍ ແລ“ະ ປົດຕຳແໜ່ງ ດັ່ງນີ້:
1. ຫົວໜ້າ ແລະ ຮອງຫົວໜ້າພະແນກ ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ ໂດຍຫົວໜ້າກົມໃຫຍ່ ປ້ອງກັນຄວາມສະຫງົບ ຕາມການສະເໜີຂອງຫົວໜ້າກົມສື່ສານ ປ້ອງກັນ ຄວາມສະຫງົບ.
2. ຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ, ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ ໂດຍຫົວໜ້າກົມສື່ສານ ປ້ອງກັນຄວາມສະຫງົບ ຕາມການສະເໜີຂອງຫົວໜ້າພະແນກ ແລະ ການ ຕົກລົງເຫັນດີຂອງກົມໃຫຍ່ການເມືອງ ປ້ອງກັນ ຄວາມສະຫງົບ.
ມາດຕາ 8. ສິດ, ໜ້າທີ່ ຂອງຫົວໜ້າ ແລະ ຮອງຫົວໜ້າພະແນກ
ຫົວໜ້າ ແລະ ຮອງຫົວໜ້າພະແນກ ມີສິດ ແລະ ໜ້າທີ່ດັ່ງນີ້:
1. ຫົວໜ້າພະແນກ ມີໜ້າທີ່ຮັບຜິດຊອບໂດຍກົງຕໍ່ຫົວໜ້າກົມສື່ສານ ປ້ອງກັນຄວາມສະຫງົບ ໃນການຊີ້ນຳ-ນຳພາ, ບັນຊາ, ຄຸ້ມຄອງ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດຕາມພາລະບົບ ບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ, ມີ ຄວາມຮັບຜິດຊອບຕໍ່ຜົນສຳເລັດ ຫຼື ຂໍ້ຂາດຕົກບົກ ຜ່ອງຕໍ່ຂັ້ນເທິງ ແລະ ເປັນຜູ້ລົງລາຍເຊັນໃນເອກະສານໃນນາມພະແນກ.
ກໍ່ລະນີຫົວໜ້າພະແນກມີວຽກສຳຄັນຈຳເປັນໄປປະຕິບັດນ້າທີ່ຫ່າງໄກ ຫຼື ບໍ່ສາມາດປະຕິບັດ ໜ້າທີ່ໄດ້ຕ້ອງມອບສິດ ໃຫ້ຮອງຫົວໜ້າພະແນກຜູ້ໃດຜູ້ໜຶ່ງຮັກສາການແທນຊົ່ວຄາວ.
2. ຮອງຫົວໜ້າພະແນກເປັນຜູ້ຊ່ວຍຫົວໜ້າພະແນກໃນການຊີ້ນຳ, ນຳພາ, ບັນຊາ, ຄຸ້ມຄອງ ຕິດຕາມ, ກວດກາ ຈັດຕັ້ງປະຕິບັດຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດ ຂອງພະແນກ ທັງ ລົງເລິກຊີ້ນຳວຽກງານໃດໜຶ່ງ ຕາມການມອບ ໝາຍຂອງຫົວນ້າພະແນກ ແລະ ຄວາມຮັບຜິດຊອບຕໍ່ ຜົນສຳເລັດ ຫຼື ຂໍ້ຂາດຕົກບົກຜ່ອງຕໍ່ຫົວໜ້າພະແນກ.
ເບີໂທຕິດຕໍ່:
020 99800513
030 5084010