ຂໍ້ຕົກລົງ
ວ່າດ້ວຍການຈັດຕັ້ງ ແລະ ການເຄູ່ອນໄຫວ
ຂອງພະແນກຕິດຕັ້ງ-ສ້ອມແປງ ກົມສື່ສານ ປ້ອງກັນຄວາມສະຫງົບ
ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບອອກຂໍ້ຕົກລົງ:
ໝວດທີ I
ທີ່ຕັ້ງ ແລະ ພາລະບົບບາດ
ມາດຕາ 1. ທີ່ຕັ້ງ
ພະແນກຕິດຕັ້ງ-ສ້ອມແປງ (ຂຽນເປັນຕົວອັກສອນຫຍໍ້ ພຕສ, ເລກລະຫັດ 08) ແມ່ນການຕິດຕັ້ງ ວິຊາສະເພາະໜຶ່ງ ໃນໂຄງປະກອບການຈັດຕັ້ງຂອງກົມສື່ສານ ມີສະຖຽນເທົ່າກັບບັນດາຫ້ອງ, ພະແນກ ອ້ອມຂ້າງທີ່ຂື້ນກັບກົມ, ຊຶ່ງໄດ້ຮັບການສ້າງຕັ້ງ ຫຼື ລົບລ້າງ ຕາມພາລະບົດບາດຂອງກົມສື່ສານ ປ້ອງກັນ ຄວາມສະຫງົບ.
ມາດຕາ 2. ພາລະບົບບາດ
ພະແນກຕິດຕັ້ງສ້ອມແປງ ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມສື່ສານໃນການຄົ້ນຄວ້າ, ວາງແຜນການ, ລະບຽບການ ກ່ຽວກັບການຄວບຄຸມ, ປ້ອງກັນ, ຕິດຕັ້ງສ້ອມແປງເຄືອງຈັກ, ອຸປະກອນ ການສື່ສານ ຂອງກຳລັງປ້ອງກັນ ຄວາມສະຫງົບໃນຂອບເຂດທົ່ວປະເທດເພື່ອຮັບເຂົ້າໃນວຽກງານການ ປ້ອງກັນຄວາມສະຫງົບປ້ອງກັນຄວາມສະຫງົບໃຫ້ມີປະສິດທິຜົນ
ໝວດທີ II
ໜ້າທີ່ ແລະ ຂອບເຂດສິດ
ມາດຕາ 3. ໜ້າທີ່
ພະແນກຕິດຕັ້ງສ້ອມແປງ ມີໜ້າທີ່ ດັ່ງນີ້
1. ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົກໝາຍຂອງລັດ, ບັນດາມະຕິຄຳສັ່ງ, ຄຳ ແນະນຳຕ່າງໆ ທີ່ທາງ ກົມວາງອອກໃນແຕ່ລະໄລຍະເພື່ອຫັນເປັນແຜນການ, ໂຄງການອັນລະ ອຽດ ແລະ ການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ສຶກສາອົບຮົມການເມືອງ ນຳພາແນວຄິດ ໃຫ້ພະນກງານນັກຮົບ ມີຄວາມຄິດອຸດົມຄະຕິສັງຄົມນິ ຍົມໜັກແໜ້ນ, ມີ ຄວາມຈົງຮັກພັກດີ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໃນເຂັ້ມງວດ, ມີຈັນຍະ ບັນ, ຈັນຍະທຳໃນການປະຕິບັດນ້າທີ່, ມີແບບແຜນດຳລົງຊີວິດປອດໃສຂາວສະອາດແລະ ມີ ຄວາມສາມະຄີເປັນເອກະພາບພ້ອມກັນເຮັດສຳເລັດໜ້າທີ່ການ ເມືອງ. 3. ຊີ້ນຳ, ນຳພາ, ບັນຊາ, ຄຸ້ມຄອງ, ກວດກາ, ປັບປຸງ ແລະ ກໍ່ສ້າງພະນັກງານນັກຮົບ ໃນຂອບ ເຂດຄວາມຮັບຜິດຊອບຂອງຕົນໃຫ້ເຂັ້ມແຂງ, ໜັກແໜ້ນທາງດ້ານການຈັດຕັ້ງ, ການເມືອງ, ວິຊາ ສະເພາະ ແລະ ແບບແຜນວິທີເຮັດວຽກ ຢ່າງ ມີວິທະຍາສາດເທື່ອລະກ້າວ. 4.ຄົ້ນຄວ້າສ້າງແຜນການ,ໂຄງການວຽກງານຕິດຕັ້ງ, ສ້ອມແປງຄື້ນເຄື່ອງວິທະຍຸ, ລະບົບໄຟຟ້າ ແລະ ອື່ນໆກ່ຽວກັບການ ສື່ສານ ຢູ່ບັນດາກົມກອງອ້ອມຂ້າງສູນກາງແລະ ທ້ອງຖິ່ນ. 5. ຄຸ້ມຄອງ, ຕິດຕາມ, ກວດກາ ອຸປະກອນເຄື່ອງຮັບໃຊ້ພາຍໃນຫ້ອງສ້ອມແປງແຕ່ລະປະເພດໃຫ້ ຖືກຕາມລະບຽບຫຼັກ ການ ບໍ່ໃຫ້ຕົກເຮ່ຍເສຍຫາຍ. ຕິດຕັ້ງ, ສ້ອມແປງເຄື່ອງຈັກ ແລະ ອຸປະກອນສື່ສານທຸກປະເພດ ຂອງກຳລັງປ້ອງກັນຄວາມສະຫງົບ ໃນຂອບເຂດທົ່ວປະເທດ. ຝຶກອົບຮົມ, ບຳລຸງ, ຍົກລະດັບວຽກງານຕິດຕັ້ງ-ສ້ອມແປງໃຫ້ພະນັກງານນັກຮົບມີຄວາມຊຳນິ ຊຳນານໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນ.
8. ຄົ້ນຄວ້າສ້າງແຜນງົບປະມານແລະ ຈັດຕັ້ງງົບປະມານ, ປົກປັກຮັກສາຊັບສິນ, ພາຫະນະ, ວັດຖຸ ອຸປະກອນຕ່າງໆທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ. 9. ພົວພັນປະສານສົມທົບກັບບັນດາຫ້ອງ, ພະແນກ, ບັນດາກົມກອງອ້ອມຂ້າງກະຊວງ,ກອງບັນຊາການ ປກສ ແຂວງ, ນະຄອນ, ບັນດາກະຊວງ, ອົງການຈັດຕັ້ງສູນກາງແລະທ້ອງຖິ່ນ. 10. ພົວພັນ, ຮ່ວມມື,ແລກປ່ຽນບົດຮຽນກັບຕ່າງປະເທດຕາມການຕົກລົງເຫັນດີຂອງກົມແລະ ລັດຖະ ມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ. 11. ສະຫຼຸບ ສັງລວມ ວຽກງານ ວິຊາສະເພາະເປັນແຕ່ລະໄລຍະ ພ້ອມທັງສ່ອງແສງລາຍງານໃຫ້ກົມ ເປັນປົກກະຕິ.
12. ປະຕິບັດໜ້າທີ່ອື່ນ ຕາມການມອບໝາບຂອງຂັ້ນເທິງ ແລະ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດ ໝາຍ.
ມາດຕາ 4. ຂອບເຂດສິດ
ພະແນກຕິດຕັ້ງ-ສ້ອມແປງ ມີຂອບເຂດສິດ ດັ່ງນີ້:
1. ນຳສະເໜີ, ລາຍງານບັນຫາຕ່າງໆ ໃນຄວາມຮັບຜິດຊອບຂອງຕົນ ຕໍ່ຫົວໜ້າກົມສື່ສານ ເພື່ອ ຊີ້ນຳພິຈາລະນາຕົກລົງ.
2. ເຂົ້າຮ່ວມກອງປະຊຸມຝຶກອົບຮົມ, ສຳມະນາ, ເປັນຄະນະກຳມະການຕ່າງໆ ກ່ຽວກັບການຕິດຕັ້ງ-ສ້ອມແປງ ທີ່ກົມສື່ ສານ, ກະຊວງປ້ອງກັນຄວາມສະຫງົບ ຫຼື ອົງການຈັດຕັ້ງອື່ນຈັດຂື້ນ ຕາມການ ມອບໝາຍ.
3. ນຳສະເໜີສ້າງຕັ້ງ ຫຼື ລົບລ້າງບັນດາກົງຈັກການຈັດຕັ້ງໜ່ວຍງານ,ແຕ່ງຕັ້ງ, ຍົກຍ້າຍ, ບັນ ຈຸຊັບຊ້ອນ,ໃຫ້ແທດເໝາະ ກັບຄວາມຮູ້ຄວາມສາມາດ ແລະ ຜົນງານຕົວຈິງຂອງພະນັກງານ-ນັກຮົບ ທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ. 4. ນຳສະເໜີປະກອບ ແລະ ນຳໃຊ້ອາວຸດຍຸດໂທປະກອນ, ອຸປະກອນ, ພາຫະນະເຕັກນິກ ແລະ ນຳໃຊ້ງົບປະມານເຂົ້າໃນວຽກງານຂອງຕົນ.
5. ສະເໜີປະຕິບັດນະໂຍບາຍຕ່າງໆ ໃຫ້ແທດເໝາະກັບຜົນງານຕົວຈິງແລະ ສຶກສາອົບຮົມ-ກ່າວເຕືອນ, ສະເໜີວິໄນ, ຕໍ່ ພະນັກງານ-ນັກຮົບພາຍໃນພະແນກຂອງຕົນຕໍ່ກົມພິຈາລະນາ.
6. ພົວພັນ, ປະ ສານສົມທົບກັບບັນດາຫ້ອງ, ພະແນກ, ກົມກອງອ້ອມຂ້າງກະຊວງ, ກອງບັນຊາ ການ ປກສ ແຂວງ, ນ ຄອນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງຢູ່ສູນກາງແລະ ທ້ອງຖິ່ນຕາມການມອບໝາຍຂອງກົມ.
7. ປະຕິບັດສິດອື່ນ ຕາມການມອບໝາຍຂອງຂັ້ນເທິງແລະ ຕາມທີ່ໄດ້ກຳນົກໄວ້ໃນລະບຽບ ກົດໝາຍ.
ໝວດທີ III
ໂຄງປະກອບການຈັດຕັ້ງ ແລະ ບຸກຄະລະກອນ
ມາດຕາ 5. ໂຄງປະກອບການຈັດຕັ້ງ
ພະແນກຕິດຕັ້ງ-ສ້ອມແປງ ມີໂຄງປະກອບການຈັດຕັ້ງ ດັ່ງນີ້:
1. ໜ່ວຍງານສ້ອມແປງວິທະຍຸຄື້ນຍາວ.
2. ໜ່ວຍງານສ້ອມແປງວິທະຍຸຄື້ນສັ້ນ.
3. ໜ່ວຍງານສ້ອມແປງໄຟຟ້າ-ຊ່ຽນຈອດ.
ສຳລັບ ພາລະບົດບາດ, ນ້າທີ່, ຂອບເຂດສິດ, ການຈັດຕັ້ງຂອງໜ່ວຍງານທີ່ຂື້ນກັບພະແນກ ຈະໄດ້ກຳນົກໄວ້ໃນລະບຽບການສະເພາະ.
ມາດຕາ 6. ໂຄງປະກອບບຸກຄະລາກອນ
ພະແນກຕິດຕັ້ງ-ສ້ອມແປງ ມີໂຄງປະກອບບຸກຄະລາກອນດັ່ງນີ້:
1.ຫົວໜ້າພະແນກ 01 ທ່ານ, ຮອງຈຳນວນໜຶ່ງ.
2.ແຕ່ລະໜ່ວຍງານມີຫົວໜ້າ 1 ທ່ານ, ຮອງຈຳນວນໜຶ່ງ ແລະ ປະກອບພະນັກງານວິຊາການ ຕາມຄວາມ ຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ.
ມາດຕາ 7. ການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ
1. ຫົວໜ້າ ແລະ ຮອງພະແນກ ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງໂດຍຫົວໜ້າ ກົມໃຫຍ່ການເມືອງ ປ້ອງກັນ ຄວາມສະຫງົບ ຕາມການສະເໜີຂອງຫົວໜ້າກົມສື່ສານປ້ອງກັນ ຄວາມສະຫງົບ.
2. ຫົວໜ້າ ແລະ ຮອງໜ່ວຍງານ ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ ໂດຍຫົວ ໜ້າກົມສື່ສານ ປ້ອງກັນ ຄວາມສະຫງົບ ຕາມການສະເໜີຂອງຫົວໜ້າພະແນກ ແລະ ຕົກລົງ ເຫັນດີຂອງກົມໃຫຍ່ການເມືອງປ້ອງກັນ ຄວາມສະ ຫງົບ.
ມາດຕາ 8. ສິດ, ໜ້າທີ່ຂອງຫົວໜ້າ ແລະ ຮອງພະແນກຕິດຕັ້ງ-ສ້ອມແປງ
ຫົວໜ້າ ແລະ ຮອງພະແນດຕິດຕັ້ງ-ສ້ອມແປງ ມີສິດ ແລະ ໜ້າທີ່ດັ່ງນີ້:
1.ຫົວໜ້າພະແນກ ມີໜ້າທີ່ຮັບຜິດຊອບໂດຍກົງ ຕໍ່ຫົວໜ້າສື່ສານ ໃນການຊີ້ນຳ, ນຳພາ, ບັນຊາ, ຄຸ້ມຄອງ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດບົດບາດ, ໜ້າທີ່ ແລະ ຂອບເຂດ ສິດຂອງຕົນ; ມີຄວາມຮັບຜິດຊອບຕໍ່ຜົນສຳເລັດ ຫຼື ຂໍ້ຂາດຕົກບົກຜ່ອງຂອງຕົນຕໍ່ກົມແລະ ເປັນຜູ້ລົງລາຍເຊັນໃສ່ເອກະສານທາງການຕ່າງໆໃນນາມພະແນກ.
ໃນກໍລະນີໄປປະຕິບັດໜ້າທີ່ທາງໄກ ຫຼື ບໍ່ສາດມາດປະຕິບັດໜ້າທີ່ໄດ້ ຕ້ອງມອບສິດເປັນລາຍ ລັກອັກສອນໃຫ້ຮອງ ພະແນກຜູ້ໃດຜູ່ໜຶ່ງຮັກສາການແທນຊົ່ວຄາວ.
2. ຮອງພະແນກ ເປັນຜູ້ຊ່ວຍວຽກຫົວໜ້າພະແນກໃນການປະຕິບັດໜ້າທີ່ວຽກງານຄຸ້ມຄອງ, ບັນ ຊາ, ຕິດຕາມ, ກວດ ກາບົດບາດ, ໜ້າທີ່ ແລະ ຂອບເຂດສິດ ທີ່ໄດ້ຖຶກມອບໝາຍ ທັງລົງເລິກວຽກງານໃດໜຶ່ງ ຕາມການແບ່ງປັນຂອງຫົວໜ້າ ພະແນກ ແລະ ມີຄວາມຮັບຜິດຊອບຕໍ່ ຜົນສຳເລັດ ຫຼື ຂໍ້ຂາດຕົກບົກຜ່ອງຕໍ່ຫົວໜ້າພະແນກແລະ ຫົວໜ້າກົມ.
ໝວດທີ IV
ລະບອບແບບແຜນວິທີເຮັດວຽກ
ມາດຕາ 9. ຫຼັກການເຮັດວຽກ
ພະແນກຕິດຕັ້ງ-ສ້ອມແປງ ເຮັດວຽກຕາມຫຼັກການດັ່ງນີ້:
1. ເຮັດຕາມຫຼັກການສູນລວມປະຊາທິປະໄຕ, ປຶກສາຫາລືເປັນໝູ່ຄະນະ, ມີຄວາມເປັນເອກະພາບ, ຮັກສາຄວາມລັບ ແລະ ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ 2. ເຮັດວຽກມີແບບແຜນ, ກຳນົດຄາດໝາຍ, ມີການຈັດຕັ້ງປະຕິບັດ, ມີການປະສານສົມທົບ, ຕິດຕາມ, ກວດກາເປັນ ປົກກະຕິແທດເຖິງຕົວຈິງ, ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ. 3. ເຮັດວຽກມີການແບ່ງຂັ້ນຄຸ້ມຄອງ, ມີາກນແບ່ງງານໃຫ້ສະຫຍາຍຢ່າງລະອຽດ, ການມອບວຽກຕ້ອງ ໃຫ້ຊັດເຈນຈະແຈ້ງ ເພື່ອສ້າງເງື່ອນໄຂແລະ ອຳນວຍຄວາມສະດວກໃຫ້ທຸກຄົນສາມາດຈັດຕັ້ງປະຕິບັດຕົວງຈິງຢ່າງຖຶກຕ້ອງ ແລະ ມີຫົວ ຄິດປະດິດສ້າງ ຍົກສູງຄວາມຮັບຜິດຊອບເປັນເຈົ້າຂອງ ຕົນເອງ. 4.ການຕົກລົງ ຫຼື ການອອກຄຳສັ່ງໃດໜຶ່ງ ຕ້ອງສອດຄ່ອງກັບລະບຽບກົດໝາຍແລະ ທິດຊີ້ນຳຂອງກົມ. 5.ປະຕິບັດລະບອບປະຈຳການແລະ ລະບອບປະຊຸມສ່ອງແສ່ງລາຍງານເປັນປົກກະຕິ.
ມາດຕາ 10. ແບບແຜນວິທີເຮັດວຽກ
ພະແນກຕິດຕັ້ງ-ສ້ອມແປງ ມີແບບແຜນວິທີ່ເຮັດວຽກ ດັ່ງນີ້:
1. ມີແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ, ມີການຄົ້ນຄວ້າແທດເໝາະກັບຄວາມສາມາດຕົວຈິງແລະ ທັນສະໄໝເທື່ອລະກ້າວ.
2.ມີແຜນການ, ໂຄງການ,ແຜນຄົນ, ແຜນງົບປະມານ, ພາຫະນະ, ວັດຖຸອຸປະກອນເຕັກນິກ, ສະຖານທີ່ເຮັດວຽກ, ການແກ້ໄຂວຽກງານຢ່າງມີຈຸດສຸມ,ເປົ້າໝາຍ ແລະ ການກຳນົດໄລຍະເວລາ ຢ່າງຈະແຈ້ງເມື່ອສຳເລັດໜ້າທີ່ມີການຖອດຖອນບົດຮຽນ ພ້ອມທັງຄົ້ນຄວ້າສະເໜີປະຕິບັດ ນະໂຍບາຍຕາມຄວາມເໝາະສົມ.
ໝວດທີ V
ບົດບັນຍັດສຸດທ້າຍ
ມາດຕາ 11. ການຈັດຕັ້ງປະຕິບັດ
ມອບໃຫ້ພະແນກຕິດຕັ້ງ-ສ້ອມແປງ ກົມສື່ສານ ປ້ອງກັນຄວາມສະຫງົບ ຈັດຕັ້ງປະຕິບັດຂໍ້ຕົກລົງ ສະບັບນີ້ຢ່າງເຂັ້ມງວດ.
ບັນດາການຈັດຕັ້ງໃນກຳລັງປ້ອງກັນຄວາມສະຫງົບແຕ່ລະຂັ້ນແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບ ຮູ້ປະຕິບັດຂໍ້ຕົກລົງ ສະບັບນີ້ຢ່າງເຂັ້ມງວດ.
ມາດຕາ 12. ຜົນສັກສິດ
ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຂໍ້ກຳນົດ, ບົດບັນຍັດໃດໃນເມື່ອ ກ່ອນຫາກຂັດກັບຂໍ້ຕົກລົງສະບັບນີ້ລວ້ນແຕ່ຖຶກລົບລ້າງ.
ເບີໂທຕິດຕໍ່ : 021 970328 ຫຼື 021 970329