ຂໍ້ຕົກລົງ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພະແນກພາລະທິການ ກົມສື່ສານ ປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງ: ມາດຕາ 1. ທີ່ຕັ້ງ ພະແນກພະລາທິການ ກົມສື່ສານ (ຂຽນເປັນຕົວອັກສອນຫຍໍ້ ພພລ ແລະ ເລກລະ ຫັດ 09) ແມ່ນການຈັດຕັ້ງວິຊາສະເພາະໜຶ່ງ ໃນໂຄງປະກອບກົງຈັກການຈັດຕັ້ງຂອງກົມສື່ສານ ມີຖານະທຽບເທົ່າ ກັບບັນດາຫ້ອງ ພະແນກອອ້ມຂ້າງທີ່ຂື້ນກັບກົມ ໄດ້ຮັບການສ້າງຕັ້ງ ຫຼື ລົບລ້າງ ຕາມພາລະບົດບາດ ຂອງກົມສື່ສານ ປ້ອງກັນຄວາມສະຫງົບ. ມາດຕາ 2. ພາລະບົດບາດ ພະແນກພະລາທິການ ມີພາລະບົດບາດເປັນເສນາທິການໃຫ້ກົມສື່ສານ ກ່ຽວກັບການຄົ້ນຄວ້າ ວາງແຜນການ ລະບຽບລັກການໃນການພັດທະນາວຽກງານພາລາທິການສື່ສານຮອບດ້ານ ສ້າງແຜນ ງົບປະມານ ຄຸ້ມຄອງລາຍຮັບ-ລາຍຈ່າຍດ້ານການເງິນ, ອຸປະໂພກ-ບໍລິໂພກ ກໍ່ສ້າງ-ຊັບສີນ ພາຫະນະ ຂົນສົ່ງເຕັກນິດ-ຍຸດໂທ ແລະ ການພະລິດເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ຂອງ ກຳລັງສື່ສານໃນແຕ່ລະໄລຍະ. ໝວດທີ ໜ້າທີ່ ແລະ ຂອບເຂດສິດ
ມາດຕາ 3. ໜ້າທີ່
1.ເຊື່ອມຊຶມແນວທາງນະໂຍບາຍຂອງພັກ<, ລະບຽບກົດໝາຍຂອງລັດ, ບັນດາມະຕິຄຳສັ່ງ ຄຳແນະ ນຳຕ່າງໆ ຂອງກົມວາງອອກໃນແຕ່ລໄລຍະເພື່ອຫັນເປັນແຜນການແຜນງານອັນລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
2. ສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ມີແນວຄິດຫຼັກໜັ້ນອຸດົມການ ສັງຄົມນິຍົມໜັກແໜ້ນ ມີຄວາມຈົງຮັກພັກດີ ມີສະຕິຕໍ່ການຈັດຕັ້ງ ມີລະບຽບວິໃນເຂັ້ມງວດ ມີຈັນຍະບັນ ຈັນຍະທຳໃນການປະຕິບັດໜ້າທີ່ ມີແບບແຜນດຳລົງຊີວິດປອດໄພຂາວສະອາດແລະ ມີຄວາມສາມັກຄີເປັນເອກະພາບ.
3. ຄົ້ນຄວ້າສ້າງນິຕິກຳຕ່າງໆ ຮັບໃຊໃນຂົງເຂດວຽກງານຂອງຕົນເພື່ອນຳສະເໜີຂັ້ນເທິງພິຈາລະນາ.
4. ຊຸກຍູ້ ສົ່ງເສີມ ນຳພາ ຄຸ້ມຄອງ ກວດກາ ນຳສະເໜີຂັ້ນເທິງປັບປຸງກຳລັງໃຫ້ເຂັ້ມແຂງດ້ານ ການຈັດຕັ້ງ ໜັກແໜ້ນທາງດ້ານການມືອງແນວຄິດ ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະແລະ ແບບແຜນວິທີເຮັດວຽກຢ່າງມີ ວິທະຍາ ສາດເທື່ອລະກ້າວ.
5. ຄົ້ນຄວ້າສ້າງແຜນການ,ໂຄງການຍຸດທະສາດວຽກງານກໍ່ສ້າງ, ສ້ອມແປງອາຄານຫ້ອງການຢູ່ ສູນກາງແລະ ທ້ອງຖິ່ນ.
6. ຈັດຕັ້ງ, ຄຸ້ມຄອງ ຕິດຕາມ ກວດກາ ການປະຕິບັດງົບປະມານວຽກງານການເງິນ ອຸປະໂພກ- ບໍລິໂພກ ກໍ່ສ້າງ-ຊັບສິນ ພາຫະນະ-ຂົນສົ່ງເຕັກນິກດ-ຍຸດໂທ ແລະ ການຜະລິດຂອງບັນດາ ພະແນກທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນໃຫ້ຖຶກຕ້ອງຕາມລະບຽບຫຼັກການ.
7. ຂື້ນແຜນງົບປະມານແຕ່ລະເດືອນ, ສ້າງແຜນງານປະຈຳປີ ເຊັ່ນ: ເງິນບໍ່ລິຫານຕ່າງໆເງິນວິຊາສະເພາະ ວັດຖຸອຸປະກອນແລະ ຍານພະຫະນະຈຳເປັນ ເພື່ອຮັບໃຊ້ໃນວຽກງານວິຊາສະເພາະ ວັດຖຸອຸປະກອນ ແລະ ຍານພະຫະນະທີ່ຈຳເປັນ ເພື່ອຮັບໃຊ້ໃນວຽກງານວິຊາສະເພາະສູ້ຮົບໃນແຕ່ລະໄລຍະພຽງພໍ່ຕາມຄວາມຕ້ອງການ.
8. ເບີກຈ່າຍເງິນເດືອນ,ເງິນນະໂຍບາຍເງິນອຸດໜຸນຕ່າງໆໃຫ້ພະນັກງານ-ນັກຮົບ ຖືກຕ້ອງຕາມ ຫຼັກການທາງດ້ານວິຊາສະເພາະ ແລະ ຕາມລະບຽບກົດໝາຍ.
9. ຝຶກອົບຮົມ, ບຳລຸງ, ຍົກລະດັບວຽກງານພະລາທິການໃຫ້ພະນັກງານ-ນັກຮົບຢູ່ສູນກກາງ ແລະ ທ້ອງຖິ່ນຕາມສາຍຕັ້ງວິຊາສະເພາະ.
10. ຄຸ້ມຄອງ, ຕິດຕາມ ກວດກາບັນດາແຫຼ່ງລາຍຮັບ-ລາຍຈ່າຍຕ່າງໆ ຂອງກົມສື່ສານ ໃຫ້ຖືກຕ້ອງ ຕາມລະບຽບຫຼັກ ການ.
11. ຄົ້ນຄວ້າສ້າງແຜນງົບປະມານ, ຊອກແລ່ງລາຍຮັບ ແລະ ຄຸ້ມຄອງ, ກວດກາການຈັດຕັ້ງປະຕິບັດງົບປະມານ, ປົກປັກຮັກສາຊັບສິນ, ພາຫະນະວັດຖຸອຸປະກອນຕ່າງໆ, ອາວຸດຍຸດໂທຢູ່ໃນຄວາມຮັບຜີດຊອບຂອງຕົນ.
12. ພົວພັນປະສານສົມທົບກັບບັນດາຫ້ອງ<, ພະແນກ ບັນດາກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ, ນະຄອນ ບັນດາກະຊວງ ອົງການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນ.
13. ພົວພັນ ຮ່ວມມື້,ແລະປ່ຽງບົດຮຽນກັບຕ່າງປະເທດ ຕາມການຕົກລົງເຫັນດີຂອງກົມແລະ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ.
14. ປະຕິບັດນ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງແລະ ການກຳນົດໄວ້ໃນລະບຽບກົດໝາຍ.
ມາດຕາ 4. ຂອບເຂດສິດ
ພະແນກພະລາທິການ ມີຂອບເຂດສິດ ດັ່ງນີ້:
1. ນຳສະເໜີມີຄຳເຫັນ ລາຍງານບັນຫາສຳຄົນຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງຕົນຕໍ່ກົມ ສື່ສານ ເພື່ອຂໍທິດຊີ້ນຳ ແລະ ພິຈາລະນາຕົກລົງ.
2. ເຂົ້າຮ່ວມປະຊຸມ, ຝຶກອົບຮົມ, ສຳມະນາ ກ່ຽວກັບວຽກງານພະລາທິການ ທີ່ກົມສື່ສານ ກະຊວງ ປ້ອງກັນຄວາມສະຫງົບ ຫຼື ຂະແໜ່ງການຈັດຂື້ນ ຕາມການມອບໝາຍ.
3. ຄົ້ນຄວ້າສ້າງລະບຽບການຕ້າງໆ ທີ່ພົວພັນເຖິງວຽກງານໃນຄວາມຮັບຜິດຊອບຂອງຕົນ ບົນພື້ນ ຖານຖືກຕ້ອງຕາມ ລະບຽບກົດໝາຍ.
4. ນຳສະເໜີສ້າງຕັ້ງ ຫຼື ລົບລ້າງບັນດາກົງຈັກການຈັດຕັ້ງໜ່ວຍງານ,ແຕ່ງຕັ້ງຍົກຍ້າຍ ບັນຈຸຊັບ ຊ້ອນໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດແລະ ຜົນງານຕົວຈິງຂອງພະນັກງານ-ນັກຮົບ ທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ.
5. ນຳສະເໜີປະກອບ ແລະ ນຳໃຊ້ອາວຸດຍຸດໂທປະກອນ, ອຸປະກກອນ, ພາຫະນະເຕັກນິກ ແລະ ນຳໃຊ້ງົບປະມານເຂົ້າໃນວຽກຂອງຕົນ.
6. ນຳສະເໜີປະຕິບັດນະໂຍບາຍດ້ວຍຮູບການດ້ານຕ່າງໆໃຫ້ແທດເໝາະກັບຜົນງານຕົວຈິງແລະ ສຶກສາອົບຮົມ-ກ່າວເຕືອນ, ສະເໜີວິໄນ ຕໍ່ພະນັກງານນັກຮົບ ພາຍໃນພະແນກຂອງຕົນ ຕາມລະບຽບກົດໝາຍ.
7. ປະສານສົມທົບກັບບັນດາຫ້ອງ, ພະແນກ, ກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ ນະຄອນ ແລະ ຂະແໜງການພາກສ່ວນອື່ນທີ່ກ່ຽວຂ້ອງຢູ່ສູນກາງແລະ ທ້ອງຖິ່ນ ຕາມການມອບໝາຍຂອງກົມ.
8. ປະຕິບັດສິດອື່ນຕາມການມອບໝາຍຂອງຂັ້ນເທິງແລະ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.
ໝວດທີ III
ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ
ມາດຕາ 5. ໂຄງປະກອບການຈັດຕັ້ງ
ພະແນກພະລາທິະການ ມີໂຄງປະກອບການຈັດຕັ້ງ ດັ້ງນີ້:
1. ໜ່ວຍງານແຜນການ-ການເງິນ.
ໜ່ວຍງານອຸປະໂພກ-ບໍລິໂພກ.
ໜ່ວຍງານລົດ, ນ້ຳມັບ ແລະ ຍຸດໂທ.
4.ໜ່ວຍງານກໍ່ສ້າງ-ສ້ອມແປງ ຊັບສິນ-ທີ່ດີນ ແລະ ການຜະລິດ.
ສຳລັບພາລະບົດບາດ ໜ້າທີ່ ແລະ ຂອບເຂດສິດ ການຈັດຕັ້ງຂອງໜ່ວຍງານທີ່ຂື້ນກັບພະແນກ ຈະໄດ້ກຳນົດໄວ້ໃນລະບຽບການສະເພາະ.
ມາດຕາ 6. ໂຄງປະກອບບຸກຄະລາກອນ
ພະແນກພະລາທິການ ມີໂຄງປະກອບບຸກຄະລາກອນ ດັ່ງນີ້:
1. ຫົວໜ້າຫ້ອງການ 1 ທ່ານ, ຮອງຫົວໜ້າພະແນກຈຳນວນໜຶ່ງ.
2. ບັນດາໜ່ວຍງານມີຫົວໜ້າ 1 ທ່ານ, ຮອງຫົວໜ້າຈຳນວນໜຶ່ງ ແລະ ປະກອບພະນັກງານວິຊາການຕາມຄວາມຮຽກ ຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ.
ມາດຕາ 7. ການແຕ່ງຕັ້ງ ຍົກຍ້າຍ ແລະ ປົດຕຳແໜ່ງ
ການແຕ່ງຕັ້ງຍົກຍ້າຍແລະ ປົດຕຳແໜ່ງປະຕິບັດ ດັ່ງນີ້:
1. ຫົວໜ້າ ແລະ ຮອງຫົວໜ້າພະແນກ ໄດ້ຮັບການແຕ່ງຕັ້ງ ຍົກຍ້າຍ ແລະ ປົດຕຳແໜ່ງໂດຍຫົວ ໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ຕາມການສະເໜີຂອງຫົວໜ້າກົມສື່ສານ.
2. ຫົວໜ້າແລະ ຮອງຫົວໜ້າໜ່ວຍງານ ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງໂດຍ ຫົວໜ້າກົມສື່ສານຕາມການສະເໜີຂອງຫົວໜ້າພະແນກແລະ ການຕົກລົງເຫັນດີຂອງກົມໃຫຍ່ ການເມືອງ ປ້ອງກັນຄວາມສະຫງົບ.
ມາດຕາ 8. ສິດ ໜ້າທີ່ ຂອງຫົວໜ້າ ແລະ ຮແງຫົວໜ້າພະແນກ
ຫົວໜ້າ ແລະ ຮອງຫົວໜ້າພະແນກພະລາທິການ ມີສິດ ແລະ ໜ້າທີ່ດັ່ງນີ້:
1. ຫົວໜ້າພະແນກມີໜ້າທີ່ຮັບຜິດຊອບໂດຍກົງຕໍ່ກົມສື່ສານໃນກນຊີ້ນຳ-ນຳພາ ບັນຊາ ຄຸ້ມຄອງ ຕິດຕາມ ກວດກາການຈັດຕັ້ງປະຕິບັດ ພາລະບົດບາດ ໜ້າທີ່ ແລະ ຂອລເຂດສິດຂອງຕົນ ມີ ຄວາມຮັບຜິດຊອບຕໍ່ຜົນສຳເລັດ ຫຼື ຂໍ້ຂາດຕົກບົກຜ່ອງຕໍ່ຂັ້ນເທິງແລະ ເປັນຜູ້ລົງລາຍເຊັນໃນເອກະສານທາງການໃນນາມພະແນກ.
ກໍ່ລະນີຫົວໜ້າພະແນກມີວຽກສຳຄັນຈຳເປັນໄປປະຕິບັດໜ້າທີ່ທາງໄກ ຫຼື ບໍ່ສາມາດປະຕິບັດໜ້າທີ່ ໄດ້ຕ້ອງມອບສິດໃຫ້ຮອງຫົວໜ້າພະແນດຜູ້ໃດໜຶ່ງຮັກສາການແທນຊົ່ວຄາວ.
2. ຮອງຫົວໜ້າພະແນກ ເປັນຜູ້ຊວຍຫົວໜ້າພະແນກໃນການຊີ້ນຳ ນຳພາ ບັນຊາ ຄຸ້ມຄອງ ຕິດຕາມ ກວດກາການຈັດຕັເງປະຕິບັດ ຕາມພາລະບົດບາດ ໜ້າທີ່ ຂອບເຂດສິດ ຂອງພະ ແນກ ທັງລົງເລິກຊີ້ນຳວຽກງານໃດໜຶ່ງ ຕາມການມອບໝາຍຂອງຫົວໜ້າພະແນກໃຫ້ມີຄວາມຮັບ ຜິດຊອບຕໍ່ຜົນສຳເລັດ ຫຼື ຂໍ້ຂາດຕົກບົກຜ່ອງຕໍ່ຫົວໜ້າພະແນກ.