ສະຖານທູດຫວຽດນາມ ປະຈຳ ລາວ ຈັດພິທີສະເຫຼີມສະຫຼອງ ບຸນປະເພນີປີໃໝ່ປະຈຳຊາດ ຫວຽດນາມ ຢູ່ນະ ຄອນຫຼວງວຽງຈັນ ໃນວັນທີ 9 ກຸມພາ 2026 ໂດຍມີ ສະ ຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາການນຳພັກ-ລັດ, ລັດ ຖະມົນຕີ,ຮອງ ລັດຖະມົນຕີ, ຫົວໜ້າກົມ, ຮອງກົມ,ພ້ອມດ້ວຍ ທູຕານຸທູດ,ຊາວຫວຽດນາມ ທີ່ອາໄສຢູ່ລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ຫງວຽນ ມິ່ງ ເຕິມ ເອກອັກຄະລັດ ຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການຈັດງານສະຫລອງບຸນປີໃໝ່ຫວຽດນາມໃນຄັ້ງນີ້, ຈັດຂຶ້ນພາຍໃຕ້ຄໍາຂວັນ “ຊົມເຊີຍພັກ, ຊົມເຊີຍປະ ເທດຊາດ ກ້າວເຂົ້າສູ່ສັງກາດໃໝ່,ຂໍ່ານັບຮັບຕ້ອນປີໃໝ່ ປີມະເມຍ 2026” ພ້ອມທັງບັນດາຜົນງານທີ່ພົ້ນເດັ່ນ ທີ່ ສສ ຫວຽດນາມ ຍາດມາໄດ້ໃນໄລຍະປີ 2025 ຜ່ານມາ ເປັນຕົ້ນ ພື້ນຖານເສດຖະກິດ ມີການຫັນປ່ຽນຢ່າງແຂງແຮງ ຈີດີພີ ບັນລຸໄດ້ກວ່າ 8%, ນອນໃນກຸ່ມບັນດາປະເທດ ທີ່ມີການເຕີບໂຕເສດຖະກິດສູງແຖວໜ້າຂອງໂລກ ດ້ວຍລວມຍອດ ຈີດີພີ ບັນລຸກວ່າ 514 ຕື້ໂດລາສະຫະລັດ, ຈີດີພີ ສະເລ່ຍຕໍ່ຫົວຄົນບັນລຸ ກວ່າ 5.000 ໂດ ລາສະຫະລັດ ແລະ ຫວຽດນາມເຂົ້າເປັນສະມາຊິກກຸ່ມປະເທດ ທີ່ມີລາຍຮັບປານກາງສູງ. ພ້ອມນີ້, ທ່ານ ເອກອັກ ຄະລັດຖະທູດ ຍັງໄດ້ຍົກໃຫ້ເຫັນ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງສອງປະເທດ ລາວ-ຫວຽດນາມ ຊຶ່ງຍາມໃດກໍໄດ້ມີຄວາມໄວ້ເນື້ອເຊື່ອໃຈຕໍ່ກັນແລະກັນ ໃນລະດັບສູງສຸດ, ຄຽງບ່າຄຽງໄຫລ່ກັນ ໃນທຸກບາດກ້າວເດີນຂອງແຕ່ລະປະເທດ, ຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນທຸກຂົງເຂດ, ໃນທຸກເວທີ ພາກພື້ນ ກໍຄື ສາກົນ ເພື່ອພ້ອມກັນພັດທະນາ. ພ້ອມທັງຢືນຢັນວ່າ: ປະຊາຊົນຫວຽດນາມຈະເປັນເພື່ອນມິດ, ເປັນສະຫາຍອ້າຍນ້ອງທີ່ຮັກແພງແບບເລືອດເນື້ອເຊື້ອດຽວຕະຫຼອດໄປກັບປະຊາຊົນລາວ,ພ້ອມກັນມານະພະຍາຍາມ ເພື່ອພາລະ ກິດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ. ພ້ອມທັງອວຍພອນໃຫ້ທັງສອງປະເທດ ຫວຽດນາມ ແລະ ລາວ ໃນປີມະເມຍ 2026 ຈົ່ງສືບຕໍ່ຍາດ ໄດ້ຜົນສຳເລັດອັນໃໝ່ ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພ້ອມກັນກ້າວເດີນໄປຕາມຈຸດໝາຍ ສັງຄົມນິຍົມ. ອວຍ ພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດ ທະສາດ ຫວຽດນາມ-ລາວ ຈົ່ງຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ຕາງ ໜ້າໃຫ້ພັກ, ລັດ ແລະ ປະຊາ ຊົນລາວ ອວຍພອນໄຊອັນປະເສີດ ມາຍັງບັນດາສະຫາຍການນຳ ພັກ, ລັດ ຕະຫຼອດຮອດ ປະຊາຊົນຊາວ ຫວຽດນາມ ທີ່ດຳລົງຊີວິດ ຢູ່ ສປປ ລາວ ແລະ ສສ ຫວຽດນາມ ທັງໝົດ ຈົ່ງມີຄວາມຜາສຸກ,ມີພາລະນາໄມສົມບູນ ແລະ ປະສົບຜົນສຳ ເລັດໃນໜ້າທີ່ວຽກ ງານ ຂອງຕົນທຸກປະການ. ພ້ອມທັງຕີລາຄາສູງ ທີ່ເຫັນວ່າ ຕະຫລອດໄລຍະ 1 ປີຜ່ານມາ ປະຊາຊົນຫວຽດນາມອ້າຍນ້ອງ, ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍທາງດ້ານປະຫວັດສາດ ໂດຍສະເພາະ ໃນພາລະກິດແຫ່ງການສ້າງສາ ພັດທະນາປະເທດຊາດຂອງຕົນ ຕາມແນວທາງປ່ຽນ ແປງໃໝ່ ຢ່າງຮອບດ້ານ. ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ທີ່ສືບຕໍ່ມີບາດ ກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ພັດທະນາໃນທຸກຂົງ ເຂດ ໂດຍສະເພາະ ໃນປີ 2025 ມາຮອດ ແລະ ຢືນ ຢັນວ່າ: ພັກ,ລັດຖະບານ ແລະ ປະຊາຊົນລາວ ຈະຄຽງບ່າຄຽງໄຫລ່ກັບ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ດ້ວຍຄຸນນະພາບອັນໃໝ່ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດລາວ ແລະ ຫວຽດນາມ ແລະ ປະກອບສ່ວນອັນສຳຄັນ ເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ. ປຽບດັ່ງຄຳເວົ້າອຳມະຕະຂອງປະທານໄກສອນ ພົມວິຫານ ທີ່ກ່າວວ່າ: “ພູຜາ ອາດຈະເຊາະເຈື່ອນ, ແມ່ນ້ຳລຳເຊ ອາດຈະເຫືອດແຫ້ງ, ແຕ່ສາຍໃຈລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.

