ໃນວັນທີ 9 ກຸມພາ 2026, ພົທ ວັນທອງ ກອງມະນີ ຄະນະເລຂາທິການສຸນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພົຕ ສຸລິນະ ແກ້ວປະເສີດ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ ໄດ້ລົງຕິດຕາມຊຸກຍູ້ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ບັ້ນເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ຢູ່ແຂວງວຽງຈັນ, ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສຸນກາງພັກ ເລຂາຄະນະບໍລິ ຫານງານພັກ ແຂວງວຽງຈັນ,ມີບັນດາຫ້ອງວ່າການ, ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ກອງພົນທີ 1 ແລະ ພະນັກງານຫຼັກແຫຼ່ງຂອງແຂວງວຽງ ຈັນ ເຂົ້າຮ່ວມ ໂດຍທ່ານໄດ້ເນັ້ນໃຫ້ແຂວງວຽງຈັນ ສຸມໃສ 7 ໜ້າວຽກສຳຄັນ ເພື່ອຮັບປະກັນໃຫ້ບັ້ນເລືອກຕັ້ງມີຄວາມສະຫງົບ-ປອດໄພ.

ໃນໂອກາດນີ້, ພົທ ວັນທອງ ກອງມະນີ ໄດ້ຕາງໜ້າໃຫ້ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນໍາແຂວງ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເດັດດ່ຽວສູ້ຊົນຜ່ານຜ່າອຸປະສັກ ເພື່ອເຮັດໃຫ້ບັ້ນເລືອກຕັ້ງສະມາຊິກສະພາໃນຄັ້ງນີ້ ບັນລຸຄາດໝາຍສູ້ຊົນ ທີ່ຄະນະກໍາມະການເລືອກຕັ້ງລະ ດັບຊາດ ວາງອອກຄື: ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງມາປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ, ຖືກຕ້ອງຕາມລະບຽບການເລືອກຕັ້ງ, ຮັບປະການການປ່ອນບັດເລືອກຕັ້ງ ມີຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາ ຮ້ອຍສ່ວນຮ້ອຍ ແລະ ຮັບປະກັນຄວາມເປັນລະບຽບຮຽບ ຮ້ອຍ, ຄວາມສະຫງົບ-ປອດໄພຮອບດ້ານ, ຄະນະພັກ- ຄະ ນະບັນຊາແຕ່ລະຂັ້ນຕ້ອງໄດ້ສຸມໃສ່ 7 ວຽກງານດັ່ງນີ້:


1. ເຊີດຊູສະຕິລະວັງຕົວ, ສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ, ລັດ;
2. ປົກປັກຮັກສາໝາກຜົນຂອງການປະຕິວັດ ກໍາລັງພວກເຮົາຕ້ອງເປັນຫຼັກແຫຼ່ງ, ເປັນພາຫະນະອັນແຫຼມຄົມຂອງພັກ ໃນການນໍາພາທົ່ວປວງຊົນເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
3. ເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະຢູ່ແຕ່ລະຂັ້ນໃຫ້ແຂງແຮງ;
4. ສຸມໃສ່ຄຸ້ມຄອງກວດກາການນໍາໃຊ້ສື່ສັງຄົມອອນລາຍ ແລະ ສະພາບປະກົດການຫຍໍ້ທໍ້ອື່ນໆ ເພື່ອສາມາດແກ້ໄຂສະພາບໄດ້ທຸກກໍລະນີ;
5. ເອົາໃຈໃສ່ຕໍ່ກັບວຽກງານຄຸ້ມຄອງປົກປັກຮັກສາຊາຍແດນ;
6. ສຸມໃສ່ກໍ່ສ້າງກໍາລັງ ທີ່ນອນໃນຄວາມຮັບຜິດຊອບ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງສດ ແລະ ມີແບບແຜນກ້າວສູ່ຄວາມທັນສະໄໝ;
7. ເອົາໃຈໃສ່ປະສານສົມທົບກັນຢ່າງແໜ້ນແໜ້ນແຟ້ນ ລະຫວ່າງ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການນໍາຂອງພັກ, ຂອງຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍ່ຄື ຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຂັ້ນທ້ອງຖິ່ນ.


