ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາປະຫວັດມູນເຊື້ອແຫ່ງການເຕີມໃຫຍ່ຂະຫຍາຍຕົວຂອງກຳລັງຕຳຫຼວດຄຸມຂັງ-ດັດສ້າງ ຄົບຮອບ 62 ປີ (9 ກຸມພາ 1964-9 ກຸມພາ 2026) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງ ກະຊວງ ປກສ ຄົບຮອບ 60 ປີ (9 ມັງກອນ 1966-9 ມັງກອນ 2026), ໃນວັນທີ 9 ກຸມພາ 2026, ປາຖະກະຖາໂດຍ ພົຈວ ລັດສະໝີ ໄຊຍະຄຳ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ຫ້ອງການ, ພະແນກ, ຄ້າຍ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ໃນພິທີ, ພົຈວ ລັດສະໝີ ໄຊຍະຄຳ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ມູນເຊື້ອອັນສະຫງ່າຜ່າເຜີຍຂອງກົມຕຳຫຼວດຄຸມຂັງ-ດັດສ້າງ ທີ່ໄດ້ກຳເນີດຂຶ້ນໃນທ່າມ ກາງແປວໄຟສົງຄາມກູ້ຊາດ ໃນວັນທີ 9 ກຸມພາ 1964 ຢູ່ຖ້ຳກ້ອງ ບ້ານເອີນ ຕາແສງຊຽງລວງ ເມືອງວຽງໄຊ ແຂວງຫົວພັນ, ຕະຫຼອດໄລຍະ 62 ປີ ຜ່ານມາ, ກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ມີການປັບປຸງກົງຈັກການຈັດຕັ້ງຢ່າງຕໍ່ເນື່ອງ ເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນແຕ່ລະໄລຍະ, ຈາກກຳລັງຂະໜາດນ້ອຍທີ່ມີພະ ນັກງານພຽງ 8 ສະຫາຍ ໃນເລີ່ມຕົ້ນ, ໄດ້ເຕີບໃຫຍ່ຂະຫຍາຍຕົວຈົນມີກົງຈັກທີ່ເຂັ້ມແຂງໃນປັດຈຸບັນ ເຊິ່ງປະກອບມີ: 1 ຫ້ອງການກົມ, 8 ພະແນກວິຊາສະເພາະ, 9 ຄ້າຍຄຸມຂັງ-ດັດສ້າງ ທີ່ຂຶ້ນກັບກົມ, ກຳລັງຕຳຫຼວດຄຸມຂັງ-ດັດສ້າງ ໄດ້ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳ ກະຊວງ ປກສ ໃນການຄຸ້ມຄອງ, ປ້ອງກັນ, ສຶກສາອົບຮົມ ແລະ ດັດສ້າງຜູ້ຖືກຫາ ຫຼື ນັກໂທດ ໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ, ຜົນງານທີ່ສຳຄັນແມ່ນການຈັດຕັ້ງຝຶກວິຊາຊີບ ແລະ ການອອກແຮງງານເພີ່ມພູນຜະລິດຜົນ ເພື່ອໃຫ້ນັກໂທດສາມາດກຸ້ມຕົນເອງ ແລະ ມີວິຊາຊີບຕິດຕົວໄປປະກອບອາຊີບສຸຈະລິດພາຍຫຼັງພົ້ນໂທດ. ຫຼັງຈາກນັ້ນ, ພົຈວ ລັດສະໝີ ໄຊຍະຄຳ ກໍຍັງໄດ້ປາຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງ ກະຊວງ ປກສ ເພື່ອຍ້ອງຍໍສັນລະເສີນບົດບາດຂອງເອື້ອຍນ້ອງແມ່ຍິງໃນກຳລັງປ້ອງກັນຄວາມສະຫງົບ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຄຽງບ່າຄຽງໄຫຼ່ກັບເພດຊາຍ, ສ້າງຜົນງານອັນດີເດັ່ນໃນການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ທັງນີ້, ກໍເພື່ອສ້າງຄວາມຮັບຮູ້ໃຫ້ນາຍ ແລະ ພົນຕຳຫຼວດຮຸ່ນສືບທອດໄດ້ກຳແໜ້ນປະຫວັດສາດ ແລະ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກົມຕຳຫຼວດຄຸມຂັງ-ດັດສ້າງ, ປຸກລະດົມຈິດໃຈຮັກຊາດ, ຄວາມຮັບຜິດຊອບຕໍ່ໜ້າທີ່ ແລະ ຄວາມເປັນແບບຢ່າງອັນດີງາມຂອງພະນັກງານ, ນາຍ ແລະ ພົນຕຳຫຼວດ ໂດຍຖືເອົາມູນເຊື້ອຂອງຄົນຮຸ່ນກ່ອນເປັນເຂັມທິດເຍືອງທາງ ແລະ ເພື່ອເຊີດຊູບົດບາດແມ່ຍິງ ສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງ ກະຊວງ ປກສ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ເພີ່ມທະວີຄວາມສາມັກຄີພາຍໃນກຳລັງໃຫ້ແໜ້ນແກ່ນກວ່າເກົ່າ.
