ໃນຕອນເຊົ້າຂອງວັນທີ 9 ກຸມພາ 2026, ສະຫາຍ ພົນໂທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງວຽງຈັນ, ໃຫ້ການຕ້ອນຮັບໂດຍ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການເລືອກຕັ້ງແຂວງວຽງຈັນ ພ້ອມດ້ວຍຄະນະນຳຂອງແຂວງ.

ໃນໂອກາດນີ້, ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ຕາງໜ້າຄະນະພັກ, ຄະນະນຳຂອງແຂວງ ກ່າວຕ້ອນຮັບຄະນະລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະ ທີ່ໄດ້ສະຫຼະເວລາລົງມາຕິດຕາມຊຸກຍູ້ການເລືອກຕັ້ງຢູ່ແຂວງວຽງຈັນ ໂດຍສະເພາະຊຸກຍູ້ວຽກງານປ້ອງກັນ, ພ້ອມທັງລາຍງານຫຍໍ້ສະພາບລວມຂອງແຂວງ, ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ພາຍໃນແຂວງ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆ ພາຍໃນແຂວງ ໃຫ້ຄະນະໄດ້ຮັບຮູ້.
ສະຫາຍ ພົນໂທ ວັນທອງ ກອງມະນີ ໄດ້ສະແດງຄວາມຂອບໃຈຕໍ່ການນຳຂອງແຂວງທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ເນັ້ນບາງບັນຫາໃຫ້ເອົາໃຈໃສ່ໃນການກະກຽມການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເປັນຕົ້ນແມ່ນວຽກງານ ປກຊ-ປກສ ໃຫ້ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດ ເພື່ອຮັບປະກັນເຮັດໃຫ້ການເລືອກຕັ້ງຄັ້ງນີ້ມີຄວາມເປັນລະບຽບຮຽບຮ້ອຍ, ສັງຄົມມີຄວາມສະຫງົບປອດໄພ
