ໃນຕອນເຊົ້າວັນທີ 9 ກຸມພາ 2026, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປະກາດການນຳຂັ້ນສູງ ອອກພັກການ-ນັບອຸດໜູນບຳນານ ໂດຍໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ, ບັນດາທ່ານ ລັດຖະມົນຕີ ປະຈຳສຳນັກງານາຍົກລັດ ຖະ ມົນຕີ, ບັນດາທ່ານຮອງລັດຖະມົນຕີ,ຮອງຫົວໜ້າ ຫສນຍ, ບັນດາທ່ານ ຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າຫໍປະຊຸມແຫ່ງຊາດ, ຕາງໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດຂອງປະທານປະ ເທດ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງ ຄື: ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ ອອກພັກການ- ຮັບອຸດໝູນບຳນານ. ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດມອບບັນດານິຕິກຳດັ່ງກ່າວ ໃຫ້ແກ່ທ່ານ ຄຳເຈນ ວົງໂພສີ.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານ ການປະກອບສ່ວນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ການປະຕິບັດໜ້າທີ່ ທີ່ຖືກມອບໝາຍ ຂອງທ່ານ ຄຳເຈນ ວົງໂພສີ ໃນໄລຍະຜ່ານມາ ເຊິ່ງໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ພ້ອມກັບໝູ່ຄະນະເຮັດໃຫ້ວຽກ ງານທີ່ຖືກມອບໝາຍ ໃນແຕ່ລະໄລຍະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ພ້ອມທັງ ເຊື່ອໝັ້ນວ່າ ເມື່ອໄດ້ຮັບນະໂຍບາຍອອກພັກການ-ຮັບອຸດໜູນບຳນານແລ້ວ, ຍັງຈະສືບຕໍ່ປະກອບສ່ວນຊ່ວຍພັກ-ລັດ ດ້ວຍຮູບການຕ່າງໆ ຕາມຄວາມສາມາດຕົວຈິງຕື່ມອີກ. ພ້ອມດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມີຄໍາເຫັນເນັ້ນໜັກ ຕໍ່ຄະນະພັກ-ຄະນະນຳ ແລະ ພະນັກ ງານ-ລັດຖະກອນ ພາຍໃນ ຫສນຍ ຕື່ມບາງດ້ານ ເປັນຕົ້ນ ໃຫ້ພ້ອມກັນຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ສູງຂຶ້ນກວ່າເກົ່າ; ໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍຕ່າງໆຂອງພວກສັດຕູ ກໍ່ຄືກຸ່ມຄົນບໍ່ດີ; ສືບຕໍ່ເອົາໃຈໃສ່ການເປັນເສນາທິການຄົ້ນຄວ້າວຽກງານຕ່າງໆ ໃຫ້ທັນການ, ຖືກກັບຄວາມເປັນຈິງ, ສອດຄ່ອງກັບກົດໝາຍ, ລະ ບຽບການ ແລະ ນະໂຍບາຍຕ່າງໆ; ການບໍລິຫານຈັດການ ຕ້ອງຊັດເຈນ, ວ່ອງໄວ ແລະ ທັນການ; ພະນັກງານທຸກຄົນ ຕ້ອງມີນໍ້າໃຈຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ, ມີຄວາມຊື່ສັດບໍລິສຸດ, ກ້າຫານ ແລະ ກົງໄປກົງມາ ຕໍ່ຄໍາເຫັນທີ່ສະເໜີຕໍ່ຂັ້ນເທິງ, ທັງຮັບປະກັນ ຕໍ່ການຮັກສາຄວາມລັບ; ປະຕິບັດຫຼັກການເຮັດວຽກລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ ແລະ ມອບບຸກຄົນຮັບຜິດຊອບ ໃຫ້ຈະແຈ້ງ; ຕ້ອງມີຄວາມສາມັກຄີຮັກແພງ ເປັນຈິດໜຶ່ງໃຈດຽວກັນ, ມີຄວາມຢ່າງຈິງໃຈ ກ້າຕໍານິຕິຊົມເຊິ່ງກັນ ແລະ ກັນ; ຕ້ອງຖືເອົາການນໍາພາການເມືອງແນວຄິດ ເປັນບັນຫາສໍາຄັນ ຕິດພັນກັບການເອົາໃຈໃສ່ຄົ້ນຄວ້າ ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ-ລັດ ວາງອອກ ໃຫ້ເລິກເຊິ່ງ, ມີຄວາມເປັນເອກະ ພາບ; ການນໍາພາ-ຊີ້ນຳ ການບໍລິຫານ-ຄຸ້ມ ຄອງລັດ ຕ້ອງຜ່ານລະບົບປະຕູດຽວ ແຕ່ສູນກາງລົງຮອດທ້ອງຖິ່ນ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ການກໍ່ສ້າງບຸກຄາລະກອນ ໃຫ້ຈະແຈ້ງ ແລະ ສອດຄ່ອງກັບໜ້າວຽກຕົວຈິງ ໃນແຕ່ລະໄລຍະ, ທັງຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກ ງານ-ລັດຖະກອນ ດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ຕາມທິດກໍ່ສ້າງພະນັກງານສືບທອດປ່ຽນແທນ ແຕ່ລະໄລຍະ; ສືບຕໍ່ສັບຊ້ອນຈັດວາງ ພະ ນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ແທດເໝາະກັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ, ຜູ້ໜຶ່ງຕ້ອງເຮັດໄດ້ຫຼາຍວຽກ; ພ້ອມກັນສືບຕໍ່ປະຕິບັດໜ້າທີ່ການເມືອງທີ່ຖືກມອບໝາຍ ໃຫ້ມີຜົນງານໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ.

