ວັນທີ 4 ກຸມພາ 2026, ທີ່ກະຊວງປ້ອງກັນຄວາມສະ ຫງົບ, ທ່ານ ເຊີເກ ເຊັດສະກີ ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນຣັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ສະແດງຄວາມຍິນດີຕໍ່ ທ່ານ ພົນໂທ ວັນທອງ ກອງມະນີ ເລຂາທິການສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໃນໂອກາດທີ່ທ່ານໄດ້ຮັບການແຕ່ງ ຕັ້ງເປັນລັດຖະ ມົນຕີ ກະຊວງປ້ອງກັນຄວາມສະຫງົບ ຄົນໃໝ່.

ການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນຣັດເຊຍ ປະຈຳ ສປປ ລາວ ໄດ້ກ່າວສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ພົນໂທ ວັນທອງ ກອງມະນີ ທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຄົນໃໝ່ ເຊິ່ງເປັນໜ້າທີ່ທີ່ສໍາຄັນ. ພ້ອມດຽວກັນນັ້ນ, ທັງ ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາຢ່າງຍາວນານ ລະຫວ່າງ ສປປ ລາວ ແລະ ສະຫະພັນລັດເຊຍ ໂດຍສະເພາະແມ່ນການຮ່ວມມືໃນຂະແໜງວຽກງານປ້ອງກັນຄວາມສະຫງົບ ໃຫ້ມີຄວາມແໜ້ນແຟ້ນ ແລະ ໄດ້ຮັບການຂະຫຍາຍຕົວຂຶ້ນຕື່ມອີກໃນຕໍ່ໜ້າ.

ໂອກາດດັ່ງກ່າວນີ້, ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານ ເຊີເກ ເຊັດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນຣັດເຊຍ ປະຈຳ ສປປ ລາວ ພ້ອມຄະນະ ທີ່ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນດີງາມມາໃຫ້, ເຊິ່ງທັງສອງຝ່າຍ ຍັງໃຫ້ຄໍາໝັ້ນທີ່ຈະສືບຕໍ່ຮັດແໜ້ນຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະກັນ ໃນຕໍ່ໜ້າ ໂດຍສະເພາະ ທາງດ້ານວຽກງານປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ສັງຄົມ ມີຄວາມສະຫງົບ-ປອດໄພ.


