ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະດັບຊັ້ນ, ຊັບຊ້ອນໃຫ້ນາຍຕໍາຫຼວດທີ່ສໍາເລັດການສຶກສາລະດັບປະລິນຍາຕີຈາກຕ່າງປະເທດ ປະຈໍາປີ 2025 ໃນວັນທີ 21 ມັງກອນ 2026, ເປັນປະທານໂດຍ ພົຈວ ປອ ຫຸມພັນ ຜິວເຂັມພອນ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຫົວໜ້າ-ຮອງຫົວໜ້າກົມ, ຫ້ອງ, ແຂກຮັບເຊີນຈາກກົມໃຫຍ່ການເມືອງ, ກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ພະນັກງານຫຼັກແຫຼ່ງ, ວິຊາການ ຂອງກົມກໍ່ສ້າງກຳລັງ ພ້ອມດ້ວຍນາຍຕຳຫຼວດ ທີ່ສຳເລັດການສຶກສາມາຈາກ ສສ ຫວຽດນາມ ປະຈຳປີ 2025 ເຂົ້າຮ່ວມ.



ພັອ ຄອນສະຫວັນ ເຄນສຸວັນ ຮອງຫົວໜ້າກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ປກສ ກ່າວວ່າ: ນັກສຶກສາທີ່ສຳເລັດການສຶກສາລະດັບປະລິນຍາຕີມາຈາກ ສສ ຫວຽດນາມໃນປີ 2025 ນີ້ ມີທັງໝົດ 89 ສະ ຫາຍ ຍິງ 35 ສະຫາຍ ໄດ້ເຂົ້າຮຽນປະລິນຍາຕີ ສົກສຶກສາ 2021-2025 ຢູ່ 5 ສະຖານການສຶກສາ ຄື:ວິທະຍາຄານສັນຕິບານ, ຕຳຫຼວດ, ການເມືອງ, ມະຫາວິທະຍາໄລສະກັດກັ້ນ-ຕ້ານອັກຄີໄພ ແລະ ກູ້ຊີບ, ມະຫາວິທະຍາໄລເຕັກນິກ- ພະລາທິການ) ຊຶ່ງມີ 10 ຂະແໜງການຮຽນ; ຕະຫຼອດໄລຍະການສຶກສາຮໍ່າຮຽນຢູ່ຫວຽດນາມ ເຫັນໄດ້ວ່າ ນັກສຶກສາແຕ່ລະສະຫາຍ ແມ່ນມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ອຸດົມການສັງຄົມນິຍົມ. ນອກຈາກໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍແລ້ວ ຍັງໄດ້ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນບັນດາມະຕິ, ຄຳສັ່ງຂອງພັກ, ລະບຽບ, ກົດໝາຍຂອງລັດ, ຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ມູນເຊື້ອອັນດີງາມຂອງພັກ, ຂອງຊາດ ແລະ ຂອງກຳລັງປ້ອງກັນຄວາມສະຫງົບ; ນັບແຕ່ມື້ເລີ່ມຕົ້ນ ຈົນຮອດມື້ຈົບ ນັກສຶກສາແຕ່ລະຂະແໜງ ແມ່ນມີຄວາມເອົາໃຈໃສ່ຫ້າວຫັນເຂົ້າໃນການຄົ້ນຄວ້າ, ຮໍ່າຮຽນຖືເອົາການຮຽນເປັນໜ້າທີ່ສຳຄັນຕົ້ນຕໍ,ເປັນເຈົ້າການຊອກຮູ້ຮໍ່າຮຽນດ້ານພາສາ, ວິຊາສະເພາະກໍຄືຄວາມຮູ້, ຄວາມສາມາດ, ປະສົບການວຽກງານອື່ນໆ ທີ່ຕິດພັນກັບຂະແໜງການ ທີ່ຕົນເອງຮຽນ; ເອົາໃຈໃສ່ຮັບຟັງຄູອາຈານອະທິບາຍ ໃນເວລາຂຶ້ນຫ້ອງສິດສອນ.ນອກນີ້ ຍັງໄດ້ຄົ້ນຄວ້າຊອກຮູ້ຮໍ່າຮຽນດ້ວຍຕົນເອງ, ຮຽນນໍາຮຸ່ນອ້າຍ, ຮຸ່ນເອື້ອຍ ແລະ ໝູ່ເພື່ອນນັກສຶກສາລາວ ແລະ ຫວຽດນາມ ດ້ວຍກັນເພື່ອຍາດແຍ່ງເອົາຄວາມຮູ້, ຄວາມສາມາດ ສ້າງຕົນເອງໃຫ້ກາຍເປັນນັກສຶກສາທີ່ຮຽນດີ, ຮຽນເກັ່ງເຊິ່ງສະແດງອອກໃນແຕ່ລະປີການສອບເສັງສາມາດຍາດໄດ້ຄະແນນ 8,00 ຂຶ້ນໄປ ມີ 13 ສະຫາຍ ຍິງ 6 ສະຫາຍ ຈັດເປັນປະເພດເກັ່ງ ກວມ 14,60%; ຄະແນນສະເລ່ຍ 7,00 ຂຶ້ນໄປມີ 76 ສະຫາຍ ຍິງ 29 ສະຫາຍ ຈັດເປັນປະເພດດີກວມ 85,39%.


ນັກສຶກສາແຕ່ລະສະຫາຍ ໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີນໍ້າໃຈບຸກບືນ, ອົດທົນ, ເສຍສະຫຼະ, ດຸໝັ່ນຂະຫຍັນພຽນເຂົ້າໃນການຮໍ່າຮຽນ ເພື່ອສ້າງຕົນເອງ ໃຫ້ກາຍເປັນນັກສຶກສາທີ່ມີຄຸນສົມບັດດີ ເຊິ່ງສະແດງອອກສ້າງມະຫາຊົນກ້າວໜ້າຂະຫຍາຍເຂົ້າເປັນສະມາຊິກພັກ 21 ສະຫາຍ ຍິງ 9 ສະຫາຍ ກວມ 23,59%; ອີງຕາມຜົນການຝຶກຝົນຫຼໍ່ຫຼອມ ແລະ ການຮຽນຕົວຈິງ ມີຜູ້ໄດ້ຮັບການຍ້ອງຍໍຂັ້ນຕ່າງໆຄື: ຍ້ອງຍໍຂັ້ນກົມໃຫຍ່ການເມືອງ ປກສ 20 ສະຫາຍ ຍິງ 7 ສະຫາຍ ກວມ 22,47% ແລະ ຍັງໄດ້ຮັບການຍ້ອງຍໍຂັ້ນສະຖານທູດ, ຂັ້ນສະຖານການສຶກສາອີກຈໍານວນໜຶ່ງ.


ໃນພິທີ ພັອ ວິຊຽນ ຫານວິໄລ ຮອງຫົວໜ້າກົມພະນັກງານ ຜ່ານຂໍ້ຕົກລົງວ່າດ້ວຍການປະດັບຊັ້ນ , ຂໍ້ຕົກລົງຍ້ອງຍໍ ແລະ ຂໍ້ຕົກລົງຊັນຊ້ອນນາຍຕໍາຫຼວດທີ່ສໍາເລັດການສຶກສາລະດັບປະລິນຍາຕີຈາກຕ່າງປະເທດ ປະຈໍາປີ 2025, ໃນນີ້ ໄດ້ປະດັບຊັ້ນ ຮທ ຈໍານວນ 89 ສະຫາຍ ຍິງ 35 ສະຫາຍ ແລະ ໄດ້ຮັບການຍ້ອງຍໍຈາກກົມໃຫຍ່ການເມືອງ ປກສ ຈໍານວນ 20 ສະຫາຍ ຍິງ 7 ສະຫາຍ, ເປັນກຽດປະດັບຊັ້ນໂດຍ ພົຈວ ປອ ຫຸມພັນ ຜິວເຂັມພອນ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ.

