ວັນທີ 21 ມັງກອນ 2026,ວິທະຍາຄານການເມືອງປ້ອງ ກັນຄວາມສະຫງົບ ຈັດພິທີເຜີຍແຜ່ເອກະສານສຳຄັນໃຫ້ນາຍ ແລະ ພົນຕຳຫຼວດ, ເປັນປະທານໂດຍ ພົຈວ ປອ ສຸກນິລັນດອນ ກຸນລະວົງ ຫົວໜ້າອຳນວຍການວິທະຍາຄານການເມືອງ ປກສ, ມີຄະນະອຳນວຍການ, ຄະນະຫ້ອງ, ພາກວິຊາ,ພ້ອມດ້ວຍ ຄູ-ອາຈານ ແລະ ນັກສຶກສາ ເຂົ້າ ຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ມີ: ຄໍາສັ່ງນາຍົກລັດຖະມົນຕີວ່າດ້ວຍ ການເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂອາ ຊະຍາກຳທາງດ້ານອິນເຕີເນັດ, ການພະນັນອອນລາຍ ສະບັບເລກທີ 32/ນຍ,ລົງວັນທີ 12 ທັນວາ 2025 ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວໂດຍ ພັອ ປທ ຄຳແວ່ນ ສີຫາລາດ ຮອງຫົວໜ້າອຳນວຍການວິທະຍາຄານການເມືອງ ປກສ ເຊິ່ງທ່ານໃຫ້ຮູ້ວ່າ: ສະພາບການກໍ່ອາຊະຍາກຳທາງຄອມພິວເຕີ ແລະ ສະພາບການພະນັນອອນລາຍ ໃນຮູບແບບການສ່ຽງໂຊກ ທາງອອນລາຍ ທີ່ມີທ່າອ່ຽງຕິດພັນກັບການກໍ່ອາຊະຍາກຳ ຊຶ່ງປັດຈຸບັນນີ້ກໍາລັງມີທ່າອ່ຽງເພີ່ມຂຶ້ນ ຢູ່ ສປປ ລາວເຮົາ ສະພາບ ການດັ່ງກ່າວກໍ່ພວມມີທ່າອ່ຽງເພີ່ມຂຶ້ນຮຸນແຮງກວ່າເກົ່າ ຊຶ່ງມັນໄດ້ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຫຼາຍດ້ານ ເຊັ່ນ: ການກໍ່ອາຊະຍາກຳທາງອິນເຕີເນັດ ທີ່ເປັນການຕົວະຍົວະ, ຫຼອກລວງ, ການສໍ້ໂກງ, ການຟອກເງິນ, ຄ້າໂສເພນີ, ຄ້າມະນຸດ, ແຮງ ງານເຖື່ອນ ແລະ ອື່ນໆ ທີ່ເປັນໄພອັນຕະລາຍຕໍ່ສະຖຽນລະພາບຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍທາງດ້ານເສດຖະ ກິດ ແລະ ສັງຄົມ ສະນັ້ນ, ເພື່ອເປັນການເພີ່ມທະວີກວດກາ, ສະກັດກັ້ນ, ແກ້ໄຂ ແລະ ຕ້ານ ກໍ່ອາຊະ ຍາກຳໃນທຸກຮູບແບບ ຢ່າງເຂັ້ມງວດ ດ້ວຍການໂຄສະນາ, ສຶກ ສາອົບຮົມ ພະນັກງານ-ລັດຖະກອນ, ທະຫານ, ຕຳ ຫຼວດ, ປະຊາຊົນ, ຄົນຕ່າງປະ ເທດ,ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ຮັບຮູ້, ເຂົ້າ ໃຈຢ່າງເລິກເຊິ່ງ ແລະ ມີສະຕິລະວັງຕົວ ຕໍ່ກັບບັນຫາດັ່ງກ່າວ ທີ່ເປັນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມໃນປັດຈຸບັນເພື່ອບໍ່ໃຫ້ຕົກໃນສະພາບການລະເມີດກົດໝາຍ ແລະ ລະບຽບການ ຫຼື ຕົກເຂົ້າໃນກົນອຸບາຍ ຕົວະຍົວະ, ຫຼອກ ລວງ, ການສໍ້ໂກງ,ການຟອກເງິນ, ຄ້າໂສເພນີ, ຄ້າມະນຸດ, ແຮງງານເຖື່ອນ ແລະ ອື່ນໆ ທັງທາງກົງ ແລະ ທາງອ້ອມ ຂອງພວກກໍ່ອາຊະ ຍາກຳທາງລະບົບຄອມພິວເຕີ ພ້ອມທັງໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ.

ຈາກນັ້ນ, ກໍໄດ້ເຜີຍແຜ່ ຂໍ້ຕົກລົງວ່າດ້ວຍການສ້າງ, ປັບປຸງນິຕິກຳຂອງກະຊວງປ້ອງກັນຄວາມຫງົບ ສະບັບເລກທີ 3404/ປກສ, ລົງວັນທີ 28 ພະຈິກ 2025 ເຊິ່ງຂໍ້ຕົກລົງສະບັບນີ້ໄດ້ກຳນົດຫຼັກການ, ລະບຽບການ ແລະ ຂັ້ນຕອນກ່ຽວກັບການສ້າງ ແລະ ປັບປຸງນິຕິກຳທີ່ຢູ່ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃນການຜັນຂະຫຍາຍກົດໝາຍວ່າດ້ວຍການສ້າງນິຕິກຳ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຂອງທຸກກົມກອງເຫຼົ່າວິຊາສະເພາະໃນກໍາລັງປ້ອງກັນຄວາມສະຫງົບທົ່ວປະ ເທດໃນການສ້າງ ແລະ ປັບປຸງນິຕິກຳຮັບໃຊ້ວຽກງານວິຊາສະເພາະຂອງຕົນ ໃຫ້ມີປະສິດທິພາບ, ປະສິດທິຜົນ, ລວມສູນຢ່າງເປັນລະບົບ ແລະ ມີຄວາມເປັນເອກະ ພາບ ທັງຮັບປະກັນໃຫ້ເນື້ອໃນຂອງນິຕິກຳມີຄຸນນະພາບ, ຄົບຖ້ວນ, ຮັດກຸມ, ເຂົ້າໃຈງ່າຍ ແລະ ສາມາດຈັດຕັ້ງປະຕິບັດໄດ້, ສອດຄ່ອງກັບສະພາບຄວາມເປັນຈິງຂອງເຫຼົ່າວິຊາສະເພາະໃນກໍາລັງປ້ອງກັນຄວາມສະຫງົບ, ແຜນພັດທະນາເສດຖະກິດ-ສັງຄົມ ແນໃສ່ເຮັດໃຫ້ທຸກເຫຼົ່າວິຊາສະເພາະໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ຫັນການ ຊີ້ນໍາ-ບັນຊາ, ຄຸ້ມຄອງ, ຕິດຕາມ-ກວດກາກຳລັງ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະໃນການເຮັດໜ້າທີ່ປ້ອງກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃຫ້ເຂົ້າສູ່ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດເທື່ອລະກ້າວ.

