ກະຊວງປ້ອງກັນປະເທດ (ປກຊ) ຫວນຄືນມູນເຊື້ອວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/01/ 1949-20/01/2026) ໃນວັນທີ 21 ມັງກອນ 2026 ໃຫ້ກຽດປາຖະກະ ຖາໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ມີ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງ ປກຊ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະນໍາ-ຄະນະບັນຊາ, ພະນັກງານຫລັກແຫລ່ງກ່ຽວ ຂ້ອງເຂົ້າຮ່ວມຮັບຟັງ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນການກຳເນີດຂອງກອງ ທັບປະຊາຊົນລາວ ໄດ້ຫວນຄືນເຖິງມູນເຊື້ອແຫ່ງ ການກຳເນີດເຕີບໃຫຍ່ຂະ ຫຍາຍຕົວ ຂອງກອງທັບປະຊາຊົນລາວ ໂດຍສະເພາະໄລຍະການຕໍ່ສູ້ກູ້ຊາດ ຕ້ານການຮຸກຮານຂອງຈັກກະພັດ ລ່າເມືອງຂຶ້ນແບບເກົ່າ, ແບບໃໝ່ ແລະ ການປະຕິບັດສອງໜ້າທີ່ຍຸດທະສາດອັນສຳຄັນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຄວາມໝາຍ-ຄວາມສໍາຄັນຂອງການສ້າງຕັ້ງກອງທັບປະຊາຊົນລາວ ຊຶ່ງເປັນເຫດການປະຫວັດສາດໜຶ່ງທີ່ສໍາຄັນ ແລະ ເປັນບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍ ຕົວຂອງການປະຕິວັດ ແມ່ນບາດ ກ້າວການເຕີບໃຫຍ່ເຂັ້ມແຂງ ຂອງກໍາລັງປະກອບອາວຸດປະຕິວັດ, ເປັນກຳລັງຫລັກແຫລ່ງໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ຄວາມຢູ່ເຢັນເປັນສຸກ ຂອງປະຊາຊົນລາວບັນດາເຜົ່າ. ໃນໄລຍະສ້າງຕັ້ງຂຶ້ນໃໝ່ແມ່ນຊື່ວ່າ ກອງລາດຊະວົງ ຕໍ່ມາແມ່ນກອງທັບລາວອິດສະຫລະ. ຈາກນັ້ນ, ກໍໄດ້ປ່ຽນຊື່ມາເປັນກອງທັບປົດປ່ອຍປະ ຊາຊົນລາວ ແລະ ປັດຈຸບັນແມ່ນກອງທັບປະຊາຊົນລາວ.

ພ້ອມນັ້ນ, ສະຫຍາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ເນັ້ນໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອຮັກຊາດ, ຂອງກອງ ທັບປະຊາຊົນລາວ ຮູ້ຈໍາແນກມິດສັດຕູ, ຍົກສູງນໍ້າໃຈຮັກ ຊາດ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກໃຫ້ສູງຂຶ້ນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດ ຂອງປະເທດຊາດດ້ວຍຄວາມບໍລິສຸດໃຈ.


