ວັນທີ 19 ມັງກອນ 2026, ພົຈວ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ຫົວ ໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມດ້ວຍຄະນະນຳກະຊວງ ປກສ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ຄະນະນໍາກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ໃຫ້ການຕ້ອນຮັບໂດຍ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມຄະນະ.

ໂອກາດນີ້, ພົຈວ ຄອນສະຫວັນ ສົມພາໄຊ ໄດ້ຕາງໜ້າໃຫ້ຄະນະນຳກະຊວງ, ນາຍ ແລະ ພົນຕໍາຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ທົ່ວກອງທັບຍາດມາໄດ້ ໃນໄລຍະຜ່ານມາ ແລະ ອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະນຳກະຊວງປ້ອງກັນປະເທດ ຕະຫຼອດຮອດນາຍ ແລະ ພົນທະຫານ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ພັກ-ລັດ, ປະຊາຊົນມອບໝາຍໃຫ້ ແລະ ເພີ່ມທະວີສາຍພົວພັນຄວາມສາມັກຄີຮັກແພງ ລະຫວ່າງ ສອງກຳລັງ ປກຊ-ປກສ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ຕາງໜ້າຄະນະນໍາກະຊວງປ້ອງກັນປະເທດ ກ່າວສະແດງຄວາມຂອບໃຈທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ເຊິ່ງນັບແຕ່ປະເທດຊາດກ້າວເຂົ້າສູ່ລະບອບໃໝ່ ກອງທັບກໍໄດ້ເປັນກຳລັງຫຼັກແຫຼ່ງໃນການຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ເຊິ່ງເປັນໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າ ທີ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າມອບໝາຍໃຫ້.
ເວລາໃດກອງທັບກໍຖືສຳຄັນ ແລະ ຕັ້ງໜ້າປະຕິບັດພາລະກິດຂອງຕົນສຳເລັດເປັນກ້າວໆ ສາມາດສ້າງໄດ້ບັນດາຜົນງານອັນໃຫຍ່ຫຼວງ ພ້ອມກັບປະຊາຊົນລາວບັນດາເຜົ່າ ໃນການປົກປັກຮັກສາໝາກຜົນຂອງການປະຕິວັດໄດ້ຢ່າງໝັ້ນຄົງ, ປະກອບສ່ວນສ້າງສາພັດທະນາປະເທດຊາດ ເຮັດໃຫ້ເສດຖະກິດ ແລະ ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າດີຂຶ້ນ, ປະເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽນຮຽບຮ້ອຍໂດຍພື້ນຖານຕະຫຼອດມາ.
