ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ( ກົມ 509 ) ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ໃນວັນທີ 9 ມັງກອນ 2026,ເປັນປະ ທານ ແລະ ປະດັບ ຊັ້ນໂດຍ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະກົມ, ສູນຂໍ້ມູນພົນລະເມືອງ,ພະແນກ ອ້ອມຂ້າງກົມ ພ້ອມດ້ວຍ ນາຍ ແລະ ພົນຕໍາຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ໃນພິທີ, ພັອ ນາງເຂັມຄໍາ ໄຊຍະເພັດ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງຂອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 3713, 3714, ແລະ 3715/ປກສ, ລົງວັນທີ 29 ທັນວາ 2025 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດກົມຄຸ້ມຄອງສຳມະ ໂນຄົວ ແລະ ກໍ່ສ້າງຮາກຖານ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ສະບັບເລກທີ 6366/ ກມປສ,ລົງວັນທີ 25 ທັນວາ 2025 ວ່າດ້ວຍການເລື່ອນຊັ້ນໃຫ້ ນາຍ ແລະ ພົນຕໍາຫຼວດກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ໃນນີ້, ເລື່ອນຊັ້ນ ພັນຕີ ຂື້ນເປັນຊັ້ນ ພັນໂທ 2 ສະຫາຍ, ຮ້ອຍເອກ ຂຶ້ນເປັນຊັ້ນ ພັນຕີ ຈໍານວນ 9 ສະຫາຍ ຍິງ 1 ສະຫາຍ, ຮ້ອຍໂທ ຂຶ້ນເປັນຊັ້ນ ຮ້ອຍເອກ 46 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນເປັນ ຮ້ອຍໂທ 3 ສະຫາຍ ຍິງ 2 ສະ ຫາຍ, ເລື່ອນຊັ້ນວາທີ ຂຶ້ນເປັນຊັ້ນ ຮ້ອຍຕີ 1 ສະຫາຍ ຍິງ 1 ສະຫາຍ.



ໂອກາດດັ່ງກ່າວ, ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນ ໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ຄັ້ງນີ້ ຈົ່ງພ້ອມເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນ ເອງໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນ, ສຸມໃສ່ປະຕິ ບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງມີຜົນສຳເລັດ, ມີແບບແຜນວິທະ ຍາສາດທີ່ກ້າວໜ້າ ສອດຄ່ອງກັບສະພາບການຕົວຈິງ ພ້ອມກັນເຮັດສຳເລັດໜ້າທີ່ຕາມທີ່ ພັກ-ລັດ ການຈັດຕັ້ງ ແລະ ປະຊາຊົນມອບໜາຍໃຫ້ ພ້ອມທັງເອົາໃຈໃສ່ ສືບຕໍ່ຮຽນຮູ້ວຽກງານອັນໃໝ່ ໃຫ້ວ່ອງໄວ ທັນສະໄໝ ມີບາດກ້າວພັດທະນາດີຂຶ້ນເລື້ອຍໆ.

