ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈັດຂຶ້ນໃນວັນທີ 9 ມັງກອນ 2026 ໂດຍມີ ສະ ຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ບັນດາສະຫາຍກໍາມະການກົມການເມືອງສູກາງພັກ, ຄະ ນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ ສົມ ບູນ ແລະ ສໍາຮອງ,ສະຫາຍການນໍາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ການນໍານະ ຄອນຫຼວງວຽງຈັນ, ການນໍາບັນດາແຂວງໃນຂອບເຂດທົ່ວປະເທດ ທີ່ຮັບຊົມຜ່ານທາງຖ່າຍທອດ.

ໃນພິທີ, ສະຫາຍ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ປະທານສະພາປະຊາ ຊົນ ນະຄອນຫຼວງວຽງຈັນ ໄດ້ກ່າວປາໃສໃນພິທີໂຮມຊຸມນຸມ ຄັ້ງນີ້ ວ່າ: ມື້ນີ້, ອົງຄະນະພັກ, ອົງການປົກຄອງ ແລະ ຊາວນະຄອນຫຼວງວຽງຈັນ ໄດ້ຕາງໜ້າປະຊາຊົນລາວໃນທົ່ວປະເທດ ມີຄວາມພາກພູມ ໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ຮັບກຽດ ຕາງໜ້າການນໍາພັກ-ລັດ ຂັ້ນສູນກາງ ແລະ ການນໍາພັກ-ລັດ ຂັ້ນທ້ອງຖິ່ນ ເປັນເຈົ້າພາບຈັດງານໂຮມຊຸມນຸມໃຫຍ່ ເພື່ອຊົມເຊີຍຜົນສໍາເລັດອັນສະຫງ່າງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເຊິ່ງເປັນຜູ້ຈັດຕັ້ງນໍາພາທຸກໄຊຊະນະຂອງການປະຕິວັດລາວ ຖືໂອກາດນີ້ ພວກເຮົາພ້ອມກັນຂໍ່ານັບຊົມເຊີຍຜົນສໍາເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງສຸດອົກສຸດໃຈ. ໃນພິທີອັນມີຄວາມໝາຍນີ້, ພວກເຮົາສະແດງຄວາມອາໄລຮັກ ແລະ ຄວາມຮູ້ບຸນຄຸນຢ່າງໃຫຍ່ຫຼວງ ເຖິງປະ ທານ ໄກສອນ ພົມວິ ຫານ ຜູ້ນໍາທີ່ເຄົາລົບຮັກ, ຜູ້ນໍາພາກໍ່ຕັ້ງ ແລະ ນໍາພາພັກເຮົາ ເຮັດສໍາເລັດພາລະກິດປະຫວັດສາດ ປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ແລະ ນໍາພາລິ ເລີ່ມພາລະ ກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກ ການຢູ່ປະເທດເຮົາ, ພວກເຮົາຂໍຈົດຈໍາຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງເພິ່ນ ແລະ ຂອງບັນດາທ່ານຜູ້ນໍາພັກ-ລັດ, ຕະຫຼອດເຖິງບັນດາສະຫາຍພະນັກ ງານ, ສະມາຊິກພັກ,ນັກຮົບ ແລະ ປະ ຊາຊົນລາວ ຜູ້ທີ່ເສຍສະຫຼະຊີວິດ ເພື່ອພາລະກິດປະຕິວັດເມື່ອກ່ອນ ກໍຄື ເພື່ອພາລະ ກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ.


ກອງປະຊຸມໃຫຍ່ຜູ້ແທນຂອງພວກເຮົາທຸກສະໄໝ ລ້ວນແຕ່ມີຄວາມໝາຍສໍາຄັນ ເປັນເຫດການການເມືອງຂອງປະເທດເຮົາ; ສໍາລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XII ຂອງພັກ ຄັ້ງນີ້ ກໍແມ່ນເຫດການ ການເມືອງໜຶ່ງທີ່ສຳຄັນ ໃນຂະ ບວນວິວັດແຫ່ງການກຳເນີດ, ເຕີບໃຫຍ່ ແລະ ຂະຫຍາຍຕົວຂອງພັກເຮົາ ຕະຫຼອດໄລຍະ 70 ປີຜ່ານມາ, ທັງຍັງເປັນບາດລ້ຽວສໍາຄັນແຫ່ງການກ້າວເດີນຂອງປະເທດ ຊາດ ແລະ ປະຊາຊົົນລາວເຮົາໃນໄລຍະໃໝ່. ເຊິ່ງໃນສັບປະດານີ້ ພວກເຮົາກໍໄດ້ຕິດ ຕາມວາລະດໍາເນີນກອງປະຊຸມໃຫຍ່ຢ່າງລະອຽດແລ້ວ. ໂອກາດນີ້ຂ້າພະເຈົ້າຂໍແຈ້ງ ແລະ ແນະນໍາໃຫ້ງານໂຮມຊຸມນຸມໃຫຍ່, ຊາວນະຄອນຫຼວງວຽງຈັນ ແລະ ພີ່ນ້ອງຮ່ວມຊາດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຮັບຊາບຕື່ມບາງຈິິດໃຈສໍາຄັນຂອງກອງປະຊຸມໃຫຍ່ ຄັ້ງທີ XII ດັ່ງນີ້:

1. ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງ ສະບັບທີ 3 ຂອງພັກ 11 ຂໍ້,
2. ກອງປະຊຸມໃຫຍ່ ໄດ້ຕີລາຄາຢ່າງພາວະວິໄສ ເຖິງໝາກຜົນແຫ່ງການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີຜ່ານມາ ທີ່ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ, ເສດຖະກິດມະຫາພາກມີສະຖຽນລະພາບ, ສາມາດຄວບຄຸມໄດ້ໄພເງິນເຟີ້, ການດຸ່ນດ່ຽງທາງດ້ານເສດຖະກິດຟື້ນຕົວ ແລະ ມີພື້ນຖານດີຂຶ້ນ, ບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂ ແລະ ຜ່ອນຄາຍລົງເທື່ອລະກ້າວ,

3. ກອງປະຊຸມໃຫຍ່ ໄດ້ເປັນເອກະພາບສູງ ຮັບຮອງເອົາການ 7 ບົດຮຽນແຫ່ງການນໍາພາ ແລະ ພຶດຕິກໍາຂອງພັກເຮົາ ໄລຍະ 5 ປີຜ່ານມາກໍຄື 40 ປີ ແຫ່ງການປ່ຽນແປງໃໝ່ ເພື່ອເປັນບ່ອນອີງສໍາຄັນໃຫ້ແກ່ການສືບຕໍ່ເສີມຂະຫຍາຍຢ່າງປະດິດສ້າງ ແລະ ເລິກເຊິ່ງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ,
4. ກອງປະຊຸມໃຫຍ່ ໄດ້ຢືນຢັນດ້ວຍຄວາມຕັດສິນໃຈສູງ ທີ່ຈະສືບຕໍ່ພາປະເທດຊາດ ກ້າວຂຶ້ນສູ່ຄວາມຈະເລີນວັັດທະນາ ພາຍໃຕ້ຄໍາຂວັນ“ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ.

5. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເຊິ່ງປະກອບດ້ວຍກໍາມະການສົມບູນ ຈໍານວນ 73 ສະຫາຍ, ຍິງ 12 ສະຫາຍ ແລະ ກໍາມະການສໍາຮອງ ຈໍານວນ 15 ສະຫາຍ, ຍິງ 2 ສະຫາຍ, ກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ, ຍິງ 1 ສະຫາຍ; ຄະນະເລຂາທິການສູນກາງພັກ 11 ຈໍານວນ ສະຫາຍ ຍິງ 4 ສະຫາຍ; ກອງປະຊຸມ ໄດ້ເປັນເອກະພາບສູງ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເພື່ອເປັນແກ່ນສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃຫ້ມີຜົນສໍາເລັດຕົວຈິງ.


ຊາວນະຄອນຫຼວງວຽງຈັັນ ແລະ ປະຊາຊົນລາວບັນ ດາເຜົ່າທົ່ວປະເທດ ມີຄວາມເຊື່ອໝັ້ນ ຢ່າງໜັກແໜ້ນ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກ ໂດຍມີ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກ ເປັນແກນນໍາ ເປັນຜູ້ນໍາໜ້າພາທາງ ສືບຕໍ່ສ້າງບາດກ້າວບຸກທະລຸ ແລະ ນະໂຍບາຍ 3 ເປີດ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ໄດ້ຮັບຜົນ ສຳເລັດ ທີ່ໃຫຍ່ຫຼວງກວ່າເກົ່າ; ສຸມໃສ່ຈັດຕັ້ງປະຕິບັດຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະ ກິດເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ພວກເຮົາສະມາຊິກພັກ, ພະນັກ ງານ ແລະ ປະຊາຊົນລາວບັນດາເຜົ່າ ທົ່ວປະເທດ, ຕ້ອງໄດ້ຕັ້ງໜ້າອອກແຮງ ແລະ ຖືເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເປັນເຂັມທິດເຍືອງທາງ ເພື່ອເຊື່ອມສານກັບມະຕິກອງປະຊຸມໃຫຍ່ ຂອງບັນດາກະຊວງ, ອົງການທຽບເທົ່າ ຂັ້ນສູນກາງ ແລະ ມະຕິກອງປະຊຸມໃຫຍ່ ອົງຄະນະພັກນະຄອນຫຼວງວຽງຈັນ, ມະຕິກອງປະຊຸມໃຫຍ່ຂອງອົງ ຄະນະພັກແຂວງ ຍູ້ແຮງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໃນໄລຍະໃໝ່ ໃຫ້ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກ້າວຂື້ນ, ກ້າວຂຶ້ນ, ກ້າວຂື້ນຢ່າງແຂງແຮງ ແລະ ບໍ່ຢຸດຢັ້ງ.

ໃນພິທີ, ຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ທີ່ມີຄວາມສວຍສົດງົດງາມ ເຊິ່ງສະແດງຜ່ານບົດເພງ, ບົດຟ້ອນ ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
