ທ່ານ ພົອ ວິໄລ ຫຼ້າຄໍາຟອງ ລາຍງານໃຫ້ຮູ້ວ່າ: ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບມອບໝາຍຈາກ ລັດຖະບານ ໃຫ້ເປັນໃຈກາງ ໃນການຈັດຕັັ້ງປະຕິບັດ, ການປະສານງານ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະປີ 2021-2025 ເຊິ່ງຜ່ານການຈັດຕັັ້ງປະຕິບັດ ສາມາດສັງລວມໄດ້ຜົນງານຫຼາຍດ້ານ, ພົ້ນເດັ່ນແມ່ນດ້ານການສະກັດກັັ້ນ ແລະ ຕ້ານຢາເສບຕິດ ຄະນະພັກ-ຄະນະນຳກະຊວງປ້ອງກັນຄວາມ ໄດ້ຊີ້ນໍາຢ່າງໃກ້ສິດໃນການຈັດຕັັ້ງປະຕິບັດຮອບດ້ານ ວຽກງານແກ້ໄຂບັນຫາຢາເສບຕິດ ມີຜົນສໍາເລັດເປັນຢ່າງດີ, ສະແດງໃຫ້ເຫັນຕົວເລກຄະດີຢາເສບຕິດ ທີິ່ໄດ້ແກ້ໄຂໃນທົ່ວປະເທດ ສາມາດມ້າງຄະດີໄດ້ທັງໝົດ 21.003 ເລື່ອງ, ຈັບຜູ້ຖືກຫາ 31.289 ຄົນ, ຍິງ 3.254 ຄົນ, ຕ່າງປະເທດ 938 ຄົນ, ຍິງ 85 ຄົນ ແລະ ຢຶດຂອງກາງຢາເສບຕິດ ປະເພດ ເຮໂຣອິນ ໄດ້ 1.852 ກິໂລກຼາມ, ຢາບ້າ 69.261 ກິໂລກຼາມ, ຢາຝິ່ນ 574 ກິໂລກຼາມ, ຢາໄອສ໌ 17.386 ກິໂລກຼາມ , ຄັນຊາ 27.626 ກິໂລກຼາມ, ເຄຕາມິນ 7.972 ກິໂລກຼາມ, ໂຄເຄນ 4 ກິໂລກຼາມ, ຢາອີ 16.519 ເມັດ ກັບ 92 ກິໂລກຼາມ, ແປ້ງຝຸູ່ນປະສົມຢາເສບຕິດ 103.348 ກິໂລກຼາມ, ຄາເຟອິນ 168 ກຼາມ; ນໍ້າຢາສານເຄມີ 10 ກິໂລກຼາມ, 101 ຖັງ ກັບ 905 ຕຸກ, ນໍ້າກົດ 9.400 ລິດ, ພາຫະນະລົດໃຫຍ 649 ຄັນ, ລົດຈັກ 3.377 ຄັນ ແລະ ເຮືອ 5 ລໍາ.


