ວັນທີ 12 ພະຈິກ 2025 ນີ້, ຢູ່ທີ່ຫ້ອງປະຊຸມເບີ 01 ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ, ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ທົ່ວຄະນະພັກ ປກສ ແຂວງ ຢ່າງເປັນທາງການ, ໂດຍການເປັນປະທານ ຂອງສະຫາຍ ພົຈວ ກົງຈັນ ໄຊປັນຍາ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ຄະນະຊຸກຍູ້ກອງປະຊຸມຂັ້ນແຂວງ, ບັນດາຄະນະພັກຮາກຖານ, ຄະນະໜ່ວຍ ທີ່ຂື້ນກັບຄະນະພັກກອງບັນຊາ ການ ປກສ ແຂວງ ເຂົ້າຮ່ວມ.

ໂດຍປະຕິບັດຕາມແຜນ ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ສຳເລັດຕາມຈຸດປະສົງລະດັບຄາດ ໝາຍ; ທີ່ປະຊຸມ ຄະນະພັກກອງບັນຊາການ ປກສ ແຂວງ ໄດ້ພັດປ່ຽນກັນຂື້ນເຜີຍແຜ່ເຊື່ອມຊືມເອກະສານ ຄຳສັ່ງ ຂອງກົມການເມືອງ ສູນກາງພັກ ເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ; ຄຳສັ່ງ ຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ ຂບຊ, ລົງວັນທີ 23 ກໍລະກົດ 2018 ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ວ່າດ້ວຍການເພີ່ມທະວີກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ພາຍຫຼັງ ເຊື່ອມຊືມບັນດາເອກະສານ ຄະນະພັກ, ສະມາຊິກພັກ ຈະໄດ້ພ້ອມກັນຂຽນໃບສໍາຫຼວດກວດກາຕີລາຄາຕົນເອງ, ຕີລາຄາໝູ່ຄະນະ ພ້ອມທັງຈັດແບ່ງປະເພດຕົນ ເອງ, ໝູ່ຄະນະ ແລະ ຈັດແບ່ງປະເພດໜ່ວຍພັກ ໃຫ້ຖືກຕ້ອງ, ພາວະວິໄສ ໂດຍອິງໃສ່ 05 ເນື້ອໃນ ຂອງພັກວາງອອກຢ່າງເຂັ້ມງວດ. ໂອກາດດັ່ງກ່າວ ຍັງໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເລກທີ 6322/ປກສ.ບຊ ລົງວັນທີ 07 ພະຈິກ 2025 ວ່າດ້ວຍການສ້າງກົງຈັກການຈັດຕັ້ງ ໂຮງໝໍ 25 ຕຽງ ທີ່ຂື້ນກັບກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໃນນັ້ນໄດ້ຕົກລົງແຕ່ງຕັ້ງ ຄະນະອໍານວຍການ, ບັນດາໜ່ວຍງານ ທີ່ຂື້ນກັບໂຮງໝໍດັ່ງກ່າວ. ຜ່ານຂໍ້ຕົກລົງ ວ່າດ້ວຍການດັດແກ້ຊັ້ນ ໃຫ້ພົນຕໍາຫຼວດກອງບັນຊາການ ປກສ ແຂວງບໍລິຄໍາໄຊ ທີ່ຜ່ານການບໍາລຸງ ແລະ ຮຽນວິຊາສະເພາະກຳລັງປ້ອງກັນຄວາມສະຫງົບຊັ້ນຕົ້ນ ໃນນັ້ນໄດ້ຕົກລົງ ດັດແກ້ຊັ້ນ ສິບໂທ ຂື້ນເປັນຂັ້ນ ຮ້ອຍຕີ ຈໍານວນ 14 ສະຫາຍ, ຍິງ 05 ສະຫາຍ; ຊັ້ນ ສິບໂທ ຂື້ນເປັນ ວາທີຮ້ອຍຕີ 03 ສະຫາຍ; ໂອກາດດຽວກັນ ຍັງໄດ້ປະກາດວິໄນ ຕໍ່ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ເຮັດຜິດຕໍ່ກົດໝາຍຂອງກໍາລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ; ໃນນັ້ນ ໄດ້ປະກາດວິໄນໄລ່ອອກຈາກກຳລັງປ້ອງກັນຄວາມສະຫງົບ ຈໍານວນ 02 ສະຫາຍ, ຍິງ 01 ສະຫາຍ.

ຕອນທ້າຍ ຄະນະຊຸກຍູ້ກອງປະຊຸມຂັ້ນແຂວງ ກໍ່ໄດ້ຂື້ນປະກອບຄໍາຄິດຄໍາເຫັນ ເຊີ່ງໄດ້ແນະນໍາເພີ່ມເຕີມກ່ຽວກັບບາດກ້າວ, ຂັ້ນຕອນ ສິ່ງທີ່ຄວນເອົາໃຈໃສ່ ໃນການຈັດແບ່ງປະເພດສະມາຊິກພັກ, ໜ່ວຍພັກ ເພື່ອເຮັດໃຫ້ການດໍາເນີນກວດກາ, ຕີລາຄາ ຈັດແບ່ງປະເພດສະມາຊິກພັກ, ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2025 ທົ່ວຄະນະພັກກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ດໍາເນີນໄປຢ່າງຖືກຕ້ອງ ແລະ ສໍາເລັດຕາມລະດັດຄາດໝາຍທີ່ວາງໄວ້.


