ຫ້ອງວ່າການກະຊວງ ປກສ ໄດ້ຈັດພິທີປະກາດຍົກຍ້າຍ-ແຕ່ງຕັ້ງນາຍຕໍາຫຼວດ ໃນວັນທີ 6 ພະຈິກ 2025 ເປັນປະທານໂດຍ ພົຈວ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງ ພ້ອມດ້ວຍນາຍຕໍາຫຼວດທີ່ປະກາດຍົກຍ້າຍ-ແຕ່ງຕັ້ງ ເຂົ້າຮ່ວມ.


ໃນພິທີ, ພັອ ສະໝານ ດວງປັນຍາ ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຍົກຍ້າຍ-ແຕ່ງຕັ້ງ ນາຍຕໍາຫຼວດທີ່ຂຶ້ນກັບຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ. ໃນນີ້, ໄດ້ຍົກຍ້າຍ ພັອ ເອກສະຫວ່າງ ໄຊຍະຕິ ຈາກກົມເລຂາ ຫ້ອງວ່າການກະຊວງ ປກສ ໄປຮັບໜ້າທີ່ໃໝ່ ຢູ່ກົມໃຫຍ່ຕໍາຫຼວດ; ແຕ່ງຕັ້ງ ພັທ ແກ້ວວິໄລ ວໍລະສານ ແລະ ພັທ ວິລະໄຊ ສີສຸພາກອນ ເປັນຮອງກົມເລຂາ ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ; ຜ່ານຂໍ້ຕົກລົງຫ້ອງວ່າການກະຊວງ ປກສ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດເປັນຫົວໜ້າພະແນກ, ຮອງຫົວໜ້າພະແນກ ຢູ່ບັນດາກົມ, ຫ້ອງ ທີ່ຂຶ້ນກັບຫ້ອງວ່າການກະຊວງ ປກສ ຈໍານວນ 32 ສະຫາຍ ຍິງ 13 ສະຫາຍ ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ໂອກາດນີ້, ພົຈວ ອານຸເດດ ຄູນຄໍາ ໄດ້ໂອ້ລົມຕໍ່ພິທີວ່າການປະກາດຍົກຍ້າຍ-ແຕ່ງຕັ້ງດັ່ງກ່າວນີ້ແມ່ນບາດກ້າວໜຶ່ງຂອງບັນດາສະຫາຍທີ່ຖືກຍົກຍ້າຍ-ແຕ່ງຕັ້ງ, ແມ່ນການເຊື່ອໝັ້ນໄວ້ວາງໃຈຂອງຂັ້ນເທິງ ແລະ ການມອບໝາຍໜ້າທີ່ອັນໃໝ່ ແລະ ຈະຕ້ອງໄດ້ຮັບຜິດຊອບຢ່າງໜັກໜ່ວງໃນຕໍ່ໜ້າຮ່ວມກັບໝູ່ຄະນະ, ໝູ່ຄະນະທີ່ມີຢູ່ແລ້ວກໍຕ້ອງໄດ້ອຸ້ມຊູຍູ້ໜູນເຊິ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ ເຊິ່ງຕ້ອງໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ໃຫ້ພະນັກງານຂັ້ນນໍາພາ-ບັນຊາຂອງຕົນມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມັກຄີພາຍໃນເປັນເອກະພາບກັນ ເພື່ອແກ້ໄຂບັນຫາຕ່າງໆ, ເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມດ້ານຄຸນສົມບັດ, ສິນທຳປະຕິວັດ, ໜັກແໜ້ນດ້ານຫຼັກການວິຊາສະເພາະ, ເອົາໃຈໃສ່ສ້າງກົມໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ສໍາຄັນແມ່ນຮັກສາຄວາມສາມັກຄີພາຍໃນຄະນະ ກໍຄື ນາຍ ແລະ ພົນຕຳຫຼວດ ຢູ່ບັນດາກົມ, ພະແນກ ໃຫ້ເປັນປຶກແຜ່ນ, ຄຸ້ມຄອງກໍາລັງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນບໍ່ໃຫ້ມີການເຄື່ອນໄຫວຜິດລະບຽບ ແລະ ກົດໝາຍຂອງກໍາລັງ, ສືບຕໍ່ນໍາພາ-ຊີ້ນໍາ ກົມກອງຂອງຕົນດວ້ຍຄວາມເປັນເອກະພາບຮ່ວມກັບໝູ່ຄະນະ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມທີ່ມີຢູ່ແລ້ວໃຫ້ດີຂຶ້ນເທື່ອລະກ້າວ.


