ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ພົອ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະ ໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະ ເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະ ຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.


ການຝຶກຊ້ອມໃຫຍ່ຄັ້ງນີ້, ເປັນຄັ້ງທີ 2 ທີ່ສອງກໍາລັງ ປ້ອງກັນປະເທດ-ປ້ອງກັນຄວາມສະຫງົບ ໄດ້ປະສານສົມທົບຝຶກຊ້ອມສວນສະໜາມຮ່ວມກັນ ໂດຍຝຶກຊ້ອມແບບເຕັມຮູບແບບແລະສົມຈິງ ຈຸດປະສົງເພື່ອຮັບປະກັນຄວາມ ພ້ອມ, ຄຸນນະພາບ ແລະ ຄວາມເປັນເອກະພາບໃນດ້ານຕ່າງໆ ໃຫ້ແກ່ການເຂົ້າຮ່ວມສວນສະໜາມ ສະເຫຼີມສະ ຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ( 2 ທັນວາ 1975- 2 ທັນວາ 2025 ) ທີ່ຈະມາເຖິງໃນມໍ່ໆນີ້, ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ, ມີບັນຍາຟົດຟື້ນ ແລະ ສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ ຂອງປະ ເທດຊາດ ກໍຄື ກໍາລັງປ້ອງກັນປະເທດ-ກໍາລັງປ້ອງກັນຄວາມສະຫງົບ,ເພື່ອລະນຶກເຖິງວັນສໍາຄັນທາງປະຫວັດ ສາດຂອງຊາດ, ເອກອ້າງຜົນງານໃນການສ້າງສາ ແລະ ພັດ ທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ຕໍ່ແຂກພາຍໃນ ແລະ ຕ່າງປະເທດ ພ້ອມທັງ ຖືເອົາໂອກາດນີ້ ເຕົ້າ ໂຮມຄວາມສາມັກຄີປອງດອງຊາດ, ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໂດຍພາຍໃຕ້ການນຳພາ ຂອງພັກປະ ຊາຊົນ ປະຕິວັດລາວ ໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດຊີ້ນໍາ ຂອງພັກວາງອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.



ການເດີ່ນສວນສະໜາມໃນຄັ້ງນີ້, ມີບັນດາເຫຼົ່າຮົບຈາກສອງກະຊວງ ຈໍານວນ 24 ກ້ອນກໍາລັງ ເຊິ່ງມາຈາກກໍາລັງປ້ອງກັນປະເທດ 18 ກ້ອນ ແລະ ກໍາລັງປ້ອງກັນຄວາມສະຫງົບ 6 ກ້ອນ ໂດຍໄດ້ສວນສະໜາມຈໍານວນ ສອງຮອບ ແລະ ມີການນໍາເອົາເຮືອບິນຮົບ ແລະ ເຮລິຄັອບເຕີມາບີນສະແດງຕື່ມອີກ.



ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມພາກພູມໃຈ ແລະ ຊົມເຊີຍຕໍ່ຄະນະຮັບຜິດຊອບແຕ່ລະໜ້າວຽກ ແລະ ພະນັກງານຫັດແອບສວນສະໜາມທຸກສະຫາຍ ທີ່ມີຄວາມຕັ້ງໜ້າເອົາໃຈໃສ່ຈັດຕັ້ງປະຕິບັດຫັດແອບຈົນມີຜົນສຳເລັດໄລຍະເບື້ອງຕົ້ນ ມັນໄດ້ສະແດງໃຫ້ເຫັນໃນການສະແດງທົດລອງໃນມື້ນີ້ ເຫັນວ່າມີຄວາມງົດງາມ, ເປັນເອກະພາບ, ເຂັ້ມແຂງ ແລະ ຮັກສາໄດ້ ບັນດາລະບຽບການຕ່າງໆ, ຜົນງານທັງໝົດ ລ້ວນແລ້ວແຕ່ເປັນຄວາມພະຍາມຍາມ, ຄວາມອົດທົນ ແລະ ຄວາມຮັບຜິດ ຊອບສູງໜ້າທີ່ການເມືອງຂອງແຕ່ລະພາກສ່ວນ ພ້ອມນີ້, ຍັງໄດ້ເນັ້ນໜັກ ໃຫ້ທຸຸກພາກສ່ວນທີ່ໄດ້ຮັບການມອບໝາຍ ແຕ່ລະໜ້າວຽກ ໃຫ້ສືບຕໍ່ແກ້ໄຂບັນຫາທີ່ຍັງບໍ່ທັນສ່ອດຄ່ອງ ເພື່ອຮັບປະກັນໃນມື້ສະແດງແທ້, ໃຫ້ສືບຕໍ່ແລກປ່ຽນບົດຮຽນເຊິ່ງກັນແລະກັນ ເພື່ອປັບປຸງວິທີການຕ່າງໆ ໃຫ້ດີຂຶ້ນ, ໃຫ້ພ້ອມກັນຮັກສາສຸຂະພາບ, ປະຕິບັດລະບຽບການຕ່າງໆ ຢ່າງເຂັ້ມງວດ.


