ພິທີປະກາດການແຕ່ງຕັ້ງໜ້າທີ່ ແລະ ຍົກຍ້າຍນາຍທະ ຫານຂັ້ນສູງ ຢູ່ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນວັນທີ 5 ພະຈິກ 2025 ນີ້,ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ,ມີຄະນະນຳກະຊວງ,ຄະນະນຳ 4 ກົມໃຫຍ່,ຫ້ອງວ່າການກະຊວງ, ພ້ອມດ້ວຍນາຍທະຫານ ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງໜ້າທີ່ນາຍທະຫານ ຢູ່ກະຊວງປ້ອງກັນປະເທດ.ນາຍົກລັດຖະມົນຕີ ອອກດຳລັດ: ແຕ່ງຕັ້ງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ເປັນຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເປັນຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ພົນຈັດ ຕະວາ ບົວວັນ ອາດຖະໜາໄຊ ເປັນຫົວໜ້າຫ້ອງການຄະ ນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນ ກາງ ແລະ ຜ່ານຄຳສັ່ງຍົກຍ້າຍ ນາຍທະຫານ ໄປຮັບໜ້າທີ່ໃໝ່. ນາຍົກລັດຖະມົນຕີ ອອກຄຳສັ່ງ: ຍົກຍ້າຍ ສະ ຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າຫ້ອງການຄະ ນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນ ກາງ ໄປຮັບໜ້າທີ່ໃໝ່ຢູ່ ກອງພົນທີ 2 ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ: ສະ ຫາຍ ພັນໂທ ວັນໄຊ ເນຕິບັນດິດ ເປັນຮອງຫົວໜ້າກົມເສດຖະກິດ ຫ້ອງວ່າການກະຊວງປ້ອງກັນປະເທດ.ຈາກນັ້ນ, ໄດ້ຜ່ານມະຕິຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ກຳມະການຄະນະບໍລິ ຫານງານພັກ, ກຳມະການຄະນະປະຈຳພັກກະຊວງປ້ອງ ກັນປະເທດ.ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ເປັນກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກ ທັງເປັນເລຂາຄະນະບໍລິຫານງານພັກ ຫ້ອງວ່າການກະຊວງປ້ອງກັນປະເທດປ່ຽນແທນ ສະຫາຍ ພົນຕີ ສົມພອນ ມິດຕະພອນ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່, ສະຫາຍ ພົນຈັດຕະ ວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກ ປ່ຽນແທນ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ເປັນກຳ ມະການຄະນະບໍລິຫານງານພັກ ທັງເປັນເລຂາຄະນະພັກຮາກຖານ ຫ້ອງການຄະນະກຳມະການ ປກຊ-ປກສ ສູນ ກາງ ປ່ຽນແທນ ສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່.


ໃນພິທີ,ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ຮຽກ ຮ້ອງໃຫ້ບັນດາສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ,ເພີ່ມທະວີບົດບາດການນຳພາ-ຊີ້ນຳ,ຮັດແໜ້ນຄວາມສາມັກຄີເປັນປຶກແຜນແໜ້ນໜາ ພາຍໃນໝູ່ຄະນະ, ປະຕິ ບັດແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້.

