ວັນທີ 5 ພະຈິກ 2025 ນີ້,ກອງບັນຊາການ ປກສ ແຂວງຜົ້ງສາລີ ຈັດພິທີປະກາດດັດແກ້ຊັ້ນໃຫ້ພົນຕໍາຫຼວດ ຂຶ້ນຢ່າງເປັນທາງການ ທີ່ສະໂມສອນ ກອງບັນຊາການ ປກສ ແຂວງຜົ້ງສາລີ,ເປັນກຽດເຂົ້າຮ່ວມຂອງ ພົຈວ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງ,ມີຄະນະພັກ- ຄະນະບັນຊາ,ພ້ອມດ້ວຍຫົວໜ້າຫ້ອງ-ຮອງຫ້ອງ,ຕະຫຼອດຮອດ ນາຍ ແລະ ພົນຕໍາຫຼວດ ອ້ອມຂ້າງກອງບັນຊາ ການ ປກສ ແຂວງ ເຂົ້າຮ່ວມ.

ໃນພິທີ, ພັຕ ສີວົງໄຊ ອິນສົມດີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ເລກທີ 5355/ກມ ປສ, ລົງວັນທີ 17 ຕຸລາ 2025 ວ່າດ້ວຍການດັດແກ້ຊັ້ນໃຫ້ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງຜົ້ງສາລີ.ໃນນີ້, ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ຕົກ ລົງດັດແກ້ຊັ້ນ ສິບໂທ ຂຶ້ນເປັນຊັ້ນຮ້ອຍຕີ 10 ສະຫາຍ ຍິງ 4 ສະຫາຍ,ໃຫ້ກຽດຂຶ້ນປະດັບຊັ້ນ ໂດຍ ພັອ ຢີນວັນນະສຸກ ບຸດຕະນະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ.


ໃນໂອກາດທີ່ມີຄວາມໝາຍ-ຄວາມສຳຄັນດັ່ງກ່າວ, ພົຈວ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງ ຍັງໄດ້ເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບຊັ້ນໃໝ່ ຈົ່ງພ້ອມກັນສືບຕໍ່ຍົກສູງຄວາມຮັບຜິດຊອບໃນການແກ້ໄຂວຽກງານວິຊາສະເພາະຂອງຕົນໃຫ້ໄດ້ຮັບຜົນດີກວ່າເກົ່າ, ຍົກສູງສະຕິຄວາມເປັນເຈົ້າການ ໃນການປ້ອງກັນສະກັດກັ້ນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ ພາຍໃນສັງຄົມໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ເທື່ອລະກ້າວ.


