ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ໄຂຂຶ້ນໃນວັນທີ 03 ແລະ ອັດລົງໃນວັນທີ 04 ພະຈິກ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການນໍານະຄອນຫວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການສະຫລຸບວຽກງານ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2025.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ການສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈໍາເດືອນພະຈິກ 2025 ຂອງລັດຖະບານ; ທິດຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ການກະກຽມຄວາມພ້ອມ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ລາຍງານສະພາບສາກົນ ແລະ ພາກພື້ນທີ່ພົ້ນເດັ່ນ; ລາຍງານສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນນີ້, ການສະຫລຸບວຽກງານພົ້ນເດັ່ນ ປະຈໍາເດືອນຕຸລາ 2025 ເຫັນວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ, ຊຶ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາທັງທາງກົງ ແລະ ທາງອ້ອມ ຢ່າງຫລີກລ້ຽງບໍ່ໄດ້, ແຕ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ທີ່ກໍານົດໄວ້ໃນບັນດາມະຕິຂອງສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕາມມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2025 ໄດ້ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 59.858 ຕື້ກີບ ເທົ່າກັບ 88% ຂອງແຜນປີ, ການປະຕິບັດແຜນລາຍຈ່າຍໄດ້ 47.631 ຕື້ກີບ ເທົ່າກັບ 67% ຂອງແຜນປີ; ການຄວບຄຸມອັດເງິນເຟີ້ ຫລຸດລົງຈາກ 4,5% ໃນເດືອນກັນຍາ ເປັນ 4% ໃນເດືອນຕຸລາ; ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 5,24 ເດືອນ; ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ຕາມຂໍ້ຜູກພັນສັນຍາ; ໄດ້ສຸມໃສ່ປະຕິບັດມາດຕະການດ້ານການຄ້າ ໂດຍສະເພາະ ການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ ເຂັ້ມງວດຫລາຍຂຶ້ນ; ໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ; ໄດ້ສຳເລັດການກວດກາ, ປະເມີນຄືນທັງໝົດ ບັນດາໂຄງການຂຸດຄົ້ນແຮ່ທາດ, ພ້ອມທັງ ໄດ້ແກ້ໄຂບັນດາໂຄງການທີ່ຖືກຈັດຢູ່ໃນປະເພດອ່ອນ ແລະ ຫັນໂຄງການທົດລອງ ເປັນໂຄງການຕາມກົນໄກປົກກະຕິ; ໄດ້ສຸມໃສ່ແກ້ໄຂສະພາບຂາດເຂີນໄຟຟ້າ ໂດຍເລັ່ງສ້າງພະລັງງານແສງຕາເວັນ ຂະໜາດນ້ອຍ 5 ເມກາວັດລົງມາ ເສີມໃສ່ສະຖານີໄຟຟ້າໃນຈຸດທີ່ຂາດເຂີນໄຟຟ້າ, ສຸມໃສ່ຊຸກຍູ້ໂຄງການພະລັງງານໄຟຟ້າ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນການກໍ່ສ້າງສຳເລັດຕາມແຜນ; ໄດ້ສືບຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວ ໂດຍສຸມໃສ່ປະຕິບັດໂຄງການກໍ່ສ້າງທີ່ເປັນບຸລິມະສິດຂອງລັດຖະບານ, ໂຄງການຟື້ນຟູທາງຫລວງທີ່ເປ່ເພ ແລະ ໄດ້ຮັບຜົນກະທົບຈາກໄພທຳມະຊາດ ເພື່ອສາມາດສັນຈອນໄປ-ມາໄດ້ສະດວກ, ທັງເຊື່ອມຈອດເຊື່ອມໂຍງພາຍໃນພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ; ໄດ້ແກ້ໄຂບັນຫາການຂາດເຂີນຄູສອນ ໄດ້ໂດຍພື້ນຖານ ແລະ ການປະລະການຮຽນ ມີທ່າອ່ຽງດີຂຶ້ນ, ທັງໄດ້ສຸມໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກປິ່ນອ້ອມຕ່າງໆ ໃຫ້ແກ່ມະຫະກຳກິລາແຫ່ງຊາດ ຄັ້ງທີ 12, ມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 4, ບຸນນະມັດສະການພະທາດຫລວງ, ການສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ; ໄດ້ສຸມໃສ່ໃຫ້ການຊ່ວຍເຫລືອແກ່ແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນປີຜ່ານມາ ໂດຍສະເພາະ ໄດ້ສະໜອງງົບປະມານ ເພື່ອຊຳລະໂຄງການຟື້ນຟູສຸກເສີນ ລວມ 82 ໂຄງການ, ມູນຄ່າເກືອບ 95 ຕື້ກີບ; ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີໄຫວພິບ ໂດຍສໍາເລັດການກະກຽມ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນຂອງການນໍາຂັ້ນສູງ ຂອງພັກ-ລັດ, ຕ້ອນຮັບການມາຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການ ຂອງຜູ້ນໍາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ການແກ້ໄຂປະກົດການຫຍໍ້ທໍ້ທາງດ້ານສັງຄົມ, ບັນຫາຄ່າຄອງຊີບ, ລາຄາສິນຄ້າ-ໄຟຟ້າ-ນໍ້າມັນເຊື້ອໄຟ ທີ່ປັບຂຶ້ນບາງໄລຍະ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ, ການພັດທະນາ-ປັບປຸງພື້ນຖານໂຄງລ່າງເສັ້ນທາງ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນ ຜ່ານສື່ສັງຄົມອອນລາຍ, ການເຄົາລົບລະບຽບ-ກົດໝາຍ ແລະ ອື່ນໆ.
ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025 ກອງປະຊຸມ ໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສືບຕໍ່ລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໂດຍສະເພາະ ຢູ່ຈຸດຫລໍ່ແຫລມ ແລະ ເຂດຫ່າງໄກສອກຫລີກ; ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ; ສືບຕໍ່ປະຕິບັດແຜນປ້ອງກັນຮັກສາຄວາມສະຫງົບປອດໄພ ໃຫ້ແກ່ງານສະເຫລີມສະຫລອງວັນຊາດ ຄົບຮອບ 50 ປີ ແລະ ມະຫະກໍາກິລາແຫ່ງຊາດ ຄັ້ງທີ 12. ພ້ອມນີ້, ສືບຕໍ່ກະກຽມ ບັນດາເນື້ອໃນ ທີ່ຈະນຳໄປລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ສໍາເລັດທັນກໍານົດເວລາ; ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫລີມສະຫລອງວັນສຳຄັນຂອງພັກ-ລັດ ແລະ ບຸນປະເພນີຕ່າງໆ ເປັນຕົ້ນ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ມະຫະກໍາກິລາແຫ່ງຊາດ ຄັ້ງທີ 12; ສືບຕໍ່ສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນຕົ້ນ ມາດຕະການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ມາດຕະການແກ້ໄຂໜີ້ສິນ, ມາດຕະການຈຳກັດການນໍາເຂົ້າ ສິນຄ້າຟຸມເຟືອຍ, ມາດຕະການສົ່ງເສີມການຜະລິດສິນຄ້າ ທົດແທນການນຳເຂົ້າ ຕິດພັນກັບການສ້າງເສດຖະກິດ ຕາມທິດ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ); ສືບຕໍ່ສຸມໃສ່ການຄຸ້ມຄອງບັນດາໂຄງການແຮ່ທາດ ໃຫ້ໄປຕາມກົດໝາຍ ແລະ ລະບຽບການ, ສືບຕໍ່ປະຕິບັດມາດຕະການ ຕໍ່ໂຄງການແຮ່ທາດ ທີ່ໄດ້ຜ່ານການປະເມີນ ແລະ ຈັດຢູ່ໃນປະເພດອ່ອນ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ສືບຕໍ່ຊຸກຍູ້ສົ່ງເສີມບັນດາໂຄງການ ທີ່ຢູ່ໃນໄລຍະຂຸດຄົ້ນ ໃຫ້ດໍາເນີນການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ, ຫລຸດຜ່ອນການສົ່ງອອກວັດຖຸດິບ ໂດຍສະເພາະ ແຮ່ທາດທີ່ເປັນທ່າແຮງ; ສືບຕໍ່ປັບປຸງກົງຈັັກການຈັດຕັ້ງ ຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ ແລະ ມະຕິ ຂອງສະພາແຫ່ງຊາດ ເລກທີ 05/ສພຊ ໂດຍສະເພາະ ການສ້າງຕາແສງ ໃຫ້ສໍາເລັດຕາມແຜນກໍານົດ; ສືບຕໍ່ແກ້ໄຂບັນຫາຄູອາສາສະໝັກ ແລະ ແພດອາສາສະໝັກ ຕາມໂກຕ້າລັດຖະກອນ ທີ່ໄດ້ອະນຸມັດແລ້ວນັ້ນ ໃຫ້ສຳເລັດໄວ, ຊຶ່ງການຈັດສັນໂກຕ້າ ຕ້ອງຮັບປະກັນຖືກເປົ້າໝາຍຄູ ແລະ ແພດ ທີ່ເປັນອາສາສະໝັກ; ສືບຕໍ່ຕິດຕາມຊຸກຍູ້ ການເຄື່ອນໄຫວວຽກງານ ຂອງບໍລິສັດ, ແຮງງານ ຢູ່ບັນດາເຂດເສດຖະກິດພິເສດ, ເຂດອຸດສາຫະກຳ, ນິຄົມອຸດສາຫະກຳ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ສືບຕໍ່ພັດທະນາສີມືແຮງງານລາວ ໃຫ້ມີຄຸນນະພາບ, ເອົາໃຈໃສ່ປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຄຸນງາມຄວາມດີ ລວມທັງຜູ້ທີ່ປະກອບສ່ວນ ໃນຂະບວນການສະເຫລີມສະຫລອງວັນຊາດ ຄົບຮອບ 50 ປີ; ສືບຕໍ່ຈັດຕັ້ງປະຕິບັດ ມະຕິ 165/ສພຊ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ກໍຄືມະຕິ 10/ລບ, ສືບຕໍ່ສຸມໃສ່ຊຸກຍູ້ ບັນດາໂຄງການກໍ່ສ້າງເສັ້ນທາງ ທີ່ສຳຄັນບຸລິມະສິດ, ປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ສຳເລັດຕາມແຜນ ທັງຮີບຮ້ອນອອກຄຳແນະນຳ ກ່ຽວກັບການກຳນົດຮູບແບບ, ວິທີການ ແລະ ອັດຕາການເກັບຄ່າຜ່ານທາງ ສໍາລັບເສັ້ນທາງສາຍເກົ່າ ທີ່ມອບໃຫ້ຜູ້ປະກອບການເປັນຜູ້ສ້ອມແປງ ແລະ ບົວລະບັດຮັກສາ ໃຫ້ເປັນເອກະພາບກັນ ໃນທົ່ວປະເທດ; ຄົ້ນຄວ້ານະໂຍບາຍຕໍ່ 2 ແຂວງ (ແຂວງຫົວພັນ ແລະ ແຂວງຜົ້ງສາລີ) ທີ່ເປັນແຂວງທີ່ໝັ້ນຂອງການປະຕິວັດ ໃຫ້ສໍາເລັດໄວ; ຜັນຂະຫຍາຍຜົນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ເຂົ້າສູ່ວຽກງານຕົວຈິງ; ສືບຕໍ່ຜັນຂະຫຍາຍ ຜົນການໄປຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ-ລັດ ແລະ ຜົນກອງປະຊຸມລະດັບຕ່າງໆ, ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ເດີນທາງໄປເຄື່ອນໄຫວຢ້ຽມຢາມ, ເຂົ້າຮ່ວມກອງປະຊຸມ ແລະ ເຮັດວຽກຢູ່ຕ່າງປະເທດ, ກະກຽມຕ້ອນຮັບການນໍາຂັ້ນສູງ ແລະ ແຂກຕ່າງປະເທດ ທີ່ມາຢ້ຽມຢາມທາງການ ແລະ ເຂົ້າຮ່ວມສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ.
ກອງປະຊຸມຄັ້ງນີ້, ໄດ້ພິຈາລະນາ ຮ່າງນິຕິກໍາ ຈໍານວນ 06 ສະບັບ ຄື: ຮ່າງວິໄສທັດ ຮອດປີ 2045 ແລະ ແຜນຍຸດທະສາດ ການພັດທະນາລະບົບຂໍ້ມູນຂ່າວສານ ຕະຫລາດແຮງງານແຫ່ງຊາດ ຮອດປີ 2035; ຮ່າງດໍາລັດ ວ່າດ້ວຍການຈັດສັນທີ່ດິນປຸກສ້າງຂອງລັດ ເປັນບ່ອນຢູ່ອາໄສ ແລະ ຊື້-ຂາຍ ສິດນຳໃຊ້ທີ່ດິນ ແບບມີກຳນົດ; ຮ່າງດໍາລັດ ວ່າດ້ວຍຢາງພາລາ; ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງບໍລິເວນຊາຍ ແດນ; ຮ່າງດໍາລັດ ວ່າດ້ວຍພະນັກງານທ້ອງຖິ່ນ ທີ່ເຮັດວຽກນຳອົງການຕ່າງປະເທດ ປະຈຳ ຢູ່ ສປປ ລາວ; ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທະນະບັດ, ຊຶ່ງກອງປະຊຸມ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງບາງນິຕິກຳ, ໂຄງຮ່າງ, ການນຳໃຊ້ ແລະ ອະທິບາຍຄຳສັບ, ການກຳນົດຈຸດປະສົງ, ການກໍານົດຫລັກການ, ການກໍານົດເງື່ອນໄຂຕ່າງໆ, ການຈັດລຽງເນື້ອໃນ, ການກໍານົດມາດຕະການຕໍ່ຜູ້ລະເມີດ ແລະ ອື່ນໆ ໃຫ້ເໝາະສົມ ແນໃສ່ເຮັດໃຫ້ບັນດານິຕິກຳດັ່ງກ່າວ ມີເນື້ອໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ, ແທດຕົວຈິງ, ຈໍາກັດໄດ້ຊ່ອງຫວ່າງຕ່າງໆ, ສອດຄ່ອງກັບນິຕິກໍາ ທີ່ໄດ້ປະກາດນໍາໃຊ້ແລ້ວ ທັງສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
