ໃນວັນທີ 4 ພະຈິກ 2025, ກໍາລັງກ້ອນສວນສະໜາມກະຊວງປ້ອງກັນປະເທດ ປະສານສົມທົບກັບກ້ອນສວນສະໜາມປ້ອງກັນຄວາມສະຫງົບ ໄດ້ຮ່ວມກັນຝຶກຊ້ອມສວນສະໜາມ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມໂດຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ພົຈວ ກົງທອງ ສຸກຂະວົງ ຮອງຫົວ ໜ້າເສນາທິການກອງທັບ, ມີບັນດາຄະນະນໍາກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ມີບັນດາອານຸກໍາມະການ, ຄະນະຄູຝຶກ, ກອງດຸລິຍາງ ແລະ ກ້ອນກໍາລັງຂອງກະຊວງເຂົ້າຮ່ວມ.


ການສວນສະໜາມໃນຄັ້ງນີ້ ແມ່ນຄັ້ງທໍາທິດອິດທີ່ສອງກະຊວງໄດ້ຝຶກຊ້ອມຮ່ວມກັນ ເພື່ອຮັບປະກັນຄວາມພ້ອມດ້ານເຕັກນິກ, ດ້ານຮ່າງກາຍ, ຈິດໃຈ ແລະ ຄວາມເປັນເອກະພາບໃຫ້ແກ່ການສວນສະໜາມຮັບໃຊ້ການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ເຕັມໄປດ້ວຍໝາຍຄວາມສໍາຄັນ, ມີບັນຍາກາດຟົດຟື້ນມ່ວນຊື່ນ ທັງເປັນການສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາບຕົວຂອງ ສປປ ລາວ ຕະຫຼອດໄລຍະ 50 ປີທີຜ່ານມາ.





ກໍາລັງກ້ອນສວນສະໜາມຂອງສອງກໍາລັງ ປກຊ-ປກສ ທີ່ຮ່ວມກັນຝຶກຊ້ອມໃນຄັ້ງນີ້ມີທັງໝົດ 24 ກ້ອນ ໃນນີ້, ກໍາລັງປ້ອງກັນປະເທດມີ 18 ກ້ອນ ແລະ ກໍາລັງປ້ອງກັນຄວາມສະຫງົບມີ 6 ກ້ອນ ເຊິ່ງຜ່ານການຝຶກຊ້ອມແຕ່ລະກ້ອນ ແມ່ນມີຄວາມຕັ້ງໃຈ, ມີຄວາມອົດທົນ, ຫ້າວຫັນຢ່າງເອົາຈິງເອົາຈັງ ແລະ ມີຄວາມເປັນເອກະພາບໃນແຕ່ລະຈັງຫວະເປັນຢ່າງດີ ໂດຍພື້ນຖານ ແລະ ຄາດວ່າມື້ສວນສະໜາມຕົວຈິງແມ່ນມີຄວາມພ້ອມ ແລະ ສາມາດຮັບປະ ກັນຄຸນນະພາບໄດ້ 100%.







