ໃນລະຫວ່າງວັນທີ 30-31 ຕຸລາ 2025, ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ເປີດຝຶກອົບຮົມວຽກງານການເດີນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ທົ່ວປະເທດ ຄັ້ງທີ V ປີ 2025,ໂດຍການເປັນປະທານຂອງ ພົຈວ ສາລີ ພຸດທະວົງ ຄະນະປະຈຳພັກ ຮອງຫົວຫນ້າກົມໃຫຍ່ຕຳຫຼວດ, ມີຄູຝຶກ ແລະ ນັກສຳມະນາກອນ ມາຈາກບັນດາກົມ,ຫ້ອງ ອ້ອມຂ້າງກົມໃຫຍ່ຕຳຫຼວດ ເຂົ້າຮ່ວມ.

ໃນພິທີ, ພົຈວ ສາລີ ພຸດທະວົງ ໃຫ້ຮູ້ວ່າ: ວຽກງານການສຳຫຼວດພົນລະເມືອງ ແລະ ທີ່ຢູອາໄສຂອງພົນລະເມືອງລາວ,ລັດຖະບານເຮົາ ໄດ້ຖືເປັນວຽກງານໜຶ່ງທີ່ສຳຄັນລະດັບາດ, ເຊິ່ງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ແມ່ນໄດ້ດຳເນີນການສຳຫຼວດໃນທຸກ 10 ປີ, ເພື່ອເປັນການເກັບກຳສະຖິຕິຂໍ້ມູນກ່ຽວກັບພົນລະເມືອງລາວ ໃຫ້ເຂົ້າສູ່ລະບົບການຄຸ້ມຄອງປະຊາກອນ ແລະ ເປັນບ່ອນອີງທີ່ສຳ ຄັນໃຫ້ແກ່ແຜນຍຸດທະສາດ ໃນການປະເມີນຜົນແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ; ໃນການຝຶກອົບຮົມຄັ້ງນີ້, ໃຊ້ເວລາໃນການຝຶກອົບຮົມ ຈຳນວນ 2 ວັນຈຶ່ງສຳ ເລັດ, ປະກອບມີ ພາກທິດສະດີ ແລະ ການປະຕິບັດທົດ ລອງຕົວຈິງ ເພື່ອໃຫ້ນັກສຳມະການມີຄວາມຮູ້,ຄວາມເຂົ້າ ໃຈ ກ່ຽວກັບການເກັບກຳຂໍ້ມູນໃຫ້ຖືກ ຕ້ອງຕາມຫຼັກການ, ວິທີການ, ບຸກຄົນ,ຄອບຄົວ ແລະ ທີ່ຢູ່ອາໃສ, ວິທີເກັບກຳຂໍ້ມູນໂດຍເອົາເຂົ້າຮ່າງຂອງກົມສະຖິຕິແຫ່ງຊາດ, ຟອມທີ່ໃຊ້ ແມ່ນເປັນແບບຟອມສອບຖາມຂໍ້ມູນດ້ານຕ່າງໆ.


ຕອນທ້າຍ, ທ່ານປະທານ ຍັງໄດ້ເນັ້ນໃຫ້ນັກສຳມະນາກອນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ, ກຳແໜ້ນເນື້ອໃນທິດສະດີ, ຫຼັການ, ວິທີການ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ຊັດເຈນ, ທັນກັບເວລາທີ່ການຈັດຕັ້ງຂັ້ນເທິງມອບ ໝາຍ ໃຫ້ມີຜົນສຳເລັດຕາມແຜນ ການທີ່ວາງໄວ້.

